![]() | ຄະນະກຳມະການສັນຕິພາບ ຫວຽດນາມ ຍູ້ແຮງການເຄື່ອນໄຫວການສຶກສາສັນຕິພາບໃນປີ 2025 |
![]() | ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025 |
ຕາມກົມໃຫຍ່ທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ), ໃນໂອກາດວັນພັກປີໃໝ່ປະຈຳຊາດຫວຽດນາມ 2025 (ແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ), ຂະແໜງທ່ອງທ່ຽວທົ່ວປະເທດຄາດວ່າ ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 12,5 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ປີນີ້, ວັນພັກປີໃໝ່ແກ່ຍາວເຖິງ 9 ວັນ ແລະ ດ້ວຍສະພາບອາກາດທີ່ເອື້ອອຳນວຍ ສະນັ້ນ ການເຄື່ອນໄຫວທ່ອງທ່ຽວມີຄວາມຟົດຟື້ນ ແລະ ຄຶກຄັກຢູ່ເກືອບທຸກຈຸດໝາຍປາຍທາງຂອງການທ່ອງທ່ຽວໃນທົ່ວປະເທດ. ນັກທ່ອງທ່ຽວມີທ່າອ່າອ່ຽງເລືອກເຟັ້ນເອົາບັນດາຈຸດໝາຍປາຍທາງແມ່ນແຫຼ່ງມໍລະດົກ, ຄວາມສັດທາເຫຼື້ອມໃສ ແລະ ວັດທະນະທຳທີ່ມີຊື່ສຽງຢູ່ບັນດາທ້ອງຖິ່ນເຊັ່ນ: ດາຫຼາດ, ຍາຈາງ, ຝູກັວກ, ດ່າໜັງ, ນະຄອນ ໂຮ່ຈີມິນ, ຫວຸງເຕົ່າ, ຮ່າໂນ້ຍ, ໝຸຍແໜ, ໂຮ້ຍອານ, ຊາປາ. ນອກຈາກນີ້, ບັນດາຈຸດໝາຍປາຍທາງຢູ່ເຂດພູດອຍທາງພາກເໜືອ ກໍ່ຍັງດຶງດູດນັກທ່ອງທ່ຽວຈາກພາກໃຕ້ເປັນຈຳນວນຫຼວງຫຼາຍອີກດ້ວຍ. ທ່າອ່ຽງຂອງການເດີນທາງແບບເປັນສ່ວນຕົວ, ເປັນກຸ່ມນ້ອຍ, ແບບຄອບຄົວ, ບໍລິການຈອງດ້ວຍຕົນເອງຢູ່ບັນດາຈຸດໝາຍປາຍທາງສືບຕໍ່ເພີ່ມຂຶ້ນ, ພິເສດແມ່ນຢູ່ບັນດາຈຸດໝາຍປາຍທາງໃກ້ກັບຕະຫຼາດແຫຼ່ງທ່ອງທ່ຽວຕ່າງໆຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ.
