ຫວຽດນາມ ສືບຕໍ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດ Gaza

17:54 | 15/01/2024

ຍສໝ - ວັນທີ 24 ມັງກອນ (ຕາມເວລາຫວຽດນາມ), ສະພາຄວາມໝັ້ນຄົງ​​ສະ​ຫະ​ປະ​ຊາ​ຊາດ ໄດ້ຈັດຕັ້ງວາລະ​ປະຊຸມເປີດປະຈຳໄລຍະຂັ້ນລັດຖະມົນຕີ ກ່ຽວກັບຫົວຂໍ້ “ສະພາບການຕາເວັນອອກກາງ, ລວມມີບັນຫາຂອງ Palestine".

ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ. ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ.
ຫວຽດ​ນາມ​ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ເຂດ Gaza, ເນັ້ນ​ໜັກ​ເຖິງ​ວິ​ທີ​ແກ້​ໄຂ​ສອງ​ລັດ ຫວຽດ​ນາມ​ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ເຂດ Gaza, ເນັ້ນ​ໜັກ​ເຖິງ​ວິ​ທີ​ແກ້​ໄຂ​ສອງ​ລັດ

ຕາມນັກຂ່າວສຳ​ນັກ​ຂ່າວສານ​ ຫວຽດນາມ ປະຈຳ ນິວຢອກ​ ແລ້ວ, ກອງ​ປະຊຸມ​ຄັ້ງ​ນີ້​ມີການເຂົ້າຮ່ວມຂອງທ່ານເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Antonio Guterres, ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາປະເທດ 20 ທ່ານ ​ແລະ ຜູ້ຕາງໜ້າກວ່າ​ 40 ປະ​ເທດ, ໂດຍການ​ເປັນປະທານຂອງ​ທ່ານ Stéphane Séjourné, ລັດຖະມົນຕີກະຊວງ​ ເອີຣົບ ແລະ ການ​ຕ່າງປະ​ເທດ ຝຣັ່ງ, ປະເທດປະທານ​ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ​ເດືອນ​ນີ້.

ກ່າວ​ຄຳ​ປາໄສທີ່​ການ​ປຶກສາ​ຫາລື, ທ່ານ​ເລຂາທິການ​ໃຫຍ່ Guterres ​ໄດ້ກ່າວ​​ເຕືອນ​ວ່າ ຄວາມສ່ຽງຂອງ​ການຂັດແຍ້ງທີ່ແຜ່ລາມອອກເປັນວົງກ້ວາງ ພວມ​ກາຍ​ເປັນ​ສະພາບ​ຕົວ​ຈິງ, ສະພາບການທີ່ພວມມີວິກິດການມະນຸດສະທຳນັບ​ມື້​ນັບ​ຮ້າຍ​ແຮງ, ປະຊາຊົນ​ຢູ່ Gaza ພວມ​ຕ້ອງຮັບຜົນສະທ້ອນຈາກການ​ທຳລາຍມ້າງຢູ່ຂອບຂະໜາດ ແລະ ລະດັບຄວາມໄວທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ໃນ​ຂະນະ​ທີ່​ສະພາບ​ການ​ຢູ່​ທະ​ເລ​ແດງ​ພວມ​ມີ​ຄວາມ​ວິຕົກກັງວົນ ເຮັດໃຫ້ການຄ້າທົ່ວໂລກຂາດວັກຂາດຕອນ. ຜູ້ນຳໜ້າ ສປຊ ໄດ້ຮຽກຮ້ອງ​ໃຫ້ປ່ອຍຕົວປະກັນ​ທັງ​ໝົດ​ໂດຍ​ທັນທີ ​ແລະ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ; ເລັ່ງໃຫ້​ທຸກ​ຝ່າຍລະງັບໃຈຢ່າງ​ສູງ​ສຸດ ​ແລະ ຜັນຂະຫຍາຍບັນດາບາດກ້າວ​ເພື່ອຫລຸດຜ່ອນ​ຄວາມເຄັ່ງຕຶງ, ເຊື່ອມຕໍ່ການເຄື່ອນໄຫວສະໜອງ​ສິນຄ້າ​ທີ່​ຈຳ​ເປັນ​ໃຫ້​ປະຊາຊົນ​ຢູ່​ເຂດ Gaza; ຮຽກຮ້ອງ​ໃຫ້​ຢຸດ​ຍິງ​ໂດຍດ່ວນ​ເພື່ອ​ເປົ້າໝາຍດ້ານ​ມະນຸດສະທຳ​ຢູ່​ເຂດ Gaza, ຢຸດຕິບັນດາບຸກຈົມຕີທີ່ແນໃສ່ບັນດາກ່ຳປັ່ນການ​ຄ້າ​ຢູ່​ທະ​ເລ​ແດງ.

