ຟື້ນຟູ, ອະນຸລັກ ແລະເສີມຂະຫຍາຍວັດທະນະທຳທີ່ບໍ່ເປັນວັດຖຸຂອງບັນດາຊົນເຜົ່າສ່ວນໜ້ອຍທີ່ມີຄວາມສ່ຽງຕໍ່ການຄ່ອຍໆເສື່ອມເສຍໄປ

16:07 | 14/08/2024

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ອອກ​ມະຕິ​ເລກທີ 2062/QD-BVHTTDL ກ່ຽວ​ກັບ​ການຈັດ​ຕັ້ງ​ໂຄງການໜູນ​ຊ່ວຍ​ການ​ຄົ້ນຄວ້າ, ຟື້ນ​ຟູ, ອະນຸລັກ​ ​ແລະ ເສີມຂະຫຍາຍ​ວັດທະນະທຳທີ່​ບໍ່ເປັນວັດຖຸ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ມີຄວາມສ່ຽງຕໍ່ການຄ່ອຍໆເສື່ອມເສຍໄປ ​ຢູ່​ແຂວງ​ກອນ​ຕູມ, ດ້ຽນບຽນ, ກວາງບິ່ງ ແລະ ເລິມດົ່ງ.

ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ ປີ 2022 ຈະສ້າງກຳລັງຜັກດັນໃຫ້ການທ່ອງທ່ຽວຫວຽດນາມ ຟື້ນຟູ ແລະ ພັດທະນາ
ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ
Cần nghiên cứu, phục hồi, bảo tồn, phát huy văn hóa phi vật thể các dân tộc thiểu số có nguy cơ mai một (Ảnh minh họa)  ຕ້ອງ​ຄົ້ນ​ຄ້ວາ, ຟື້ນ​ຟູ, ອະນຸລັກ​ ​ແລະ ​ເສີມຂະຫຍາຍ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່ມີຄວາມ​ສ່ຽງຕໍ່ການ​ຄ່ອຍເສື່ອມເສຍໄປ (ພາບມີງຮົ້ວ)

ຕ້ອງ​ຄົ້ນ​ຄ້ວາ, ຟື້ນ​ຟູ, ອະນຸລັກ​ ​ແລະ ​ເສີມຂະຫຍາຍ​ວັດທະນະທຳທີ່​ບໍ່​ເປັນວັດຖຸ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່ມີຄວາມ​ສ່ຽງຕໍ່ການ​ຄ່ອຍໆເສື່ອມເສຍໄປ (ພາບປະກອບ)

ມະຕິ​ໄດ້​ຊີ້​ແຈ້ງ ​ໃນ​ໄຕ​ມາດ​ທີ III ​ແລະ IV ປີ 2024, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຈະ​ປະສານສົມທົບ​ກັບ​ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ພະແນກວັດທະນະທຳ ແລະ ກິລາ ແຂວງກອນຕູມ, ດ້ຽນບຽນ, ກວາງບິ່ງ ແລະ ເລິມດົ່ງ ດຳເນີນການຄົ້ນຄວ້າ, ຟື້ນຟູ ແລະ ອະນຸລັກຮັກສາວັດທະນະທຳພື້ນເມືອງອັນດີງາມຄື: ທໍານອງກອນຂັບລໍາພື້ນບ້ານ, ຈັງຫວະຟ້ອນພື້ນເມືອງ, ສິລະປະການສະແດງພື້ນເມືອງ, ຫັດຖະກໍາພື້ນເມືອງທີ່ກໍາລັງມີຄວາມສ່ຽງຕໍ່ການ​ຄ່ອຍເສື່ອມເສຍໄປ, ສູນ​ເສຍ​ສີສັນເອກະລັກ​ຂອງບັນດາຊົນເຜົ່າ ​ເຊີ​ດັງ, ບາ​ນາ, ຜູ່​ຫຼາ, ຈຶດ, ບຣູ-ເວີນກ່ຽວ ​ແລະ ຊົນ​ເຜົ່າ​ມະ.

