ຫວຽດນາມ ໜູນຊ່ວຍ​ ລາວ ບັນດາກິດຈະກຳ​ທີ່​ແທດ​ຈິງ, ມີ​ປະສິດທິ​ຜົນ

22:50 | 15/07/2024

ຍສໝ - ”ຫວຽດນາມ ໜູນຊ່ວຍ​ ລາວ ໃນການຄົ້ນຄວ້າ, ຜັນຂະຫຍາຍບັນດານະໂຍບາຍພັດທະນາກະສິກຳ, ຊຸກຍູ້ການຮ່ວມມື - ການລົງທຶນໃນຂົງເຂດກະສິກຳນຳໃຊ້ເຕັກໂນໂລຢີສູງ ເພື່ອຜະລິດບັນດາຜະລິດຕະພັນກະເສດສະອາດ ແລະ ການຄຸ້ມຄອງແບບຍືນຍົງ”.

ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ຂະ​ແໜງ​ການ​ເງິນ ຫວຽດນາມ - ລາວ ຜັນຂະຫຍາຍໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ
ຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະ​ສິດ​ທິ​ຜົນ​ໃນສັບປະດາວັດ​ທະ​ນະ​ທໍາ​ຂອງບັນດາປະ​ເທດ​ທີ່​ເວົ້າພາສາ ແອັດສະປາຍ​.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫຼາຍກິດຈະກຳ, ​ໂຄງການ​ໜູນ​ຊ່ວຍ​ຂອງ ​ຫວຽດນາມ ສຳລັບ ລາວ ໃນການພັດທະນາກະສິກຳແບບຍືນຍົງຢູ່ຫຼາຍເຂດທີ່ປະສົບກັບຄວາມຫຍຸ້ງຍາກ, ​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ​ລາວ ​ໄດ້​ນຳ​ມາເຊິ່ງປະສິດທິຜົນຢ່າງແທດຈິງ, ສ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ, ​ເພີ່ມ​ລາຍ​ຮັບ ​ແລະ ຊ່ວຍ​ເຫຼືອ​ປະຊາຊົນ​ລາວ ລົບ​ລ້າງ​ຄວາມ​ອຶດຫິວ ​ຄວາມທຸກ​ຍາກ, ປັບປຸງ​ຊີວິດ​ການ​ເປັນ​ຢູ່, ຮັບປະກັນຊີວິດສັງຄົມ.

​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ ຫວຽດນາມ, ​ໂຄງການ​ກໍ່ສ້າງ​ລະບົບຊົນລະປະທານ 04 ​ແຫ່ງ​ຢູ່​ເມືອງ​ອານຸວົງ ​ແລະ ​ເມືອງ​ທ່າ​ໂທມ ​ແຂວງ​ໄຊ​ສົມບູນ ໄດ້ຜັນຂະຫຍາຍແຕ່​ທ້າຍ​ປີ 2022 ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 159 ຕື້​ດົ່ງ. ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ ໄດ້​ສ້າງສຳ​ເລັດ​ແລ້ວ, ຮັບປະກັນສະມັດຕະພາບໃນການນຳໃຊ້​ຢ່າງເປັນປົກກະຕິ, ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ ດຳ​ເນີນ​ການ​ຜະລິດ​ກະສິກຳ​ທີ່ບັນລຸສະມັດຕະພາບ ແລະ ຄຸນ​ນະພາ​ບສູງ, ປະກອບສ່ວນຍົກສຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ.

ຫວຽດນາມ ໜູນຊ່ວຍ​ ລາວ ບັນດາກິດຈະກຳ​ທີ່​ແທດ​ຈິງ, ມີ​ປະສິດທິ​ຜົນ
Nhà Quốc hội Lào - công trình của Việt Nam. (:qdnd)

ຫໍສະພາແຫ່ງຊາດລາວ - ກິດຈະກຳຂອງ ຫວຽດນາມ (ພາຍ:qdnd)