![]() |
ນັກທ່ອງທ່ຽວຕ່າງປະເທດໃຈຈົດຈໍ່ເບິ່ງສາກການສະແດງເຊີດມັງກອນຢູ່ບຸນ ໂນນ ດົງດາ (ຮ່າໂນ້ຍ). (ພາບ: ສຸຂະພາບ & ຊີວິດ) |
ເນື່ອງໃນໂອກາດວັນພັກບຸນປີໃໝ່ປີ 2025 ຍັງໄດ້ບັນທຶກຈໍານວນນັກທ່ອງທ່ຽວຕ່າງຊາດທີ່ເພີ່ມຂຶ້ນສູງຢູ່ຫຼາຍທ້ອງຖິ່ນຄື: ກວາງນິງ ຄາດວ່າຕ້ອນຮັບແຂກທ່ອງທ່ຽວ 228.700 ເທ່ືອຄົນ; ນະຄອນ ດ່າໜັງ ຄາດວ່າຕ້ອນຮັບແຂກທ່ອງທ່ຽວກວ່າ 228.000 ເທື່ອຄົນ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2024; ກວາງນາມ ຄາດວ່າຕ້ອນຮັບແຂກທ່ອງທ່ຽວ 157.000 ເທື່ອຄົນ, ເພີ່ມຂຶ້ນ 40%; ຮ່າໂນ້ຍ ຄາດວ່າຕ້ອນຮັບແຂກທ່ອງທ່ຽວ 142.000 ເທື່ອຄົນ, ເພີ່ມຂຶ້ນ 15,8%; ນະຄອນ ໂຮ່ຈີມິນ ຄາດວ່າຕ້ອນຮັບແຂກທ່ອງທ່ຽວ 87.358 ເທື່ອຄົນ, ເພີ່ມຂຶ້ນ 16,5%… ຈຳນວນແຂກຕ່າງຊາດມາ ຫວຽດນາມ ຍັງຄົງເພີ່ມຂຶ້ນຕໍ່ເນື່ອງ ດ້ວຍຜົນຂອງນະໂຍບາຍການອອກວີຊາທີ່ສະດວກ ແລະ ການກຳນົດທິດທີ່ຖືກຕ້ອງໃນການປັບປຸງໂຄງສ້າງຕະຫຼາດນັກທ່ອງທ່ຽວ, ຄວາມພະຍາຍາມຂອງບັນດາທຸລະກິດ, ທ້ອງຖິ່ນໃນການເຮັດຜະລິດຕະພັນໃໝ່ ແລະ ການເຄື່ອນໄຫວສົ່ງເສີມ ແລະ ໂຄສະນາໄດ້ຜັນຂະຫຍາຍຢ່າງກວ້າງຂວາງ.
ຕາມກົມທ່ອງທ່ຽວແຫ່ງຊາດຫວຽດນາມແລ້ວ, ບັນດາອົງການທ່ອງທ່ຽວໃຫຍ່ຄື: Hanoitourist, Saigontourist, Vietravel, Du lich Viet, Benthanhtourist... ໄດ້ສ້າງຫຼາຍລາຍການທ່ອງທ່ຽວໃໝ່ທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍຫຼາຍລາຍການ, ຮູບການໂປຣໂມຊັ້ນທີ່ເປັນໜ້າສົນໃຈ. ໃນນັ້ນ, ບັນດາໜ່ວຍງານສຸມໃສ່ເຮັດໃຫ້ທ່າແຮງບູລິມະສິດຂອງເຂດພາກພົ້ນເດັ່ນ, ຮ່ວມສຳພັນການພັດທະນາຕາມທິດ “ໜຶ່ງເສັ້ນທາງ, ຫຼາຍຈຸດໝາຍປາຍທາງ”, ຫັນເປັນການບໍລິການ ແນໃສ່ເພີ່ມລາຍຮັບວິສາຫະກິດໃນໄລຍະປີໃໝ່.
ສິ່ງທີ່ຄວນເອົາໃຈໃສ່, ບາງທ້ອງຖິ່ນທີ່ມີທ່າເຮືອສາກົນ ກໍ່ໄດ້ຈັດຕັ້ງເພື່ອຕ້ອນຮັບແຂກທ່ອງທ່ຽວກໍາປັ່ນເດີນທະເລ ໃນຊ່ວງປີໃໝ່ 2025 ຄື: ນະຄອນດ່າໜັງ ໄດ້ຕ້ອນຮັບກຳປັ່ນ Crystal Symphony ແລະ Silver Dawn ທີ່ພານັກທ່ອງທ່ຽວຊາວອາເມລິກາ ແລະ ອັງກິດ 1.800 ຄົນ ມາຢ້ຽມຊົມບັນດາຈຸດໝາຍປາຍທາງໃນນະຄອນ; ກວ໋າງນິງ ໄດ້ຕ້ອນຮັບກຳປັ່ນ 4 ລຳ Mediteranea, Celebrity Solstice, Silver Dawn ແລະ Crystal Symphony ພ້ອມດ້ວຍຜູ້ໂດຍສານທັງໝົດ 6.000 ຄົນ ແລະ ລູກເຮືອ 4.000 ຄົນ ເຂົ້າມາ “ແຮກໝານ”...
