ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ

16:15 | 25/01/2024

ຍສໝ - ງານ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ສາກົນ​ຕ້ອນຮັບ​ປີ​ໃໝ່ 2024 ​ແມ່ນ​ໂອກາດ​ເພື່ອໂຄສະນາຮູບພາບນະຄອນຫຼວງ ຮ່າ​ໂນ້ຍ - ນະຄອນເພື່ອສັນຕິພາບ, ນະຄອນອະລິຍະທຳ - ສີວິໄລ - ທັນ​ສະ​ໄໝ ​ໄປເຖິງ​ເພື່ອນ​ມິດ​ສາກົນ.

ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024 ຄົນອອກແຮງງານເກືອບ 3.000 ຄົນຈະສາມາດເດີນທາງດ້ວຍລົດໄຟ ແລະ ຍົນໂດຍບໍ່ເສຍຄ່າກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ປີ 2024
ເອກະລັກພິເສດ 'ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024' ເອກະລັກພິເສດ 'ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024'

​ໃນ​ບັນຍາກາດ​ຕ້ອນຮັບ​ລະດູບານ​ໃໝ່ປີມະໂລງ 2024, ​ເພື່ອ​ເພີ່ມທະວີສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ ​ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ, ຕອນ​ຄ່ຳ​ວັນ​ທີ 16 ມັງກອນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ​ໄດ້​ຈັດ​ຕັ້ງ​ລາຍການພົບພະແລກປ່ຽນສີລະປະ​ສາກົນ “ຕ້ອນຮັບ​ປີ​ໃໝ່ 2024” ຢູ່ໂຮງລະຄອນ ໂຮ່ເກື່ອມ.

​ເຂົ້າ​ຮ່ວມ​ລາຍການມີ​ ທ່ານ​ຮອງ​ຫົວໜ້າ​ຄະນະການຕ່າງປະເທດ​ສູນ​ກາງ ໂງເລວັນ , ທ່ານຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຫງວຽນ​ແມ້ງກຽນ, ທ່ານປະທານ HAUFO ຫງວຽນ​ຫງອກ​ກີ. ສ່ວນຝ່າຍ​ເພື່ອນ​ມິດສາ​ກົນ ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ປາ​ແລັດ​ສະ​ຕິນ, ຫົວໜ້າ​ຄະນະ​ການ​ທູດ​ປະຈຳ ຫວຽດນາມ Saadi Salama, ມີ​ຜູ້​ແທນ​ປະມານ 500 ທ່ານ ​ໃນ​ນັ້ນ​ລວມມີ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ, ຈີ​ເລ, ມົງ​ໂກນ, ບຸນ​ກາຣີ, ​ເມັກ​ຊິ​ໂກ ປະຈຳ ຫວຽດນາມ, ​ຜູ້ຕາງໜ້າ​ຄະນະ, ກະຊວງ, ຂະແໜງການ, ນັກສຶກສາຕ່າງປະເທດທີ່ຮຽນຢູ່ຮ່າໂນ້ຍຈຳນວນໜຶ່ງ...

ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ
ທ່ານປະທານ HAUFO ຫງວຽນ​ຫງອກ​ກີ ກ່າວຄຳປາໄສທີ່ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ

ກ່າວ​ຄຳປາໄສ​ທີ່ຄ່ຳຄືນພົບປະແລກປ່ຽນ, ທ່ານ​ປະທານ HAUFO ຫງວຽນຫງອກກີ ເນັ້ນ​ໜັກ​ວ່າ ປີ 2023 ​ແມ່ນ​ປີ​ປະສົບ​ຜົນສຳ​ເລັດ​ໃນການປະຕິບັດງານການ​ຕ່າງປະ​ເທດ​ຂອງ​ນະຄອນຫຼວງ ​ໃນ​ສະພາບ​ການ​ທີ່ມີຫຼາຍສິ່ງທ້າ​ທາຍ, ກາລະ​ໂອກາດສະຫຼັບຊັບຊ້ອນກັນໄປ, ມີຫຼາຍສາຍ​ພົວພັນ​ສອງຝ່າຍ, ຫຼາຍຝ່າຍລະຫວ່າງ​ ຮ່າ​ໂນ້ຍ ກັບ​ບັນດາ​ປະ​ເທດ, ​ເຂດແຄ້ວນ, ບັນດາ​ທ້ອງ​ຖິ່ນ, ອົງການ​ຕ່າງປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ຍົກ​ສູງ​ຂxນລະດັບສູງໃໝ່.

​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ມິດຕະພາບ​ຫຼາຍ​ຢ່າງ, ເປີດ​ກວ້າງ​ທິດທາງການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ; ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງຫາງສຽງ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ ​ຮ່າ​ໂນ້ຍ, ຂອງ ຫວຽດນາມ ໃນເວທີສາກົນ.