ກ່າວ​ຄຳປາໄສ​ທີ່​ພິທີ​ມອບ-​ຮັບກິຈະກຳເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າ​ແຂວງ​ໄຊ​ສົມບູນ ​ໃຫ້​ຮູ້​ວ່າ "​ໂຄງການ​ນີ້ເມື່ອນຳເຂົ້າໃນການເຄື່ອນໄຫວ ຈະ​ຮັບ​ໃຊ້ໃນຂົງເຂດຜະລິດ​ກະສິກຳ​ຂອງ​ແຂວງ, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ຜະລິດສິນຄ້າ ເພື່ອ​ຫລຸດຜ່ອນ​ຄວາມ​ອຶດ​ຫີ​ວ, ຄວາມທຸກ​ຍາກ ສໍາລັບປະຊາຊົນທ້ອງຖິ່ນ".

ໂດຍມີຄວາມພາກພູມໃຈທີ່ໂຄງການດັ່ງກ່າວ ພວມໄດ້ຜັນຂະຫຍາຍ, ທ່ານ ອຸທອນຖະຫວິນ ວໍລະຈັກ, ຮອງເຈົ້າເມືອງ ໜອງບົກ ກ່າວວ່າ "ນີ້ກໍ່ແມ່ນຄວາມມຸ່ງຫວັງຂອງປະຊາຊົນໃນຫຼາຍປີ ເພາະພວກຂາ້ພະເຈົ້າບໍ່ມີເງື່ອນໄຂໃນການຜັນຂະຫຍາຍຢ່າງພຽງພໍ. ​ໂຄງການ​ຈະ​ປະກອບສ່ວນ​ເພີ່ມພູນຄູນສ້າງການ​ພົວພັນ​ມິດຕະພາບ​ແບບພິເສດ​ລະຫວ່າງ​ລາວ ​- ຫວຽດນາມ”.

ຫວຽດນາມ ໜູນຊ່ວຍ​ ລາວ ບັນດາກິດຈະກຳ​ທີ່​ແທດ​ຈິງ, ມີ​ປະສິດທິ​ຜົນ

ທ່ານ ອຸທອນຖະຫວິນ ວໍລະຈັກ, ຮອງເຈົ້າເມືອງ ໜອງບົກ. (ພາຍ:vov)

ນອກຈາກ​ບັນດາ​ໂຄງການ​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ການ​ຜະລິດ​ກະສິກຳແລ້ວ, ​ມີວິ​ສາ​ຫະກິດ, ບໍລິສັດຂອງ ຫວຽດນາມ ຫຼາຍແຫ່ງ ທີ່ພວມ​ດຳ​ເນີນ​ທຸລະ​ກິດ​ຢູ່​ບາງ​ແຂວງ, ນະຄອນ​ຂອງ​ລາວ ກໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຢ່າງແທດຈິງ ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ລາວ ພັດທະນາ​ເສດຖະກິດ ແລະ ຍົກສູງ​ຊີວິດ​ການ​ເປັນ​ຢູ່.

ປີ 2023 ທີ່ຜ່ານມານີ້, ບໍລິສັດຮ່ວມມືສາກົນ 705 ຂຶ້ນກັບທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໜູນຊ່ວຍພະແນກກະສິກຳ ແລະ ປ່າໄມ້ ແຂວງ ອຸດົມໄຊ ດ້ວຍເຂົ້າແນວພັນ 10 ໂຕນ ມູນຄ່າທັງໝົດປະມານ 430 ລ້ານດົ່ງ. ນີ້ລ້ວນແຕ່ແມ່ນ​ບັນດາ​ເຂົ້າແນວ​ທີ່​ໄດ້​ຮັບ​ການ​ປູກ​ເຂົ້າ​ຢ່າງ​ສຳ​ເລັດ​ຜົນ​ຢູ່ ຫວຽດນາມ ດ້ວຍສະມັດຕະພາບ​ 7 ​ໂຕນ/1 ​ເຮັກຕາ.

