ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”

00:00 | 29/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ພະຈິກ, ຢູ່​ ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ (BPD) ​ໄດ້ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”.

ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ: ເພີ່ມທະວີການພົບປະ​ແລກປ່ຽນ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ
ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ

ການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ” ໄດ້​ປຸກລະດົມຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 27 ພະຈິກ 2023 – 22 ທັນວາ 2023 ໃນເວັບ​ໄຊ https://bdbp.com.vn ແລະ​ ແອັບ​ “ກົດໝາຍ​ວ່າດ້ວຍການປ້ອງ​ກັນ​ຊາຍ​ແດນ ​ຫວຽດ​ນາມ” ໃນລະບົບ Android, IOS…

ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”

ການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ” ໄດ້​ປຸກລະດົມຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 27/11/2023 – 22/12/2023 ຢູ່​ເວັບ​ໄຊ https://bdbp.com.vn ແລະ​ ແອັບ​ “ກົດໝາຍວ່າດ້ວຍການ​ປ້ອງ​ກັນ​ຊາຍ​ແດນ​ຫວຽດ​ນາມ” ໃນລະບົບ Android, IOS…

ການເສັງມີ 2 ຮອບຄື: ຮອບປະຈໍາອາທິດ (3 ອາທິດ) ຈັດຂຶ້ນໃນວັນທີ 27 ພະຈິກ ຫາ 17 ທັນວາ 2023 ແລະ ຮອບສຸດທ້າຍຄາດວ່າຈະຈັດຂຶ້ນໃນວັນທີ 22 ທັນວາ 2023.

ເວລາເຮັດບົດສອບເສັງສູງສຸດແມ່ນ 60 ນາທີ. ວິທີການສະສົມຄະແນນໃນຮອບສຸດທ້າຍ, ແຕ່ລະຄໍາຕອບປາລະໄນທີ່ຖືກຕ້ອງຈະໄດ້ຮັບ 0.5 ຄະແນນ, ສູງສຸດ 10 ຄະແນນ; ບົດຂຽນຫຼາຍສຸດໄດ້ 10 ຄະແນນ (ກວດຄີກ 0,5 ຄະແນນ). ວິທີການຕັດສິນລາງວັນ, ຈັດຄະແນນລວມຈາກສູງໄປຫາຕ່ໍາເພື່ອພິຈາລະນາລາງວັນ. ຖ້າມີຜູ້ສອບເສັງຫຼາຍຄົນທີ່ມີຄະແນນເທົ່າກັນ, ກໍ່ຈະເລືອກເອົາຜູ້ສອບເສັງທີ່ມີເວລາເຮັດບົດເສັງໄວທີ່ສຸດ ແລະ ສົ່ງໄວກວ່າ.

ທ່ານພົນຈັດຕະວາ ຟຸ່ງກວກຕວນ, ຮອງຜູ້ຮັບຜິດຊອບການເມືອງທະຫານປ້ອງກັນຊາຍແດນ ໃຫ້ຮູ້ວ່າ ໜ້າຈໍທີ່ບັນຈຸເນື້ອຫາການເສັງ ໄດ້ຮັບການອອກແບບໃໝ່, ມີຊີວິດຊີວາ ແລະ ນຳໃຊ້ງ່າຍ, ເໝາະສົມກັບບັນດາຜູ້ເຂົ້າສອບເສັງ. ຮູບ​ພາບ​ຂອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຈະ​ໄປ​ພ້ອມ​ກັບ​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ເພື່ອ​ພິຊິດໄດ້ 20 ຄຳ​ຖາມ, ເປັນ​ສັນ​ຍາ​ລັກ​ໃຫ້ 20 ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ ​ຫວຽດ​ນາມ.

​ໃນ​ຮອບ​ສຸດ​ທ້າຍ, ຜູ້​ເຂົ້າ​ຮ່ວມ​ຈະພິຊິດໄດ້ 20 ຄຳ​ຖາມ​ຜ່ານພຶດຕິກຳຕົວຈິງຫຼາຍ 3.260 ກິ​ໂລ​ແມັດ​ຂອງແຄມ​ຝັ່ງ​ທະ​ເລ​ຫວຽດນາມ.

