ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva

16:53 | 29/02/2024

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ທີ່​ນະຄອນ​ເຈນີວາ​ແລ້ວ, ​ໃນ​ຂອບ​ເຂດ​ໂຄງການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ຄັ້ງ​ທີ 55 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ (ສປຊ) ​ໃນ​ວັນ​ທີ 26 ກຸມພາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ ສປຊ ​ແລະ ຫົວໜ້າ​ຄະນະ​ຜູ້​ແທນ​ຈາກ​ບັນດາ​ປະ​ເທດ.

ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ
ສະເໜີຕົວໜ່ວຍຕໍາຫຼວດຮັກສາສັນຕິພາບ ເລກ 1 ສະເໜີຕົວໜ່ວຍຕໍາຫຼວດຮັກສາສັນຕິພາບ ເລກ 1

ໂດຍສືບຕໍ່ການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດຊຸດທີ 55 ຂອງສະພາສິດທິມະນຸດ ສປຊ, ວັນທີ 27 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບ ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ Volker Turk.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ຂອງ ສປຊ ​ຢູ່ Geneva

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ ສປຊ ​ແລະ ຫົວໜ້າ​ຄະນະ​ຜູ້​ແທນ​ຈາກ​ບັນດາ​ປະ​ເທດ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ, ການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນການໄດ້ຊົມໃຊ້ສິດທິມະນຸດໃຫ້ແກ່ປະຊາຊົນໃນວິວັດທະນາການປ່ຽນແປງໃໝ່ ແລະ ພັດທະນາຢູ່ ຫວຽດນາມ ໃນເກືອບ 40 ປີຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ, ພ້ອມທັງແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບການສ້າງສຳເລັດບົດລາຍງານແຫ່ງຊາດ ຕາມກົນໄກກວດກາ UPR. ທ່ານລັດຖະມົນຕີ ຫວຽດນາມ ສະເໜີ ຫ້ອງວ່າການຂ້າຫຼວງໃຫຍ່ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມ, ໃນນັ້ນມີມະຕິກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຄາດວ່າຈະຍື່ນສະເໜີຕໍ່ສະພາສິດທິມະນຸດໃນເດືອນ ມິຖຸນາ 2024.

ທ່ານ ຂ້າຫຼວງໃຫຍ່ Volker Turk ໄດ້ຊົມເຊີຍ ຫວຽດນາມ ໃນຖານະບົດບາດເປັນສະມາຊິກຂອງສະພາສິດທິມະນຸດປີທຳອິດໃນອາຍຸການ 2023 – 2025 ບັນລຸຜົນສຳເລັດ, ຂອບອົກຂອບໃຈ ຫວຽດນາມ ໄດ້ຍົກອອກບັນດາຄຳໝັ້ນສັນຍາທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຖະແຫຼງການສິດທິມະນຸດສາກົນ. ທ່ານ Volker Turk ຕີລາຄາສູງການສົມທົບ, ໜູນຊ່ວຍຢ່າງຕັ້ງໜ້າຂອງ ຫວຽດນາມ ທີ່ມີຕໍ່ຫ້ອງວ່າການຂ້າຫຼວງໃຫຍ່ ແລະ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໄດ້ດີກ່ວາອີກ.

ຄຳຮຸ່ງ

Tags: ສປຊ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.