ພາກວິຊາເສດຖະສາດສາກົນ, ສະຖາບັນພົວພັນຕ່າງປະເທດ ຫວຽດນາມ ມີສາດສະດາຈານຜູ້ທຳອິດ

15:56 | 31/01/2024

ຍສໝ - ວັນ​ທີ 25 ທັນວາ​ນີ້, ສະຖາບັນພົວພັນຕ່າງປະເທດ ໄດ້​ຈັດ​ພິທີ​ປະກາດຂໍ້ຕົກລົງ​ຮັບຮອງເອົາບັນດາຜູ້​ບັນລຸມາດຕະຖານນາມມະຍົດສາດສະດາຈານ ​ແລະ ມອບ​ຂໍ້ຕົກລົງແຕ່ງ​ຕັ້ງນາມມະຍົດ​ສາດສະດາຈານ ​ປີ 2023. ​ໃນ​ນັ້ນ, ທ່ານ ດັ້ງ​ຮວ່າງ​ລິງ ​ໄດ້​ກາຍ​ເປັນ​ສາດສະດາຈານ​ຜູ້​ທຳ​ອິດ​ຂອງ​ພາກວິຊາ​ເສດຖະສາດ​ສາກົນ ​ແລະ ​ເປັນ​ໜຶ່ງ​ໃນ​ຈຳນວນ 5 ຄົນ​ຈາກ​ສະ​ຖາ​ບັນ​ທີ່​ໄດ້ຮັບການ​ມອບນາມມະຍົດທີ່ລ້ຳ​ຄ່ານີ້.

ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD
ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ ທ່ານສາດສະດາຈານ ຫງວຽນ​ເລີ່ນ​ຢຸ້ງ ​ເວົ້າ​ກ່ຽວກັບ​ນະ​ໂຍບາຍ​ໃນ​ການ​ນຳ​ໃຊ້​ຄົນທີ່ມີຄວາມສາມາດຈາກບັນດາປະເທດ ຂອງອາ​ເມ​ລິ​ກາ ​ແລະ ບົດຮຽນ​ສຳລັບຫວຽດນາມ

ເຂົ້າ​ຮ່ວມ​ພິທີ​ມີ: ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ນາງ ​ເລ​ທິທູ​ຮັ່ງ; ທ່ານ ປອ. ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ລານ​ຢຸງ, ​​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ, ທ່ານ ປອ ຫງວຽນ​ຮູ່ງ​ເຊີນ, ຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ, ທ່ານ ປອ ນາງ ຫງວຽນທິທີນ - ຮອງຜູ້ອໍານວຍການສະຖາບັນ; ຮ່ວມກັບ​ຜູ້ຕາງໜ້າສະພາສາດສະດາຈານຮາກຖານສະ​ຖາ​ບັນພົວພັນຕ່າງປະເທດ, ຫົວໜ້າ 15 ຫົວໜ່ວຍສັງກັດສະ​ຖາ​ບັນ, ປະທານສະຫະພັນກຳມະບານ ​ແລະ ​ເລຂາ​ຄະນະ​ຊາວ​ໜຸ່ມສະ​ຖາ​ບັນ.

ພາກວິຊາເສດຖະສາດສາກົນ, ສະຖາບັນພົວພັນຕ່າງປະເທດ ຫວຽດນາມ ມີສາດສະດາຈານຜູ້ທຳອິດ
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ນາງ ເລ​ທິທູ​ຮັ່ງ ໄດ້​ມອບຂໍ້ກຳນົດແຕ່ງຕັ້ງນາມມະຍົດສາດສະດາຈານ​ໃຫ້ ທ່ານ ຮອງສາດສະດາຈານ. ປອ. ດັ້ງຮວ່າງລິງ. (ພາບ: ພາກວິຊາເສດຖະກິດສາກົນ, ສະຖາບັນພົວພັນຕ່າງປະເທດ ຫວຽດນາມ)

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ ນາງ ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ວ່າ: ​ເຫດການ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຸນ​ນະພາ​ບຂອງ​ອາຈານ​ສອນ​ຢູ່ສະຖາບັນ​ນັບ​ມື້​ນັບ​ໄດ້ຮັບການຍົກສູງ, ​ເປີດ​ກວ້າງ​ຄວາມຫວັງອັນໃຫຍ່ຫຼວງ​ວ່າ ສະຖາບັນ​ຈະ​ມີ​ສາດສະດາຈານ, ປະລິນຍາ​ເອກ ​ນັບ​ມື້​ນັບ​ຫຼາຍ​ຂຶ້ນໃນອະນາຄົດ.