ເພື່ອ​ບັນ​ລຸ​ໄດ້​ບັນ​ດາຂີດໝາຍທີ່ສຳ​ຄັນ​ດັ່ງ​ກ່າວ, ທ່ານ ຫງວຽນ​ຫງອກ​ກີ ໄດ້​ຕີ​ລາ​ຄາ​ສູງ​ການ​ສະ​ໜັບ​ສະ​ໜູນ​ອັນໃຫຍ່ຫຼວງຂອງ​ເພື່ອນ​ມິດ​ສາ​ກົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ​ໄດ້​ສະ​ແດງຄຳຂອບ​ອົກ​ຂອບ​ໃຈ​ຢ່າງສູງ ແລະ ຈິງໃຈທິ່ສຸດ​ຕໍ່​ເພື່ອນ​ມິດສາ​ກົນ ຍ້ອນບັນດາຄວາມ​ຮັກ​ແພງ ​ແລະ ການສະໜັບສະໜູນໃຫ້ສຳລັບນະຄອນຫຼວງ ​ຮ່າ​ໂນ້ຍ.

ທ່ານ ຫງວຽນ​ຫງອກ​ກີ ກ່າວວ່າ: “ລະດູບານ​ໃໝ່​ ໄດ້​ນຳ​ມາ​ເຊິ່ງຄວາມມ່ວນ​ຊື່ນ, ຄວາມ​ປາຖະໜາໃໝ່ໃຫ້​ປີ​ໃໝ່​ທີ່​ດີ, ​ເຕັມ​ໄປ​ດ້ວຍພະລັງ; ພ້ອມກັນນັ້ນ ກໍ່ນຳ​ມາ​ເຊິ່ງກາລະ​ໂອກາດ​ຫຼາຍ​ຢ່າງ​ ເພື່ອງຽກງານການ​ຕ່າງປະ​ເທດ​ປະຊາຊົນ ຈະສືບ​ຕໍ່​ພັດທະນາຢ່າງເຂັ້ມແຂງ, ຂໍ​ໃຫ້​ພວກ​ເຮົາ​ຕ້ອນຮັບ​​ ແລະ​ ພ້ອມກັນກະທຳເພື່ອ​ຫັນຄວາມ​ສາ​ມາດບົ່ມຊ້ອນ ​ແລະ ​ໂອ​ກາດ​ນັ້ນໃຫ້ປະກົດຜົນເປັນຈິງ”.

ທ່ານປະທານ HAUFO ຫວັງວ່າ ໃນຊຸມມື້ຢູ່ ຫວຽດນາມ, ພິເສດແມ່ນໃນໂອກາດບຸນເຕັດປີມະໂລງທີ່ຈະມາເຖິງ “ບັນດາເພື່ອນມິດຕ່າງປະເທດ ກໍຈະເຫັນວ່າ ພວມຄືກັບຢູ່ບ້ານເກີດເມືອງນອນຂອງຕົນ”.

ຕາງໜ້າ​ໃຫ້​ບັນດາ​ເພື່ອນ​ມິດສາ​ກົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ປາ​ແລັດ​ສະ​ຕິນ, ຫົວໜ້າ​ຄະນະ​ການ​ທູດ​ປະຈຳ ຫວຽດນາມ Saadi Salama ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ປະຊາຊົນ​ນະຄອນຫຼວງ ຈົ່ງ​ມີປີໃໝ່ສັນຕິພາບ, ຄວາມຜາສຸກ​ ​ແລະ ວັດທະນາຖາວອນ; ອວຍພອນໃຫ້ HAUFO ປະສົບຜົນສຳເລັດໃນຄວາມມານະພະຍາຍາມປັບປຸງ ແລະ ຊຸກຍູ້ການເຄື່ອນໄຫວທາງການທູດຂອງປະຊາຊົນ, ກໍ່ຄືການເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ ຮ່າໂນ້ຍ ເວົ້າສະເພາະ, ປະຊາຊົນ ຫວຽດນາມ ເວົ້າລວມ ກັບປະຊາຄົມສາກົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Saadi Salama ​ໃຫ້​ຮູ້​ວ່າ ຮ່າ​ໂນ້ຍ ​ແມ່ນ​ນະຄອນເພື່ອສັນຕິພາບ, ດ້ວຍ​ຖານະບົດບາດແມ່ນໃຈກາງດ້ານການ​ເມືອງ, ວັດທະນະທຳ, ​ເສດຖະກິດ, ສັງຄົມ - “ຫົວ​ໃຈ” ຂອງ​ທົ່ວປະ​ເທດ, ​ໄດ້​ກາຍ​ເປັນ​ຈຸດໝາຍດຶງດູດກ່ຽວກັບເພື່ອນ​ມິດສາ​ກົນຢ່າງສຳເລັດຜົນ.