ລະອຽດແມ່ນຈັດຕັ້ງໜູນຊ່ວຍການຄົ້ນຄວ້າ, ຟື້ນຟູ, ອະນຸລັກ, ເສີມຂະຫຍາຍວັດທະນະທໍາທີ່ບໍ່ເປັນວັດຖຸຂອງຊົນເຜົ່າບານາ ຢູ່ເມືອງ ດັກຮ່າ ແລະ ຊົນເຜົ່າເຊີດັງ ຢູ່ເມືອງກອນເຣີຍ, ແຂວງກອນຕູມ; ຈັດຕັ້ງໜູນຊ່ວຍການຄົ້ນຄວ້າ, ບູລະນະ, ອະນຸລັກ ແລະ ເສີມຂະຫຍາຍວັດທະນະທໍາທີ່ບໍ່ເປັນວັດຖຸຂອງຊົນເຜົ່າຜູ່ຫຼາ ຢູ່ເມືອງ ຕວ່ນຢາວ, ແຂວງດ້ຽນບຽນ; ຈັດຕັ້ງໜູນຊ່ວຍການຄົ້ນຄວ້າ, ຟື້ນຟູ, ອະນຸລັກ, ເສີມຂະຫຍາຍວັດທະນະທໍາທີ່ບໍ່ວັດຖຸຂອງຊົນເຜົ່າຈືດ ຢູ່ເມືອງມິງຮົ່ວ ແລະ ຊົນເຜົ່າບຣູ-ເວີນກ່ຽວ ​ຢູ່ເມືອງ ເລ໋ຖຸຍ, ແຂວງກວາງບິ່ງ; ຈັດຕັ້ງໜູນຊ່ວຍການຄົ້ນຄວ້າ, ຟື້ນຟູ, ອະນຸລັກ, ເສີມຂະຫຍາຍວັດທະນະທໍາທີ່ບໍ່ເປັນວັດຖຸຂອງຊົນເຜົ່າມະ ຢູ່ເມືອງບ໋າວເລີມ, ແຂວງເລິມດົ່ງ.

ເນື້ອໃນການຜັນຂະຫຍາຍປະກອບມີການສໍາຫຼວດ, ການສືບສວນ, ສະຖິຕິ ແລະ ການເກັບກໍາຂໍ້ມູນບັນດາປະເພດຂອງວັດທະນະທໍາທີ່ບໍ່ເປັນວັດຖຸ; ສ້າງ​ເນື້ອ​ໃນ​ການ​ຄົ້ນ​ຄ້ວາ: ສັງ​ລວມ​ສະພາບ​ການ​ໃນ​ປະຈຸ​ບັນ, ​ຕີ​ລາຄາ​ສະພາບ​ການ​ປະຈຸ​ບັນ, ສ້າງບັນດາ​ບົດ​ລາຍ​ງານ​ຂໍ້​ມູນ, ​ບົດ​ລາຍ​ງານ​ການ​ສຳ​ຫຼວດກວດກາ, ​​ລາຍ​ງານ​ສັງ​ລວມ; ສະ​ເໜີ​ວິ​ທີ​ແກ້​ໄຂ​ເພື່ອ​ດໍາເນີນການອະນຸລັກ ​ແລະ ​ຊຸກ​ຍູ້​ວັດ​ທະ​ນະ​ທຳ​ທີ່ບໍ່ເປັນວັດຖຸ.

ຈັດ​ຕັ້ງ​​ຝຶກ​ອົບ​ຮົມການອະນຸລັກ, ຖ່າຍທອດສິດ​ສອນ, ສະແດງ, ສະທ້ອນໃຫ້ເຫັນ​ວັດ​ທະ​ນະ​ທໍາ​​ທີ່ບໍ່ເປັນວັດຖຸ; ສະຫນັບສະຫນູນອຸປະກອນ, ເຄື່ອງດົນຕີ, ອຸປະກອນການສະແດງ; ຈັດ​ຕັ້ງ​ການ​ຖ່າຍ​ຮູບພາບ, ບັນທຶກຖ່າຍ​ວິ​ດີ​ໂອ, ສ້າງ​ຮູບ​ເງົາສາລະຄະດີ​ກ່ຽວ​ກັບ​ຂະ​ບວນ​ການ​ຈັດ​ຕັ້ງ​ການອະນຸລັກ​ວັດ​ທະ​ນະ​ທຳ​​ທີ່ບໍ່ເປັນວັດຖຸ; ອັດແຜ່ນ​ດີ​ວີ​ດີ ​ແຈກ​ຢາຍ​ໃຫ້​ປະຊາຊົນ​ແນໃສ່ເພື່ອ​ຮັບ​ໃຊ້ເຂົ້າໃນ​ວຽກ​ງານ​ອະນຸລັກ​ ​ແລະ ໂຄສະນາວັດທະນາທໍາພື້ນເມືອງ​ຂອງ​ຊົນ​ເຜົ່າສ່ວນໜ້ອຍ...

