ບຸນເຕັດບຸນປີໃໝ່ຂອງປະຊາຊົນບັນດາເຜົ່າ​ ລາວ ຢູ່​ ຮ່າ​ໂນ້ຍ

23:17 | 06/04/2024

ຍສໝ - ວັນທີ 6 ເມສາ ຢູ່ ຮ່າໂນ້ຍ, ສະຖານທູດປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບບຸນເຕັດພື້ນເມືອງບຸນປີໃໝ່ພສ 2567 (ຕາມພະພຸດທະເຈົ້າປະຕິທິນ) ຂອງປະຊາຊົນບັນດາເຜົ່າ ລາວ.

ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024 ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024
ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ ຮ່າ​ໂນ້ຍ: ເຝິກອົບຮົມຄວາມ​ຮູ້ກ່ຽວ​ກັບ​ພິທີ​ການ​ທາງ​ການ​ທູດ ​ໃຫ້​ແກ່​ພະນັກງານທີ່​ເຮັດ​ວຽກ​ງານການຕ່າງປະເທດປະຊາຊົນ

ໂດຍ​ເຂົ້າ​ຮ່ວມ​ພິທີ, ກ່ຽວກັບຝ່າຍ​ ຫວຽດນາມ ມີ​ທ່ານ​ນາງ ​ເຈືອງ​ທິມາຍ, ກໍາມະການກະຊວງການເມືອງ, ຜູ້ປະຈຳຄະນະ​ເລຂາ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ; ທ່ານ ຫງວຽນ​ຊວນ​ແທ່ງ, ກຳມະການ​ກະຊວງການເມືອງ, ຜູ້ອຳນວຍການສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ; ທ່ານ ເຈີ່ນ​ລິວກວາງ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີລັດຖະບານ; ທ່ານ ບຸ່ຍ​ແທງ​ເຊີນ, ກໍາມະການສູນກາງພັກ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ຫງວຽນ​ດັກ​ວິງ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າກໍາມາທິການວັດທະນະທໍາ, ສຶກສາ​ສະພາ​ແຫ່ງ​ຊາດ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ...

ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ບັນດາພະນັກງານອາວຸໂສ, ທະຫານອາສາສະໝັກເກົ່າ ແລະ ຊ່ຽວຊານການທະຫານຫວຽດນາມ ທີ່ຊ່ວຍປະຕິວັດ ລາວ... ເຂົ້າຮ່ວມພິທີ.

ກ່ຽວກັບຝ່າຍ ລາວ ມີທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຫວຽດນາມ ນາງ ຄໍາເພົາ ເອີນທະວັນ; ພະນັກງານ, ລັດຖະກອນສະຖານທູດ ແລະ ບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ.

ບຸນເຕັດບຸນປີໃໝ່ຂອງປະຊາຊົນບັນດາເຜົ່າ​ ລາວ ຢູ່​ ຮ່າ​ໂນ້ຍ

ທ່ານຜູ້ອຳນວຍການ​ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຫງວຽນ​ຊວນ​ແທ່ງ ກ່່າວຄຳປາໄສທີ່ພິທີ. (ພາບ: ດິ່ງຮວ່າ)

ກ່າວ​ຄຳປາໄສທີ່​ພິທີ, ໂດຍ​ຕາງໜ້າ​ໃຫ້​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ທ່ານຜູ້ອຳນວຍການ​ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຫງວຽນ​ຊວນ​ແທ່ງ ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງ, ​ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດເຖິງ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ​ ລາວ ອ້າຍນ້ອງ. ທ່ານ ກໍ່ໄດ້ແບ່ງປັນວ່າ ຄວາມພາກພູມໃຈຕໍ່ບັນດາຜົນງານເຊິ່ງພັກ, ລັດ ແລະປະຊາຊົນ ລາວ ບັນລຸໄດ້ໃນຊຸມປີມໍ່ໆມານີ້. ພ້ອມ​ກັນ​ນັ້ນ, ​ເຊື່ອ​ໝັ້ນ​ວ່າ ປະ​ເທດ ລາວ ອ້າຍນ້ອງ ຈະ​ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ບົນເສັ້ນທາງກໍ່ສ້າງ​ປະ​ເທດ​ສັນຕິພາບ, ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ.ພິເສດ, ລາວ ຈະປະສົບຜົນສໍາເລັດໃນບົດບາດເປັນປະທານ ອາຊຽນ 2024, ປະທານ AIPA 45, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງ ລາວ ໃນພາກພື້ນ ແລະ ສາກົນ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ ນັບມື້ນັບໃຫ້ເຂັ້ມແຂງ.