ທ່ານ​ຫົວໜ້າຄະນະການທູດ ໄດ້ເນັ້ນ​ໜັກ​ວ່າ ໃນປີ​ນີ້, ຄະນະການທູດກຽມພ້ອມທີ່ຈະຮ່ວມເດີນທາງກັບ HAUFO ​ໃນ​ບັນດາການ​ເຄື່ອນ​ໄຫວ​ສັນຕິພາບ, ມິດຕະພາບ, ວັດທະນະທຳ, ກິລາ ​ເພື່ອ​ຊຸກຍູ້​ການ​ທູດ​ປະຊາຊົນ.

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ HAUFO ຈະ​ສືບ​ຕໍ່​ມີຜົນສຳເລັດຫຼາຍກວ່າອີກໃນບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ຮ່າ​ໂນ້ຍ ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້າ​ລວມກັບ​ບັນ​ດາ​ອົງ​ການ​ການ​ທູດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ກໍຄືເພື່ອນ​ມິດ​ຕ່າງ​ປະ​ເທດ​ທີ່ຢູ່ດຳລົງຊີວິດ ແລະ ເຮັດ​ວຽກ​ຢູ່ ​ຫວຽດ​ນາມ". ທ່ານເອກອັກຄະລັດຖະທູດ Saadi Salama ແບ່ງປັນ.

ຈຸດ​ພົ້ນ​ເດັ່ນ​ຂອງ​ຄ່ຳຄືນພົບປະແລກປ່ຽນ​ ແມ່ນພາກແລກປ່ຽນ, ​ແບ່ງປັນ, ​ຕີ​ລາຄາກ່ຽວກັບວຽກ​ງານ​ການ​ຕ່າງປະ​ເທດ ​ເວົ້າ​ລວມ, ວຽກ​ງານ​ການ​ຕ່າງປະ​ເທດປະຊາຊົນ ​ເວົ້າ​ສະ​ເພາະ ​ໃນ​ປີ 2023 ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ອະດີດ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ແລະ ທ່ານ Andrew Goledzinowski, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ.

ລາຍການສິລະປະ ໄດ້ຈັດສ້າງຢ່າງພິຖີພິຖັນ, ໃຫຍ່ໂຕໂອ້ໂຖງ, ເປັນເອກະລັກພິເສດ, ດ້ວຍສີສັນອັນອຸດົມສົມບູນ ໂດຍບັນດານັກສິລະປິນ, ນັກສະແດງ ຫວຽດນາມ ແລະ ບັນດານັກສິລະປິນສະໝັກຫຼິ້ນຕ່າງປະເທດ ສະແດງ.

ຄ່ຳ​ຄືນ​ພົບພະແລກປ່ຽນ​ແມ່ນ​ຂອງຂວັນ​ໃຫ້ບັນດາຜູ້​ແທນ​ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່, ປະກອບສ່ວນ​ເພີ່ມ​ທະວີຄວາມສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ ຫວຽດນາມ ກັບປະຊາຊົນ​ບັນດາ​ປະ​ເທດ​ ເວົ້າ​ລວມ ​ແລະ ລະຫວ່າງ​ປະຊາຊົນນະຄອນ ຮ່າ​ໂນ້ຍ ກັບ​ປະຊາຊົນບັນດາ​​ນະຄອນຫຼວງ, ນະຄອນ​ໃນ​ທົ່ວ​ໂລກ​. ລາຍການຍັງ​ແມ່ນ​ໂອກາດ​ເພື່ອ​ໂຄສະນາຮູບພາບນະຄອນຫຼວງ ຮ່າ​ໂນ້ຍ - ນະຄອນ​ເພື່ອ​ສັນຕິພາບ, ນະຄອນອະລິຍະທຳ - ສີວິໄລ - ທັນສະໄໝ ໄປເຖິງເພື່ອນມິດສາກົນອີກດ້ວຍ.

ຮູບພາບຈຳນວນໜຶ່ງຂອງຄ່ຳ​ຄືນ​ພົບພະແລກປ່ຽນ​ສິ​ລະ​ປະ​ສາ​ກົນ​ຕ້ອນ​ຮັບ​ປີ​ໃໝ່ 2024:

ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ
ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ
ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ
ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ
ຄ່ຳຄືນພົບປະແລກປ່ຽນສິລະປະສາກົນ ຕ້ອນຮັບປີໃໝ່ 2024: ເຊື່ອມຕໍ່ ແລະ ແຜ່ກະຈາຍຄວາມຮັກແພງ ຮ່າໂນ້ຍ

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.