ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ

12:49 | 10/04/2024

ຍສໝ - ວັນ​ທີ 9 ​ເມສາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະທານ​ແນວໂຮມສາມປະເທດ ກຳປູ​ເຈຍ - ລາວ - ຫວຽດນາມ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງປະທານຄະນະ​ກຳມະການ​ສູນ​ກາງ​​ແນວລາວສ້າງ​ຊາດ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ, ປະທານສະພາແຫ່ງຊາດແນວໂຮມສາມັກຄີເພື່ອພັດທະນາ​ປະ​ເທດ​ຊາດ ​ກຳປູ​ເຈຍ, ທ່ານ​ນາງ Samdech Mensamaan ​ແລະ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທ່ານ ໂດ້ວັນຈ໋ຽນ.

ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່. ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່.
ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ຂອງ 3 ປີ​ແຫ່ງ​ການ​ປະຕິບັດ​ບົດ​ບັນທຶກຊ່ວຍຈຳກ່ຽວ​ກັບລາຍການການ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ສາມັກຄີເພື່ອພັດທະນາ​ປະ​ເທດ​ຊາດ ​ກຳປູ​ເຈຍ, ແນວລາວ​ສ້າງຊາດ​ ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ກໍຄືວຽກງານ​ໂຄສະນາຢ່າງເລິກເຊິ່ງກວ້າງໃຫ້ບັນດາປະຊາຊົນ​ທຸກ​ຊັ້ນວັນນະ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີທີ່ເປັນ​ມູນ​ເຊື້ອ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ; ວຽກງານຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ, ແບ່ງປັນ​ຂໍ້​ມູນ; ການ​ຮ່ວມ​ມື​ລະ​ຫວ່າງ​ແນວ​ໂຮມ​ບັນດາທ້ອງ​ຖິ່ນ ແລະ ການ​ຮ່ວມ​ມື​ຊາຍ​ແດນ.

ວຽກງານແນວ​ໂຮມ ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ ກຳປູ​ເຈຍ - ລາວ - ຫວຽດນາມ

ທ່ານ ໂດ້ວັນຈ໋ຽນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ.

ພາບ: VOV

ໂດຍຕີ​ລາຄາ​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ພາຍຫຼັງ 3 ປີ​ແຫ່ງ​ການ​ລົງ​ນາມ (ໄລຍະ 2020-2023), ບັນດາ​ຜູ້​ແທນ​ຖື​ວ່າ: ​ເນື້ອ​ໃນ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແທດ​ຈິງ, ເລິກເຊິ່ງກວ້າງ, ມີ​ປະສິດທິ​ຜົນກ່ວາ ແລະ ພັດທະນາຮອບດ້ານ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸກ​ຂົງ​ເຂດ. ບັນດາ​ເນື້ອ​ໃນ “​ລາຍການການ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ສາມັກຄີເພື່ອພັດທະນາປະ​ເທດ​ຊາດ ກຳປູ​ເຈຍ, ແນວລາວ​ສ້າງຊາດ​ ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ” ກໍ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົບປະ​ແລກປ່ຽນ, ການ​ຮ່ວມ​ມື​ຮອບດ້ານຂອງ 3 ອົງການ​ແນວ​ໂຮມ ແລະ ບັນດາອົງຄະນະປະຊາຊົນ​ແຕ່​ຂັ້ນສູນ​ກາງ​ລົງຮອດທ້ອງ​ຖິ່ນ, ພິເສດແມ່ນບັນດາ​ແຂວງ​ທີ່ມີຊາຍແດນລວມລະຫວ່າງ ຫວຽດນາມ - ກຳປູ​ເຈຍ, ຫວຽດນາມ - ລາວ ​ເພື່ອ​ສົມທົບ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື.

ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ຮອບດ້ານ ​ແລະ ຫຼາກຫຼາຍ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ ​ແລະ ການ​ຮ່ວມ​ມື​ຊາຍ​ແດນ​ແມ່ນຈຸດ​ພົ້ນ​ເດັ່ນ, ສ້າງ​ພື້ນຖານ ​ແລະ ​ເລິກ​ເຊິ່ງຂອງ​ສາຍ​ພົວພັນ​ພິ​ເສດ ຫວຽດນາມ - ລາວ - ກຳປູ​ເຈຍ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງບາງຂໍ້ຈຳກັດ, ຄວາມຫຍຸ້ງຍາກທີ່ຕ້ອງໄດ້ແກ້ໄຂໃນໄລຍະຈະມາເຖິງຄື: ວຽກງານສົມທົບເພື່ອແບ່ງປັນຂໍ້ມູນເຊິ່ງກັນ ແລະ ກັນລະຫວ່າງ 3 ອົງການຈັດຕັ້ງ, ພິເສດແມ່ນແນວໂຮມຢູ່ຂັ້ນທ້ອງຖິ່ນຂອງ 3 ປະເທດທີ່ຍັງບໍ່ທັນເປັນປະຈຳ, ທັນ​ທີ ...

