ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ

16:03 | 07/06/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 6 ມິຖຸນາ, ທີ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເມືອງ ຫງອກໂຮຍ, ຄະນະ​ພັກ​ແຂວງ - ສະພາ​ປະຊາຊົນ - ຄະນະກຳມະການປະຊາຊົນ - ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ກອນຕູມ ​ໄດ້​ຈັດ​ພິທີ​ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 15 ອັດຖິນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ ລາວ ແລະ ກຳປູເຈຍເຊິ່ງໄດ້ທ້ອນໂຮມໂຮມໃນລະດູແລ້ງ 2023-2024.

ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ
ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ
ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ

ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ.

​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ ມີ​ຜູ້ຕາງໜ້າ​ຈາກບັນດາ​ແຂວງ ​ອັດ​ຕະປື, ​ເຊ​ກອງ ​ແລະ ​ຈໍາປາ​ສັກ (ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ) ​ແລະ ​ແຂວງ Rattanakiri (ລາຊະ​ອານາຈັກ​ ກຳປູ​ເຈຍ), ທະຫານ​ເຂດ V...

ພາຍຫຼັງກວ່າ 6 ເດືອນຂອງການຄົ້ນຫາໃນລະດູແລ້ງ ປີ 2023-2024, ດ້ວຍການປະສານສົມທົບ ແລະ ຊ່ວຍເຫຼືອຂອງອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງ ອັດຕະປື, ເຊກອງ ແລະ ແຂວງຈຳປາສັກ (ລາວ) ແລະ ແຂວງ Rattanakiri (ກຳປູເຈຍ), ທີມງານເຕົ້າໂຮມອັດຖິນັກຮົບ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ, ແຂວງ ກອນຕູມ (ທີມງານ K53) ໄດ້ຄົ້ນຫາ, ກູ້ເອົາ, ນຳເອົາອັດຖິຂອງນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 16 ຄົນທີ່ເສຍຊີວິດໃນໄລຍະສົງຄາມຢູ່ 2 ປະເທດເພື່ອນມິດ.

​ໃນ​ນັ້ນ, ໄດ້​ຝັງ​ອັດຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ທີ່​ບໍ່ທັນສາມາດລະບຸຊື່ 15 ອັດຖິຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ ຫງອກ​ໂຮຍ; ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 1 ອັດຖິມີຊື່ວ່າ ດວານແທ່ງລອງ, ເກີດ ປີ 1926, ບ້ານເກີດຢູ່ຕາແສງ ດ້ຽນກວາງ, ເມືອງ ດ້ຽນບານ, ແຂວງ ກວາງນາມ. ທ່ານຮ້ອຍໂທ ດວານແທ່ງລອງ ໄດ້ເຂົ້າເປັນສະມາຊິກກອງທັບໃນເດືອນ ມີນາ ປີ 1946, ເປັນຜູ້ຊ່ວຍໜ່ວຍງານຂົນຂວາຍປະຊາຊົນ, ໜ່ວຍ BT3, ກຸ່ມ 559; ເສຍຊີວິດໃນວັນທີ 29 ມີນາ ປີ 1968 ທີ່ແຂວງ ອັດຕະປື (ລາວ). ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ດວານແທ່ງລອງ ​ໂດຍ​​ຄະນະ​ຊີ້​ນຳການ​ຄົ້ນຫາ, ​ເຕົ້າໂຮມ ​ແລະ ກຳນົດຊື່ ແລະ ນາມສະກຸນ​​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຂວງ ກອນຕູມ (ຄະນະ​ຊີ້​ນຳ 515) ​ສົ່ງມອບໃຫ້ຄະນະຊີ້ນຳ 515 ແຂວງ ກວາງ​ນາມ ​ເພື່ອ​ຈັດ​ຕັ້ງ​ພິທີ​ໄວ້ອາໄລ ແລະ ​ຝັງ​ອັດຖິຢູ່​ບ້ານເກີດ.