ພາຍຫຼັງ​ສຳ​ເລັດ​ການເຮັດບົດສອບເສັງຕາມລຳດັບ​ແລ້ວ, ບັນດາ​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ສະໜອງ​ຂໍ້​ມູນ​ພື້ນຖານ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ພົ້ນ​ເດັ່ນ​ຢູ່​ເຂດ​ຊາຍ​ແດນ ​ແລະ ​ແຄມ​ຝັ່ງ​ທະ​ເລ​ຄື: ຫຼັກແດນສາມແຍກ​ຊາຍ​ແດນ (ຫວຽດນາມ - ລາວ - ຈີນ, ຫວຽດນາມ - ລາວ - ກຳປູ​ເຈຍ), ຫຼັກທຸງ ລຸງກູ໋, ຫຼັກແດນ 108 ເກົ່າ, ແຫຼມ ຊາຫວີ, ທ່າເຮືອ ຫາຍຟ່ອງ, ແຫຼມ ກ່າເມົາ,... ຂໍ້ມູນພື້ນຖານກ່ຽວກັບສະຖານຈະສະແດງຢູ່ໜ້າຈໍເມື່ອຜູ້ເຂົ້າຮ່ວມການເສັງ ເລືອກຮູບສັນຍາລັກທີ່ມີຢູ່ໃນໜ້າຈໍເວັບການເສັງ.

ການເສັງກໍມີໂຄງສ້າງລາງວັນທີ່ດຶງດູດ. ໃນນັ້ນ, ລາງວັນປະຈຳອາທິດປະກອບມີ: ລາງວັນທີໜຶ່ງ 4 ລາງວັນ ມູນຄ່າ 3 ລ້ານດົ່ງ, ລາງວັນທີສອງ 08 ລາງວັນ ມູນຄ່າ 2 ລ້ານດົ່ງ, ລາງວັນທີສາມ 19 ລາງວັນ ມູນຄ່າ 1 ລ້ານດົ່ງ, ລາງວັນຊົມເຊີຍ 33​ລາງວັນ ມູນຄ່າ 5 ແສນດົ່ງ. ລາງວັນ​ຮອບສຸດທ້າຍລວມມີ: ລາງວັນ​ທີໜຶ່ງ ​1 ລາງວັນ ​ມູນ​ຄ່າ 9 ລ້ານ​ດົ່ງ, ລາງວັນ​ທີສອງ 3 ລາງວັນ ​ມູນ​ຄ່າ 4,5 ລ້ານ​ດົ່ງ, ລາງວັນ​ທີສາມ 5 ລາງວັນ ມູນ​ຄ່າ 3 ລ້ານ​ດົ່ງ, ລາງວັນ​ຊົມ​ເຊີຍ 10 ລາງວັນ​ ມູນ​ຄ່າ 1,5 ລ້ານ​ດົ່ງ.

ກອງບັນຊາການທະຫານປ້ອງກັນຊາຍແດນ ຈະມອບໃບຍ້ອງຍໍໃຫ້ແກ່ບຸກຄົນຜູ້ທີ່ໄດ້ລາງວັນ (ທີໜຶ່ງ, ທີສອງ, ທີສາມ) ໃນຮອບສຸດທ້າຍ ແລະ 5 ກຸ່ມ (ເມືອງ, ອົງການ, ໜ່ວຍງານ ທີ່ມີຈຳນວນຜູ້ເຂົ້າຮ່ວມການເສັງຫຼາຍທີ່ສຸດຕາມຜົນການສັງລວມໂດຍຄະນະຈັດຕັ້ງ), 10 ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດການເສັງ.

ລາຍ​ຊື່​ຜູ້​ເຂົ້າ​ຮ່ວມ​ການເສັງແມ່ນ​ໄດ້​ປະ​ກາດ​ຢູ່​ເວັບ​ໄຊ: bdbp.com.vn ຫຼື ຄະນະ​ຈັດ​ຕັ້ງ​ຈະ​ສົ່ງ​ໃບ​ແຈ້ງ​ການ​ໃຫ້​ຜູ້​ເຂົ້າ​ຮ່ວມ​ການ​ເສັງ ພ້ອມ​ທັງ​ແຈ້ງ​ການ​ຮັບ​ລາງວັນ​ຜ່ານ​ທາງ​ໜ່ວຍ​ສົ່ງ​ເອ​ກະ​ສານ, ສິນຄ້າ.

ມິງດຶກ

ເຫດການ
302 Found

Found

The document has moved here.