ທ່ານ ຄຳພອນ ມູນລາໄມ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ອຸດົມໄຊ ໃຫ້ຮູ້ວ່າ “ຈຳນວນເຂົ້າແນວທີ່ທະຫານເຂດ 2 ຂອງ ຫວຽດນາມ ເລືອກໃຫ້ພວກຂ້າພະເຈົ້າແມ່ນເຂົ້າແນວທີ່ດີ, ຖ້າເໝາະສົມກັບດິນທ້ອງຖິ່ນ, ຈະຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊ່ວຍເພີ່ມ​ທະວີ​ປະລິມານໃຫ້ພຽງພໍ ເພື່ອຜະລິດ​ສິນຄ້າ​ໃຫ້​ແກ່ທ້ອງ​ຕະຫຼາດພາຍ​ໃນ​ປະ​ເທດ ​ແລະ ອາດ​ຈະ​ສົ່ງ​ອອກ​ໃນ​ອະນາຄົດ”.

ໂດຍຕີ​ລາຄາ​ສູງ​ປະສິດທິ​ຜົນຈາກບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ຫວຽດນາມ - ລາວ ທີ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ທ່ານ ວຽງ​ສະຫວັນ ວິໄລ​ພອນ, ຮອງ​ປະທານ​ຜູ້ປະຈຳຄະນະ​ກຳມະການ​ຮ່ວມ​ມື ລາວ - ຫວຽດນາມ ໃຫ້ຮູ້ວ່າ "ຫວຽດນາມ ໜູນຊ່ວຍ​ ລາວ ໃນການຄົ້ນຄວ້າ, ຜັນຂະຫຍາຍບັນດານະໂຍບາຍພັດທະນາກະສິກຳ, ຊຸກຍູ້ການຮ່ວມມື - ການລົງທຶນໃນຂົງເຂດກະສິກຳນຳໃຊ້ເຕັກໂນໂລຢີສູງ ເພື່ອຜະລິດບັນດາຜະລິດຕະພັນກະເສດສະອາດ ແລະ ການຄຸ້ມຄອງແບບຍືນຍົງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກເຮົາຕ້ອງ​ສຸມ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວກັບ​ຜູ້​ຊ່ຽວຊານ​ດ້ານ​ກະສິກຳ, ການປະມົງ ແລະ ພັດທະນາ​ຊົນນະບົດ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນຂອງ 2 ປະ​ເທດ”.

ຕາມ​ຄະນະ​ກຳມະການ​ຮ່ວມ​ມື​ລາວ - ຫວຽດນາມ ​ແລ້ວ, ການປະຕິບັດງານກໍ່ສ້າງກິດຈະກຳ​ຮັບ​ໃຊ້​ການ​ຜະລິດ​ກະສິກຳ​ ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ, ຖືກຕາມອອກແບບ ໄດ້ເສີມຂະຫຍາຍສະມັດຕະພາບຢ່າງ​ສູງ​ສຸດ, ຊ່ວຍ​ປະຊາຊົນ​ດຳ​ເນີນ​ການ​ຜະລິດ​ກະສິກຳ​ທີ່ມີ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບສູງ, ປະກອບສ່ວນຍົກສຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງ​ຖິ່ນ, ຫຼຸດຜ່ອນ​ຄວາມ​ອຶດ​ຫີ​ວ, ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ, ພ້ອມກັນນັ້ນ ກໍ່ປັບປຸງສະພາບ​ແວດ​ລ້ອມ​ນິ​ເວດ​ໃນ​ພາກ​ພື້ນຕາມທິດ​ທາງ​ດີ, ຜ່ານ​ນັ້ນ​ ກໍ່ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຫວຽດນາມ - ລາວ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ​ສອງ​ປະ​ເທດ.

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ຍສໝ - ວັນ​ທີ 17 ເມສາ, ຢູ່​ແຂວງ ດົ່ງ​ນາຍ ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 2. ຢູ່ທີ່​ນີ້, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ອາຍຸການ 2024 – ...

ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ

ຍສໝ - ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ນາງ ຟ້າມທູຮັ່ງ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງລະງັບໃຈ, ແກ້​ໄຂ​ບັນດາ​ຄວາມ​ບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ.

ມິງດຶກ (ແປຕາມ baomoi.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.