ບິ່ງເຢືອງ ຈັດງານບຸນ ຕົວລະຄອນສັນຍາລັກ ແລະ ລິຂະສິດ ຫວຽດນາມ - ສ.ເກົາຫຼີ 2024

00:00 | 05/10/2024

ຍສໝ - ວັນທີ 3 ຕຸລາ, ຢູ່ສູນວາງສະແດງສິນຄ້າສາກົນ WTC Expo (ແຂວງ ບິ່ງເຢືອງ) ໄດ້ຈັດພິທີເປີດ “ງານບຸນຕົວລະຄອນສັນຍາລັກ ແລະ ລິຂະສິດ ຫວຽດນາມ - ສ.ເກົາຫຼີ ແລະ Festival ລິຂະສິດ 2024” ຂຶ້ນໂດຍອົງການເນື້ອໃນປະດິດສ້າງຂອງ ສ.ເກົາຫຼີ ຢູ່ ຫວຽດນາມ ສົມທົບກັບສູນການຄ້າໂລກ WTC ບິ່ງເຢືອງ.

ນັກທ່ອງທ່ຽວ ສ.ເກົາຫຼີ ເປັນອັນດັບໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ
ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ

ງານບຸນຕົວລະຄອນສັນຍາລັກ ແລະ ລິຂະສິດ ລະ​ຫວ່າງ ​ຫວຽດ​ນາມ - ສ​.ເກົາ​ຫຼີ 2024 (VKCLF 2024) ດຳ​ເນີນ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 5 ຕຸລາ. ງານນີ້ແມ່ນໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ນັກປະດິດ​ສ້າງ​ເນື້ອ​ໃນ ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ພົວພັນ, ​ເປີດ​ກວ້າງ​ການ​ຕະຫຼາດ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມືຄວາມສາມາດບົ່ມຊ້ອນ​ໃນ​ຂະ​ແໜງ​ອຸດສາຫະກໍາຕົວລະຄອນສັນຍາລັກທີ່ຫາກໍ່ພົ້ນເດັ່ນຂຶ້ນໃໝ່ໃນ ​ຫວຽດນາມ.

Các đại biểu thực hiện nghi thức khai mạc Ngày hội Nhân vật biểu tượng và Bản quyền Việt Nam – Hàn Quốc 2024 - (Ảnh: Văn Thuận/binhduong.gov.vn). ບັນດາຜູ້ແທນໄດ້ດຳເນີນພິທີເປີດງານບຸນສັນຍາລັກຕົວລະຄອນ ແລະ ລິຂະສິດ ຫວຽດນາມ - ສ.ເກົາຫຼີ 2024 - (ພາບ: ວັນທ້ວນ/binhduong.gov.vn).

ບັນດາຜູ້ແທນໄດ້ດຳເນີນພິທີເປີດງານບຸນຕົວລະຄອນສັນຍາລັກ ແລະ ລິຂະສິດ ຫວຽດນາມ - ສ.ເກົາຫຼີ 2024 - (ພາບ: ວັນທ້ວນ/binhduong.gov.vn).

ທ່ານ Seong Im Kyeong ​ຕາງ​ໜ້າ​ອໍານວຍການອົງ​ການ​ເນື້ອ​ໃນ​ປະ​ດິດ​ສ້າງ ສ.ເກົາຫຼີ ປະ​ຈຳ​ ຫວຽດ​ນາມ (KOCCA Vietnam) ເຊື່ອໝັ້ນ​ວ່າ ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ທັນ​ສະ​ໄໝ ແລະ ຄວາມ​ຕັ້ງ​ໃຈ​ເພື່ອ​ຊຸກ​ຍູ້​ຂະແໜງອຸດສາຫະກໍາ ຕົວລະຄອນສັນຍາລັກ ແລະ ​ລິ​ຂະ​ສິດ​ຢູ່ ​ບິ່ງ​ເຢືອງ, ງານ​ບຸນຕົວລະຄອນສັນຍາລັກ ແລະ ​ລິ​ຂະ​ສິດ ​ຫວຽດ​ນາມ - ສ.​ເກົາ​ຫຼີ 2024 ຈະ​ສືບ​ຕໍ່​ເກັບກ່ຽວຜົນສໍາເລັດທີ່ໂດດເດັ່ນຂຶ້ນຕື່ມ.

ງານ​ຄັ້ງ​ນີ້​ມີ​ຫຼາຍ​ກິດ​ຈະ​ກຳ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ດຶງ​ດູດ​ໃຈ​ຄື: ຢ້ຽມ​ຊົມ​ຮ້ານ​ວາງ​ສະ​ແດງ; ພົບປະ ແລະ ຖ່າຍຮູບຮ່ວມຕົວລະຄອນສັນຍາລັກ ສ.ເກົາຫຼີ; ນຸ່ງເສື້ອ Hanbok, ຊິມອາຫານ ແລະ ຊອກຮູ້ວັດທະນະທໍາ ສ.ເກົາຫຼີ; ເຊື່ອມ​ຕໍ່ B2B ​ກັບ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ - ສ.​ເກົາ​ຫຼີ 100 ກວ່າ​ແຫ່ງ​ ໃນ​ຂະ​ແໜງຕົວລະຄອນສັນຍາລັກ ແລະ ​ລິ​ຂະ​ສິດ.

ຄຽງຂ້າງກັນນັ້ນ, ຍັງໄດ້ຈັດກອງປະຊຸມແນະນຳ ຕົວລະຄອນທີ່ເປັນສັນຍາລັກ ແລະ ກາຕູນ ສ.ເກົາຫຼີ; ຊົມກະແສຟອງ Hallyu ດ້ວຍກິດຈະກໍາເຊັ່ນ: "ຫຼິ້ນ quiz ມືໄວ, ຮັບຂອງຂວັນອັນໃຫຍ່", "random dance K-pop"...

ພ້ອມກັນຜັນຂະຫຍາຍກັບງານ VKCLF 2024, ມີງານບຸນຮຽນ ແລະ ຫຼິ້ນ 2024 (Learn & Play Festival 2024), ສ້າງສະຖານທີ່ຊື້ເຄື່ອງ ແລະ ປະສົບການຕົວຈິງທີ່ອຸດົມສົມບູນ ດ້ວຍກວ່າ 100 ຮ້ານ ແລະ ກິດຈະກຳທີ່ໜ້າສົນໃຈຫຼາຍຢ່າງຈາກເຂດສວນສະໜຸກດາວເຄາະມະຫັດສະຈັນ ໄປເຖິງລາຍານສະແດງເທິງເວທີທີ່ມີລັກສະນະພິເສດສະເພາະ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ຍສໝ​ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ໝາກສົ້ມໂອ ຫວຽດນາມ ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປ ສ.ເກົາຫຼີ ໝາກສົ້ມໂອ ຫວຽດນາມ ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປ ສ.ເກົາຫຼີ

ຍສໝ - ກົມປ້ອງກັນພືດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໃຫ້​ຮູ້​ວ່າ: ກົມ​ກັກ​ກັນ​ພະຍາດສັດ ​ແລະ ພືດ ສ.​ເກົາຫຼີ (APQA) ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ​ຢູ່​ເວັບ​ໄຊ​ຂອງ APQA ກ່ຽວ​ກັບ​ລະບຽບ​ການ​ນຳ​ເຂົ້າ​ໝາກ​ສົ້ມໂອ​ສົດ​ຈາກ ຫວຽດນາມ ​ໄປ ສ.​ເກົາຫຼີ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.