![]() |
ນັກທ່ອງທ່ຽວຊາວໂປແລນ ມາຮອດແຂວງແຄ໋ງຮ່ວາ ໃນມື້ວັນທີ 1 ຂອງບຸນປີໃໝ່ປີມະເສັງ. (ພາບ: ໜັງສືພິມ ແຄ໋ງຮ່ວາ) |
ບັນດາສະຖານທີ່ພັກເຊົາບ່ອນທ່ອງທ່ຽວໄດ້ເປັນເຈົ້າການໃນການຕົບແຕ່ງໃຫ້ດີຂຶ້ນ ແລະ ກະກຽມພື້ນຖານວັດຖຸ, ກໍາລັງຄົນບໍລິການແຂກທ່ອງທ່ຽວໃນຊ່ວງປີໃໝ່; ສືບຕໍ່ປະສານສົມທົບກັບບັນດາວິສາຫະກິດທ່ອງທ່ຽວ ແລະ ສາຍການບິນຈັດລາຍການໂປຣໂມຊັ້ນຄອບວົງຈອນ. ບັນດາກິດຈະກໍາສະເຫຼີມສະຫຼອງປີໃໝ່ດັ້ງເດີມທີ່ມີຫົວຄິດສ້າງສັນ, ເພື່ອເຮັດໃຫ້ແຂກພັກເຊົາມີປະສົບການທີ່ມ່ວນຊື່ນໃຫມ່ໆ. ລາຄາຫ້ອງພັກເພີ່ມຂຶ້ນເລັກນ້ອຍ 5-10%, ບໍ່ເກີດສະພາບຫ້ອງໝົດກ້ຽງ, ການໄລ່ລາຄາຫ້ອງແພງ, ຂາຍບໍ່ຖືກຕາມລາຄາທີ່ລະບຸໄວ້.
ສາຍການບິນໄດ້ເພີ່ມຖ້ຽວບິນຂຶ້ນຕື່ມ, ເພີ່ມຖ້ຽວບິນໃນຕອນກາງຄືນເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວ ແລະປະຊາຊົນໃນໂອກາດບຸນປີໃໝ່. ບັນດາສາຍການບິນພາຍໃນປະເທດຄາດວ່າ ສະໜອງບ່ອນນັ່ງໄດ້ຫຼາຍກວ່າ 6,9 ລ້ານບ່ອນນັ່ງໃນເສັ້ນທາງບິນສາກົນ ແລະ ພາຍໃນປະເທດ, ສະເລ່ຍ ວັນລະ 227.000 ບ່ອນນັ່ງ, ເພີ່ມຂຶ້ນ 4% ເມື່ອທຽບໃສ່ປີໃໝ່ 2024. ບັນດາຖ້ຽວບິນທີ່ເພີ່ມຂຶ້ນແມ່ນສຸມໃສ່ຖ້ຽວບິນ ລະຫວ່າງນະຄອນໂຮ່ຈິມິນ/ຮ່າໂນ້ຍ ແລະ ດ່າໜັງ, ຫ່າຍຟອງ, ວິງ, ແທັງຫວາ, ເຫວ້, ດາຫຼາດ, ຍາຈາງ, ຟູກວັກ... ໃນໄລຍະວັນພັກປີໃໝ່ 9 ວັນປີ 2025, ສະໜາມບິນສາກົນ ເຕີນເຊີນເຍີດ ຄາດວ່າ ໄດ້ຕ້ອນຮັບຜູ້ໂດຍສານກວ່າ 4 ລ້ານເທື່ອຄົນ. ໃນອາທິດກ່ອນ ແລະ ຫຼັງວັນບຸນປີໃໝ່ 2025, ສະໜາມບິນສາກົນ ໂນ້ຍບ່າຍ ໄດ້ຕ້ອນຮັບຜູ້ໂດຍສານປະມານ 90.000 – 100.000 ຄົນຕໍ່ວັນ, ທຽບເທົ່າກັບ 560 – 600 ຖ້ຽວບິນ. ສະໜາມບິນສາກົນດ່າໜັງ ໄດ້ຕ້ອນຮັບຖ້ຽວບິນ 1.275 ຖ້ຽວໃນຊ່ວງວັນຢຸດປີໃໝ່ 9 ວັນ. ທີ່ສະໜາມບິນສາກົນຝູກັວກ ໄດ້ບັນທຶກຈຳນວນຖ້ຽວບິນມາໃນໂອກາດປີໃໝ່ 2025 ດ້ວຍຖ້ຽວບິນ 38 – 40 ຖ້ຽວຕໍ່ມື້, ສິ່ງທີ່ໜ້າສົນໃຈຄື 70% ຂອງຈຳນວນຖ້ຽວບິນແມ່ນມາຈາກເສັ້ນທາງສາກົນ.