ຕາງໜ້າຄະນະອຳນວຍການສະຖາບັນ, ທ່ານ ປອ. ​ເອກ​ອັກຄະ​ລັດຖະທູດ ຟ້າ​ມລານ​ຢຸງ ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ ​ແລະ ດີ​ໃຈ​ເມື່ອສະຖາບັນ​​ມີ​ສາດສະດາຈານ​ໜຸ່ມ​ຜູ້​ທຳ​ອິດ​ໄດ້​ຮັບ​ຕຳ​ແໜ່​ງສາດສະດາຈານ​ໃນ​ຂົງ​ເຂດ​ເສດຖະກິດ.

ໃນ​ຂະ​ນະ​ດຽວ​ກັນ​, ຕາມການແບ່ງປັນຂອງ​ທ່ານຮອງສາສະດາຈານ​ ປອ ຫງວຽນ​ວັນ​ລິກ, ພາຍຫຼັງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ນີ້​ເປັນ​ຄັ້ງ​ທຳ​ອິດທີ່ ຄະນະ​ເສດຖະສາດ​ສາກົນ - ສະຖາບັນພົວພັນຕ່າງປະເທດ ​ມີ​ສາດສະດາຈານ.

ຕາມທ່ານຮອງສາດສະດາຈານ. ປອ. ຫງວຽນ​ວັນ​ລິກ ແລ້ວ, ນີ້​ແມ່ນ​ແບບ​ຢ່າງເພື່ອ​ໃຫ້​ລຸ້ນ​ພະນັກງານໜຸ່ມ​ຂອງພາກ​ວິຊາ ​ແລະ ສະຖາບັນ​ ສືບ​ຕໍ່​ມານະ​ພະຍາຍາມ​ເດີນຕາມ​ອາຊີບ​ສິດສອນ​ທີ່​ສູງ​ສົ່ງ. ທ່ານສາດສະດາຈານ. ປອ. ດັ້ງ​ຮວ່າງ​ລິງ ​ແມ່ນ​ຫຼັກຖານພະຍານ​ຢ່າງ​ຈະ​ແຈ້ງ​ໃຫ້ຄຸນ​ນະພາ​ບ ຖັນແຖວພະນັກງານອາຈານຂອງ​ພາກ​ວິຊາເສດຖະສາດ​ສາກົນ - ຜູ້​ມີ​ຄວາມ​ສຸດຈິດສຸດໃຈ, ມີ​ຄວາມ​ມົວເມົາ​ໃນ​ການ​ສອນ, ຄົ້ນຄວ້າ​ວິທະຍາສາດ ​ແລະ ປາດ​ຖະໜາ​ຢາກ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ການສຶກສາ​ຂອງ​ປະ​ເທດ​ຊາດ.

ເມື່ອກ່າວຄຳປາໄສພາຍຫຼັງໄດ້ຮັບການແຕ່ງຕັ້ງ, ທ່ານສາດສະດາຈານ. ປອ. ດັ້ງ​ຮວ່າງ​ລິງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຕໍ່​ການ​ນຳ​ກະຊວງ, ການ​ນຳ​ສະ​ຖາ​ບັນ, ຄູ​ອາ​ຈານ, ​ເພື່ອນ​ຮ່ວມອາຊີບ​ທີ່​ໄດ້​ອຸ້ມຊູຊ່ວຍເຫຼືອ, ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ທ່ານ​ພັດທະນາ ​ແລະ ບັນລຸ​ໄດ້​ນາມມະຍົດອັນ​ສູງ​ສົ່ງ​ນີ້.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.