ທີ່ພິທີ, ທ່ານນາງ ອີຫງອກ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳ 515 ແຂວງ ກອນຕູມ ໄດ້ສົ່ງຄຳຂອບໃຈຢ່າງເລິກເຊິ່ງເຖິງອຳນາດການປົກຄອງ ແລະ ປະຊາຊົນແຂວງ ອັດຕະປື, ເຊກອງ, ຈຳປາສັກ (ລາວ) ແລະ ແຂວງ Ratanakiri (ກຳປູເຈຍ) ທີ່ໄດ້​ຊ່ວຍ​ທິມງານ K53 - ກອງ​ບັນຊາ​ການ​ທະຫານ​ແຂວງ ກອນ​ຕູມ ຊອກ​ຫາ, ທ້ອນໂຮມ ​ແລະ ນຳກັບເມືອບ້ານເກີດເມືອງນອນ 16 ອັດຖິນັກຮົບ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ ​ຫວຽດນາມ ທີ່​ເສຍ​ຊີວິດ​ຢູ່ ລາວ ​ແລະ ກຳປູ​ເຈຍ ​ໃນ​ລະດູ​ແລ້ງ ປີ 2023-2024.

ທ່ານ​ນາງ ​ອີຫງອກ ຢືນຢັນ​ວ່າ, ​ໃນ​ຖານະ​ທີ່​ເປັນ​ຜູ້​ສືບ​ທອດ​ພາລະກິດ​ອັນ​ສະຫງ່າ​ລາສີ​ທີ່​ພວກອ້າຍ​​ໄດ້​ປະ​​ໄວ້, ອຳນາດການປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າຂອງແຂວງ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ; ສາມັກຄີ​ກັນ ​ແລະ ສູ້​ຊົນ​ກໍ່ສ້າງ ​ແລະ ພັດທະນາ​ແຂວງ ​ກອນ​ຕູມ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ມີ​ຄວາມ​ຜາ​ສຸກ; ພ້ອມ​ກັນ​ນັ້ນ, ກໍ່ຈົ່ງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ເພື່ອ​ປະກອບສ່ວນ​ປົກ​ປັກ​ຮັກສາ, ເສີມ​ສ້າງ ​ແລະ ​ເສີມຂະຫຍາຍ​ຄວາມ​ສາມັກຄີ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ ​ຫວຽດນາມ - ລາວ - ກຳປູ​ເຈຍ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື, ມິດຕະພາບ ​ແລະ ຄວາມ​ກ້າວໜ້າ​ໃນ​ສັງຄົມ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນທັງ 3 ປະ​ເທດ.

ທີ່​ພິທີ, ຄະນະ​ພັກ, ອຳນາດການປົກຄອງ, ກອງທັບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ ກອນ​ຕູມ ​ໄດ້​ສະ​ແດງ​ຄວາມ​ເຄົາລົບ, ຄວາມ​ເສົ້າ​ສະຫຼົດ​ໃຈ ​ແລະ ຄວາມ​ຮູ້​ບຸນຄຸນ​ຢ່າງສູງຕໍ່​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ - ລູກ​ຫຼານ​​ດີ​ເດັ່ນ​ຂອງ​ຊາດ ຫວຽດນາມ ທີ່​ໄດ້​ຕໍ່ສູ້ ​ແລະ ເສຍສະຫຼະ​ຊີວິດໃຫ້ພາລະກິດການ​ປົດ​ປ່ອຍປະຊາຊົນ ​ແລະ ນ້ຳ​ໃຈ​ສາມັກຄີ​ມິດຕະພາບສາກົນອັນສູງສົ່ງ ​ເພື່ອຄວາມ​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ປະຊາຊົນ 3 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ກວາງບິ່ງ: ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 23 ພຶດສະພາ, ຄະນະ​​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ແລະ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ພິທີ​ມອບ​ຮັບ, ​ໄວ້ອາໄລ ​ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບ​ອາສາ​ສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ​ ໄດ້​ກັບ​ຄືນບ້ານເກີດ ແລະ ...

ເຊື່ອມຕໍ່ 96 ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ 162 ຄົນ ທີ່ພວມຮໍ່າຮຽນຢູ່ຫວຽດນາມ ເຊື່ອມຕໍ່ 96 ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ 162 ຄົນ ທີ່ພວມຮໍ່າຮຽນຢູ່ຫວຽດນາມ

ຍສໝ - ວັນທີ 18 ພຶດສະພາ, ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ” ປີ 2024 ທີ່ຈັດຕັ້ງໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສົມທົບ​ກັບ​ບັນດາສຳນັກງານ, ອົງການ​ຈັດ​ຕັ້ງ ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຄອບຄົວ​ຊາວ​ຫວຽດນາມ 96 ...

ມິງດຶກ

ເຫດການ
302 Found

Found

The document has moved here.