ຕະຫຼາດການທ່ອງທ່ຽວປີໃໝ່ປີນີ້ ໄດ້ເຫັນປະຈັກຕາຜະລິດຕະພັນທ່ອງທ່ຽວດ້ວຍລົດໄຟຕາມບັນດາສາຍທາງ ຮ່າໂນ້ຍ - ລາວກາຍ, ກວາງບິ່ງ ຫຼື ນະຄອນ ໂຮ່ຈີມິນ - ຍາຈາງ, ເຫວ້, ດ່າໜັງ... ຂະແໜງການທາງລົດໄຟໄດ້ເປີດຕົວ “ຖ້ຽວລົດໄຟລະດູໃບໄມ້ປົ່ງ” ນໍາມາເຊິ່ງປະສົບການທີ່ຫນ້າສົນໃຈຫຼາຍຢ່າງເຊັ່ນ: ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ເທິງລົດໄຟກັບລາຍການງານລ້ຽງພາຫວານ countdown, ເຂົ້າຮ່ວມການລະຫຼິ້ນພື້ນເມືອງ, ເລາະຊຶມອາຫານຕ່າງໆທີ່ເປັນລັກສະນະສະເພາະໃນວັນບຸນປີໃໝ່,... ຂະແໜງການທາງລົດໄຟໄດ້ເປັນເຈົ້າການເພີ່ມຖ້ຽວລົດໄຟໃນເສັ້ນທາງເໜືອ-ໃຕ້ ກໍ່ຄືລົດໄຟທ້ອງຖິ່ນໃຫ້ຫຼາຍຂຶ້ນ ເພື່ອບໍລິການຕາມຄວາມຕ້ອງການເດີນທາງໃນໂອກາດປີໃໝ່ 2025.
![]() | ບຸນປີໃໝ່ປະຈຳຊາດ ຫວຽດນາມ ທີ່ຄຶກຄັກຢູ່ Ibaraki 2025 ຍສໝ - ວັນທີ 22 ທັນວາ 2024, ຢູ່ນະຄອນ Mito (ແຂວງ Ibaraki, ຍີ່ປຸ່ນ), ສະມາຄົມຊາວຫວຽດນາມ ຢູ່ Ibaraki ໄດ້ຈັດຕັ້ງລາຍການບຸນປີໃໝ່ປະຈຳຊາດ ຫວຽດນາມ ຢູ່ Ibaraki 2025. |
![]() | ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ຍສໝ - ວັນທີ 17 ກໍລະກົດ, ຢູ່ ຮ່າໂນ້ຍ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Fukuoka, ຍີ່ປຸ່ນ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ປະຈໍາ Fukuoka, ສະມາຄົມຊາວ ຫວຽດນາມ ປະຈຳ Saitama, ຍີ່ປຸ່ນ ແລະ ຊ່ອງໂທລະພາບ VTC 10 ... |
ທອງມີ ສີຫາວົງ