ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນ

13:05 | 12/01/2024

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນ

ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່
ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກວດກາການກະກຽມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ວັນທີ 11 ມັງກອນ, ບັນດາຄ້າຍທະຫານຊາຍແດນ, ຄື: ຈ່ຽງອອນ, ຈ່ຽງເຕືອງ ແລະພຽງປັ່ນ ຂຶ້ນກັບທະຫານຊາຍແດນແຂວງເຊີນລາ ສສ.ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານປ້ອງກັນຊາຍແດນ 6 ເດືອນທ້າຍປີ 2023 ກັບກອງຮ້ອຍທະຫານຊາຍແດນ 213, ກອງບັນຊາການທະຫານແຂວງຫົວພັນ, ສປປ. ລາວ.

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນ

ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາທີ່ກອງປະຊຸມ. ພາບ: qdnd.vn

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນ

ຄ້າຍທະຫານຊາຍແດນຈ່ຽງອອນ (ທະຫານຊາຍແດນແຂວງເຊີນລາ) ມອບຂອງຂວັນໃຫ້ກອງຮ້ອຍປ້ອງກັນຊາຍແດນ 213, ກອງບັນຊາການທະຫານແຂວງຫົວພັນ ເນື່ອງໃນໂອກາດວັນຊາດ ສປປ ລາວ. ພາບ: qdnd.vn

ທີ່ກອງປະຊຸມ, ບັນດາກົມກອງໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ, ຍົກສູງສະຕິ, ຄວາມຮູ້ດ້ານກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອາດຊະຍາກຳ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດ, ບັນດາອົງການຕໍ່ຕ້ານທີ່ມີກົນອຸບາຍຕ້ານ ແລະທຳລາຍສອງຝ່າຍ. ພ້ອມທັງຮັກສາການພົບປະ, ແລກປ່ຽນບົດຮຽນ ແລະສະພາບການໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງເປັນປະຈໍາ; ສົມທົບກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຕາມພາລະບົດບາດ, ຂອບເຂດສິດອຳນາດທີ່ໄດ້ຮັບມອບໝາຍ; ຄຸ້ມຄອງ, ກວດກາຄົນ, ພາຫະນະເຂົ້າ-ອອກເມືອງ, ສິນຄ້ານຳເຂົ້າ ແລະສົ່ງອອກຂ້າມຊາຍແດນ.

ບູນມີ

ເຫດການ
302 Found

Found

The document has moved here.