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ້ວັນຈ໋ຽນ ສະເໜີໃຫ້ 3 ຝ່າຍ​ຕ້ອງ​ສືບ​ຕໍ່​ເອົາ​ໃຈ​ໃສ່, ຊຸກຍູ້ ​ແລະ ເຂົ້າຮ່ວມ​ຢ່າງໃກ້ຊິດຕິດແທດກ່ວາ​ອີກ​ສຳລັບລາຍການໂຄງການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ; ໃນນັ້ນ ໃຫ້ສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມ, ວິທີ​ການແກ້​ໄຂ​ໃໝ່, ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່ ກໍຄືຖອດໄດ້ບົດຮຽນ, ປະສົບ​ການ​ໃນ​ການ​ປະຕິບັດ, ເພື່ອຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 3 ອົງການ​ແນວ​ໂຮມ, ປະກອບສ່ວນ​ພັດທະນາ​ລວມການ​ພົວພັນ​ຮ່ວມ​ມື 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ. ພ້ອມ​ກັນ​ນັ້ນ, ກໍ່ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແນວ​ໂຮມ 3 ປະ​ເທດ​ຊາດ ກຳປູ​ເຈຍ - ລາວ - ຫວຽດນາມ ຈະ​ຕັ້ງໜ້າ​ແລກປ່ຽນ​ຂໍ້​ມູນ​, ສົມທົບ​ກັນ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້ຄົງຄ້າງ​ ແລະ ບັນຫາ​ໃໝ່​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ສາມ​ປະ​ເທດ ​ເວົ້າ​ລວມ ກໍຄືລະຫວ່າງ​ແນວ​ໂຮມ 3 ປະ​ເທດ ເວົ້າສະເພາະ ບົນ​ນ້ຳ​ໃຈ​ອ້າຍ​ນ້ອງ.

ທ່ານ​ປະທານ​ ໂດ້ວັນຈ໋ຽນ ສະ​ເໜີ​ໃຫ້ ກຳປູ​ເຈຍ ​ແລະ ລາວ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ ​ຫວຽດນາມ ທີ່ດຳລົງຊີວິດ, ອອກແຮງງານ​ ແລະ ຮ່ຳຮຽນ​ຢູ່ ກຳປູ​ເຈຍ ​ແລະ ລາວ. ໃນນັ້ນ ສຳ​ລັບ​ປະ​ເທດ​ລາວ, ທ່ານໄດ້ສະ​ເໜີ​ໃຫ້​ຊາວເຊື້ອຊາດ​ ຫວຽດ​ນາມ ເຂົ້າເປັນສັນຊາດ ລາວ; ມອບ​ບັດ​ຢູ່​ອາ​ໄສ​ໄລຍະ​ຍາວ​ໃຫ້​ຊາວ ​ຫວຽດນາມ​ ​ທີ່​ມຢູ່ອາ​ໄສ​ເປັນ​ເວລາ​ຫຼາຍ​ປີ; ອະນຸຍາດສ້າງຕັ້ງບັນດາສະມາຄົມຊາວ ຫວຽດນາມ ຢູ່ບັນດາແຂວງຂອງ ລາວ; ​ຫັນຂັ້ນຕອນ​ອະນຸຍາດໃຫ້ແຮງງານ ​ແລະ ຫຼຸດຜ່ອນ​ພາສີ, ຄ່າ​ທຳນຽມ​ໃຫ້ເປັນງ່າຍດາຍ ໃຫ້ແກ່​ຄົນ​ງານ ຫວຽດນາມ ຢູ່​ລາວ; ສຳລັບ ກຳປູເຈຍ, ທ່ານສະເໜີໃຫ້ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກກ່ຽວກັບພື້ນຖານນິຕິກຳ ເພື່ອໃຫ້​ຊາວເຊື້ອຊາດ​ ຫວຽດ​ນາມ ຢູ່ ກຳປູເຈຍ ມີຄວາມອຸ່ນອ່ຽນໃຈ,ມີຊີວິດການເປັນຢູ່ທີ່ເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.