ປິດຊຸດຝຶກອົບຮົມວິຊາການປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ

08:46 | 31/10/2023

ປິດຊຸດຝຶກອົບຮົມວິຊາການປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ

ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ ຫວຽດນາມ ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ ຫວຽດນາມ
ປິດຊຸດຝຶກອົບຮົມວຽກງານວິທະຍຸ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ ປິດຊຸດຝຶກອົບຮົມວຽກງານວິທະຍຸ-ໂທລະພາບ ໃຫ້ແກ່ພະນັກງານກອງທັບລາວ

ວັນທີ 30 ຕຸລາ, ຢູ່ກອງພັນຝຶກແອບ-ເຄື່ອນທີ່, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ຈັດພິທີປິດຊຸດຝຶກອົບຮົມວິຊາການປ້ອງກັນຊາຍແດນໃຫ້ແກ່ພະນັກງານ, ນັກຮົບ 20 ຄົນຂອງກອງບັນຊາການທະຫານແຂວງສາລະວັນ, ສປປ ລາວ. ສະຫາຍ ພັນໂທ ຮວ່າງມິງຮຸ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນປິດຊຸດຝຶກອົບຮົມ.

ພາຍຫຼັງໜຶ່ງເດືອນທີ່ຜ່ານຜ່າຄວາມຫຍຸ້ງຍາກດ້ານສະພາບອາກາດ ແລະຄວາມແຕກຕ່າງກັນດ້ານພາສາ, ຊຸດຝຶກອົບຮົມໄດ້ສຳເລັດຕາມແຜນການທີ່ໄດ້ວາງອອກ.

ປິດຊຸດຝຶກອົບຮົມວິຊາການປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ

ມອບໃບຍ້ອງຍໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ແລະເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: ຫວໍຕຽນ

ບັນດານັກສໍາມະນາກອນໄດ້ປະກອບຄວາມຮູ້ພື້ນຖານກ່ຽວກັບເຂດດິນແດນ, ຊາຍແດນແຫ່ງຊາດ; ບັນດາສັນຍາວ່າດ້ວຍຂໍ້ກຳນົດກົດລະບຽບແຫ່ງການຄຸ້ມຄອງຊາຍແດນທາງບົກ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານ ສສ ຫວຽດນາມ ແລະລັດຖະບານ ສປປ ລາວ; ການຄວບຄຸມ, ຄຸ້ມຄອງ, ປົກປັກຮັກສາຊາຍແດນ; ວຽກງານການຝຶກອົບຮົມການທະຫານ, ການເມືອງ, ການສືບສວນ, ຢາເສບຕິດ, ການຮັບປະກັນພະລາທິການດ້ານເຕັກນິກ...

ໃນວິວັດແຫ່ງການຝຶກອົບຮົມ, ບັນດານັກສໍາມະນາກອນໄດ້ຍົກສູງສະຕິຕື່ນຕົວ, ຄວາມຮັບຜິດຊອບ, ປະຕິບັດຂໍ້ກຳນົດເຊິ່ງຄະນະຈັດຕັ້ງຊຸດຝຶກອົບຮົມໄດ້ວາງອອກຢ່າງເຂັ້ມງວດ. ຜ່ານການກວດກາ, ນັກສໍາມະນາກອນ 100% ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ແລະໄດ້ຮັບໃບຢັ້ງຢືນຕາມກຳນົດ.

ທີ່ພິທີປິດ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະກອນ 20 ຄົນ ທີ່ໄດ້ສຳເລັດການຝຶກອົບຮົມ; ມອບໃບຍ້ອງຍໍໃຫ້ແກ່ 2 ໝູ່ຄະນະ ແລະ 8 ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ແລະເຂົ້າຮ່ວມຊຸດຝຶກອົບຮົມ.

ກ່າວຄຳເຫັນປິດຊຸດຝຶກອົບຮົມ, ສະຫາຍ ພັນໂທ ຮວ່າງມິງຮຸ່ງ, ຮອງຜູ້ບັນຊາການ - ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງ ຫວັງວ່າ ໃນໄລຍະຈະມາເຖິງ, ບັນດານັກສໍາມະນາກອນຈະນຳໄດ້ໃຊ້ຄວາມຮູ້ທີ່ຖອດຖອນມາໄດ້; ເພີ່ມທະວີວຽກງານສົມທົບ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງກໍາລັງປ້ອງກັນຊາຍແດນແຂວງສາລະວັນ ແລະກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ; ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ທີ່ມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ບູນມີ

ເຫດການ
302 Found

Found

The document has moved here.