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເພື່ອແນໃສ່​ປະຕິບັດ​ບັນດາແຜນນະໂຍບາຍ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ອະນຸລັກ​, ເສີມຂະຫຍາຍວັດທະນະທຳພື້ນເມືອງຂອງບັນດາຊົນ​ເຜົ່າສ່ວນໜ້ອຍ, ປະກອບສ່ວນ, ເສີມຂະຫຍາຍ​ແຫຼ່ງ​ເງິນ​ລົງທຶນ​ຂອງ​ລັດ, ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ, ສະ​ເໜີວິທີ​ແກ້​ໄຂ​ເພື່ອ​ອະນຸລັກ, ເສີມຂະຫຍາຍລັກສະນະສະເພາະ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ແຂວງກອນ​ຕູມ, ດ້ຽນບຽນ, ກວາງ​ບິ່ງ ​ແລະ ເລິມດົ່ງ.

ຜ່ານສິ່ງເຫຼົ່ານັ້ນ, ແນໃສ່ເພີ່ມທະວີຄວາມສາມັກຄີພາຍໃນຊົນເຜົ່າ, ໂດຍສະເພາະແມ່ນຫ້ອງເດັກນ້ອຍ ໂດຍຜ່ານບັນດາການເຄື່ອນໄຫວວັດທະນະທຳ, ການສິດສອນບັນດາທໍານອງກອນຂັບລໍາພື້ນບ້ານ, ຈັງຫວະຟ້ອນພື້ນບ້ານ, ສິດສອນອາຊີບພື້ນບ້ານ, ພິທີກໍາທາງວັດທະນະທໍາທີ່ເຂັ້ມຂຸ້ນໄປດ້ວຍເອກະລັກສະເພາະຂອງແຕ່ລະຊົນເຜົ່າ; ສ້າງ​ເງື່ອນ​ໄຂ​​ໃຫ້​ຊຸມຊົນໄດ້​ແລກປ່ຽນ, ລະຫຼີ້ນເພື່ອຄວາມສົດໃສ ປອດໄພ ຈາກບັນດາຄຸນຄ່າວັດທະນະທໍາພື້ນເມືອງຂອງຕົນ.

ຈາກ​ນັ້ນ, ກໍ່ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານອະນຸລັກ, ເສີມຂະຫຍາຍ​ເອກະລັກສະເພາະ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຍົກສູງບົດບາດກຳລັງຄວາມສາມາດອັດຕະພາບ​ວັດທະນະທຳ​ຂອງ​ບັນດາສິລະປະກອນ, ຜູ້ອາວຸໂສພາຍໃນບ້ານ, ນາຍ​ບ້ານ, ຜູ້ທີ່ສ້າງອິດທິພົນຊື່ສຽງ ແລະ ພີ່ນ້ອງຊົນເຜົ່າ​ສ່ວນ​ໜ້ອຍເຂດ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ໄລຍະ​ປະຈຸ​ບັນ.

ກະຊວງ​ວັດທະນະທຳ, ກິລາ ແລະ ທ່ອງ​ທ່ຽວ ກໍ່​ຮຽກຮ້ອງ​ໃຫ້​ຈັດ​ຕັ້ງໜູນ​​ຊ່ວຍ​ການ​ຄົ້ນ​ຄ້ວາ, ຟື້ນຟູ, ອະນຸລັກ ​ແລະ ເສີມຂະຫຍາຍ​ວັດທະນະທຳ​​ທີ່ບໍ່ເປັນວັດຖຸຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຕ້ອງຮັບປະກັນຄວາມແທດຈິງ, ມີ​ປະສິດທິ​ຜົນ ແລະສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ.

ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່ການປຸກ​ລະດົມ, ກະຕຸ້ນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຕັ້ງໜ້າເຂົ້າຮ່ວມ​ການເຄື່ອນໄຫວໃນ​ການ​ອະນຸລັກ​ເອກະລັກສີສັນ​ວັດທະນະທຳ​ພື້ນ​ເມືອງ; ເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງພໍ່ແມ່ພີ່ນ້ອງໃນການແຜ່ຂະຫຍາຍຮູບແບບໃນການອະນຸລັກວັດທະນະທໍາພື້ນເມືອງອັນດີງາມຂອງພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍຢູ່ກອນຕູມ, ດ້ຽນບຽນ, ກວາງບິ່ງ ແລະ ເລິມດົ່ງ.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.