ຕາມ​ທ່ານ ຫງວຽນ​ຊວນ​ແທ່ງ ແລ້ວ, ຫວຽດນາມ ​ແລະ ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງອ້າຍນ້ອງທີ່​ມີ​ການ​ພົວພັນ​ແບບ​ພິ​ເສດ, ໜຶ່ງບໍ່ມີສອງໃນໂລກ. ສາຍພົວພັນ​ດັ່ງກ່າວ ໄດ້​ຮັບ​ການ​ສ້າງ, ເພີ່ມພູນຄູນ ແລະ ພັດທະນາ​ດ້ວຍ​ຄວາມ​ຈິງ​ໃຈ, ຄວາມ​ຮັກ​ແພງ​ຊື່​ສັດ, ການສະໜັບສະໜູນ​ຢ່າງ​ຈິງ​ໃຈ, ໝົດຈິດໝົດໃຈ, ການ​ໜຸ່ມຊ່ວຍອັນ​ລ້ຳ​ຄ່າ, ໃຈ​ດີທີ່ກຽມພ້ອມເສຍສະລະໃຫ້ກັນລະຫວ່າງ​ສອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ປີ 2023 ແມ່ນ​ປີ​ທີ່​ສຳ​ເລັດ​ຜົນ​ທີ່​ສຸດ​ໃນ​ການ​ຮ່ວມ​ມື ​ຫວຽດ​ນາມ - ລາວ. ສອງຝ່າຍ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນຂະຫຍາຍບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ແລະ ບັນດາ​ໂຄງການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ດ້ວຍ​ຈິດ​ໃຈ​ໃໝ່, ຕັດສິນໃຈ​ໃໝ່. ການ​ພົວພັນ​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຕິດພັນ. ການ​ນຳ​ຂັ້ນ​ສູງ​ ແລະ ບັນດາຂັ້ນສອງຝ່າຍ ກໍ່ໄດ້ພົບພະ, ແລກປ່ຽນເປັນປະຈຳກ່ວາອີກ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ​ນັບ​ມື້​ນັບ​ຢ່າງເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງຕັ້ງໜ້າ. ຄຸນ​ນະ​ພາບ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ສາທາລະນະສຸກ, ວັດ​ທະ​ນະ​ທໍາ​ສັງ​ຄົມ ... ໄດ້​ຮັບ​ການ​ຍົກສູງ.

ທ່ານ ຫງວຽນ​ຊວນ​ແທ່ງ ເຊື່ອ​ໝັ້ນ​ວ່າ ການພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ຈະ​ສືບ​ຕໍ່​ພັດທະນາ​ໄປ​ດ້ວຍ​ບັນດາ​ຜົນງານ​ໃໝ່​ຫຼາຍ​ຢ່າງ. ພ້ອມ​ກັນ​ນັ້ນ, ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່ເປັນອັນໜຶ່ງອັນດຽວ, ຍາມ​ໃດ​ກໍ່ພ້ອມ​ກັນ​ກັບ​ພັກ, ລັດ ​ແລະ ປະ​ຊາ​ຊົນ ​ລາວ​ ອ້າຍນ້ອງ ທີ່ຕັດສິນໃຈປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ອ້າຍນ້ອງ ທີ່​ບໍ່ເຄີຍຈືດຈາງໄປ.

ບຸນເຕັດບຸນປີໃໝ່ຂອງປະຊາຊົນບັນດາເຜົ່າ​ ລາວ ຢູ່​ ຮ່າ​ໂນ້ຍ

ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຄໍາເພົາ ເອີນທະວັນ ກ່າວຄຳປາໄສທີ່ພິທີຕອນຮັບບຸນເຕັດບຸນປີໃໝ່ 2567. (ພາບ: ດິ່ງຮວ່າ)

ທີ່ເຫດການ, ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາຂອບອົກຂອບ​ໃຈ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ຫວຽດນາມ, ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ. ສູນກາງ ແລະ ທ້ອງ​ຖິ່ນ​ທີ່​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ. ສິ່ງ​ນີ້ ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນຄວາມຮັກແພງອຸດົມການ, ​ອ້າຍ​ນ້ອງທີ່ສະໜິດສະໜົມ ແລະ ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່ໄດ້ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ທີ່​ປະຊາຊົນ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ; ເຊື່ອ​ໝັ້ນ​ວ່າ ໂດຍການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ນຳພາ, ຫວຽດນາມ ຈະ​ບັນລຸ​ໄດ້​ບັນດາເປົ້າໝາຍວິໄສທັດ​ທີ່​ວາງ​ອອກ​ຮອດປີ 2045.

ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຄໍາເພົາ ເອີນທະວັນ ໄດ້​ຫວນຄືນບັນດາ​ຜົນງານ​ໃນ​ບັນດາຂົງ​ເຂດ ທີ່​ ລາວ ​ຍາດ​ໄດ້​ໃນ​ປີຜ່ານມາ. ທ່ານນາງ ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈ​ການ​ສະໜັບສະໜູນ, ໜຸ່ມຊ່ວຍ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ມອບ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ ​ລາວ ​ໃນ​ຕະຫຼອດ​ໄລຍະ​ຕໍ່ສູ້​ປົດ​ປ່ອຍ​ຊາດກ່ອນໜ້ານີ້ ກໍ່​ຄື​ໃນ​ຂະບວນການກໍ່ສ້າງ, ປົກ​ປັກ​ຮັກສາ​ປະ​ເທດ​ໃນ​ປະຈຸບັນ.

ບຸນເຕັດບຸນປີໃໝ່ຂອງປະຊາຊົນບັນດາເຜົ່າ​ ລາວ ຢູ່​ ຮ່າ​ໂນ້ຍ

ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີຜູກແຂນໃນບຸນເຕັດບຸນປີໃໝ່ຂອງ ລາວ. (ພາບ: ດິ່ງຮວ່າ)

ທ່ານ​ນາງ​ກ່າວ​ແຈ້ງວ່າ: ໃນປີ 2023, ສະຖານະ​ການ​ພາກ​ພື້ນ​ ​ແລະ​ ໂລກ ຈະ​ສືບ​ຕໍ່​ຜັນແປສັບສົນ ແລະ ຜົນກະທົບຢ່າງ​ເລິກ​ເຊິ່ງຕໍ່​ທົ່ວ​ໂລກ. ເຖິງວ່າແນວນັ້ນກໍ່ຕາມ, ສອງ​ພັກ, ສອງ​ປະ​ເທດ ກໍ່​ສືບ​ຕໍ່ຮັດແໜ້ນາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ຢືນຢັນ​ສາຍ​ພົວພັນ​ທີ່​ສັດ​ຊື່ບໍລິສຸດຢ່າງແຂັ້ມແຂງ, ໜຶ່ງບໍ່ມີສອງໃນໂລກ.

“ປີໃໝ່ 2024 ຫຼື ປີ 2567 ຕາມພະພຸດທະເຈົ້າປະຕິທິນ ແມ່ນປີຂອງໂຕມັງກອນ, ຈະເປັນປີທີ່ມີກຳລັງແຮງ, ໂຊກດີສຳຫຼັບສອງປະເທດ ລາວ-ຫວຽດນາມ. ພວກເຮົາ ຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຢ່າງມີປະສິດທິຜົນບັນດາການນຳຂັ້ນສູງຂອງ​ສອງ​ພັກ, ສອງ​ປະ​ເທດ ​ແລະ ບັນດາ​ເອກະສານ​ສຳຄັນ​ອື່ນໆ ທີ່​ໄດ້​ລົງ​ນາມ, ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ”, ທ່ານ​ເອກ​ອັກຄະ​ລັດຖະທູດ​ ນາງ ຄໍາເພົາ ເອີນທະວັນ ກ່າວ.

ບຸນເຕັດບຸນປີໃໝ່ຂອງປະຊາຊົນບັນດາເຜົ່າ​ ລາວ ຢູ່​ ຮ່າ​ໂນ້ຍ

ບັນດາ​ຜູ້​ແທນ ​ແລະ ​ແຂກ​ຖືກ​ເຊີນ​ໄດ້​ຊົມ​ການ​ຟ້ອນ​ລຳວົງ (ພາບ: ດິ່ງຮວ່າ)

ທີ່ພິທີຕ້ອບຮັບບຸນເຕັດບຸນປີໃໝ່ 2567 ໄດ້ດຳເນີນບັນດາພິທີທີ່ມີຈຸດວັດທະນະທຳ​ທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ ລາວ ເຊັ່ນ: ພິທີຜູກແຂນ, ຫົດນ້ຳ. ບັນດາ​ຜູ້​ແທນ ​ແລະ ​ແຂກ​ຖືກ​ເຊີນ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນສະຫງົບສຸກ, ໂຊກດີໃຫ້ປີໃໝ່; ເຂົ້າຮ່ວມໃນວາດຟ້ອນລຳວົງມິດຕະພາບ; ພົບພະແລກປ່ຽນວັດທະທຳສິລະ​ປະ, ພົບພະແລກປ່ຽນອາຫານ​ການ​ກິນ ​​ຫວຽດນາມ ​ແລະ ລາວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.