ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຄັ້ງທີ 3

14:12 | 19/06/2024

ຍສໝ - ວັນ​ທີ 17 ມິຖຸນາ, ສະມາຄົມ​ມິດຕະພາບ​ ຫວຽດນາມ-​ອິນ​ເດຍ ​ແຂວງ ​ຝູ​ອຽນ ໄດ້​ຈັດ​ກອງ​ປະຊຸມໃຫຍ່ຜູ້ແທນ ​ຄັ້ງ​ທີ 3, ອາຍຸ​ການ 2023-2028. ​ໂດຍເຂົ້າ​ຮ່ວມກອງ​ປະຊຸມໃຫຍ່​ຜູ້ແທນ ມີ​ການ​ນຳ​ຄະນະ​ຂົນຂວາຍປະຊາຊົນພັກແຂວງ, ຄະນະໂຄສະນາສຶກສາພັກແຂວງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ, ພ້ອມກັນກັບຜູ້​ແທນ​ໃນບໍລິເວນແຂວງ 60 ທ່ານ.

ຫວຽດນາມ ຢືນອັນດັບໜຶ່ງໃນການຄັດເລືອກໄປທ່ອງທ່ຽວຕ່າງປະເທດ ຂອງຊາວ ອິນເດຍ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ

​ໃນ​ໄລຍະ​ຜ່ານ​ມາ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ອິນ​ເດຍ ​ແຂວງ ​ຝູ​ອຽນ ​ໄດ້​ມານະ​ພະຍາຍາມ​, ດຶງ​ດູດ​ສະມາຊິກເຂົ້າ​ຮ່ວມວຽກງານການທູດປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນຢ່າງ​ບໍ່​ຢຸດ​ຢັ້ງ. ສະມາຄົມ ໄດ້​ປະຕິບັດວຽກງານສາມັກຄີມິຕະພາບ, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດໄດ້​ເປັນ​ຢ່າງ​ດີ​, ພິ​ເສດ​ແມ່ນ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ໃຫຍ່ ​ແລະ ບັນດາ​ເຫດການ​ສຳຄັນ​ຂອງ​ການ​ພົວພັນ ຫວຽດນາມ - ອິນ​ເດຍ.

ກອງປະຊຸມໃຫຍ່ຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຄັ້ງທີ 3

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ຝູ​ອຽນ ຟ້າມແທງຈຸ່ງ (ຂວາສຸດ, ແຖວ​ໜ້າ) ໄດ້​ມອບ​ດອກ​ໄມ້​ໃຫ້​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ​ແຂວງ​ ຝູ​ອຽນ ອາຍຸການໃໝ່. (ພາບ: Tram Tran)

ວຽກງານຂໍ້ມູນໂຄສະນາສຶກສາ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຍາມໃດກໍໄດ້ຮັບການຖືເປັນສຳຄັນຈາກບັນດາສາຂາສະມາຄົມ, ​ເພື່ອ​ສຶກສາ​ອົບຮົມ​ລຸ້ນໜຸ່ມ​ກ່ຽວກັບການເຄົາລົບນັບຖື, ຮັກສາ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

ກອງ​ປະ​ຊຸມ​ໃຫຍ່ ​ໄດ້​ວາງ​ອອກ​ທິດ​ທາງ​ເຄື່ອນໄຫວໃຫ້ອາຍຸການໃໝ່ ​ດ້ວຍ​ທິດນຳ “ເປັນເຈົ້າການ, ມີໄຫວພິບ, ​ມີຫົວ​ຄິດ​ປະ​ດິດ​ສ້າງ, ປະ​ສິດ​ທິ​ຜົນ”, ເພື່ອກ້າວ​ເຂົ້າ​ສູ່​ໄລຍະພັດທະນາໃໝ່. ສະມາຊິກ​ທັງ​ໝົດ​ ຈະ​ມານະ​ພະຍາຍາມດ້ວຍບັນດາກະທຳ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບການຮ່ວມ​ມື​ລະຫວ່າງ ຫວຽດນາມ - ອິນ​ເດຍ; ພ້ອມ​ກັນ​ນັ້ນ ກໍ່ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​, ຕາມມະຕິຕົກລົງກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ແຂວງ ຝູ​ອຽນ ຢ່າງມີໄຊ.

ກອງ​ປະ​ຊຸມ​ໃຫຍ່ ​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ອິນ​ເດຍ ​ແຂວງ ຝູອຽນ ອາຍຸການ 2023-2028 ດ້ວຍ​ສະມາຊິກ 10 ທ່ານ. ທ່ານ ຫງວຽນ​ກິມ​ດົງ ສືບ​ຕໍ່​ໄດ້​ຮັບການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ.

ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ອິນເດຍ ປະຈຳ ຫວຽດນາມ ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ອິນເດຍ ປະຈຳ ຫວຽດນາມ

ຍສໝ - ໂດຍຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານພັນເອກ Dheeraj Kotwal ໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນຖານະຕໍາແໜ່ງຮັບຜິດຊອບຂອງຕົນ, ທ່ານພັນເອກ Dheeraj Kotwal ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການຂອງສອງຝ່າຍ.

ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ

ຍສໝ - ວັນ​ທີ 19 ທັນວາ, ພິທີອັດການ​ຝຶກຊ້ອມ​ສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ​ປີ ​​2023 (VINBAX 2023) ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ຝຶກ​ຊ້ອມ​​ການ​ທະຫານ​ແຫ່ງ​ຊາດ 4 (ຮ່າ​ໂນ້ຍ).

ມິງດຶກ

ເຫດການ
302 Found

Found

The document has moved here.