ບັນດາ​ປະ​ເທດ​ທີ່ກ່າວຄຳປາໄສ ​ໄດ້​ສະ​ແດງ​ຄວາມເປັນກັງວົນກ່ຽວ​ກັບ​ຄວາມສ່ຽງຂອງການຂັດແຍ້ງກັນທີ່ລາມອອກເປັນວົງກ້ວາງ ແລະ ວິກິດການມະນຸດສະທຳນັບມື້ນັບຮ້າຍແຮງຢູ່ເຂດແຄວ້ນນີ້, ຮຽກຮ້ອງ​ໃຫ້​ທຸກ​ຝ່າຍຈົ່ງລະງັບໃຈ, ຫຼີກລ່ຽງຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ, ສຸມ​ໃສ່ປົວແປງເງື່ອນໄຂຊີວິດ​ການ​ເປັນ​ຢູ່​ໃຫ້ປະຊາຂົນ Palestine ຢູ່​ເຂດ Gaza. ຫຼາຍປະເທດຖືວ່າ ບຸລິມະສິດອັນດັບຕົ້ນໆໃນປະຈຸບັນແມ່ນການປະຕິບັດການຢຸດຍິງແບບຍືນຍົງໂດຍທັນທີ ດ້ວຍຜ່ານການປະກອບສ່ວນຂອງບັນດາຄູ່ຮ່ວມມືໃນພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍ່ຊຸກຍູ້ການໜູນຊ່ວຍດ້ານມະນຸດສະທໍາສຸກເສີນໃຫ້ແກ່ປະຊາຊົນຢູ່ເຂດ Gaza ໂດຍບໍ່ມີສິ່ງຂັດຂວາງ. ບັນດາ​ປະ​ເທດ​ກໍ່​ຢືນຢັນ​​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ 2 ມະຕິ​ທີ່​ກ່ຽວຂ້ອງ ເຊິ່ງສະພາ​ຄວາມ​ໝັ້ນຄົງ ສປຊ ໄດ້ຮັບຮອງ​​ເມື່ອ​ບໍ່​ດົນ​ມາ​ນີ້; ຮຽກຮ້ອງ​ໃຫ້​ເຊື່ອມຕໍ່ຄືນບັນການ​ດາເຈລະຈາສັນຕິພາບບົນພື້ນຖານການ​ແກ້​ໄຂ​ສອງ​ລັດໂດຍໄວ.

ຫວຽດນາມ ສືບຕໍ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດ Gaza

ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນ​ຮວ່າງ​ຫງວຽນ, ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ ຫວຽດນາມ ປະຈຳ ສປຊ

ກ່າວ​ຄຳ​ປາໄສ​ທີ່​ການ​ປຶກສາ​ຫາລື, ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນ​ຮວ່າງ​ຫງວຽນ, ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ ຫວຽດນາມ ປະຈຳ ສປຊ ໄດ້​ສະ​ແດງ​ຄວາມເປັນກັງວົນຢ່າງ​ເລິກ​ເຊິ່ງກ່ຽວກັບສະພາບ​ການສຶບຕໍ່ຜັນແປສັບສົນ ທີ່ພວມແຜ່ລາມອອກເປັນວົງກ້ວາງຢູ່​ ຕາ​ເວັນ​ອອກ​ກາງ​, ພິ​ເສດ​ແມ່ນ​ການ​ປະ​ທະ​ກັນ​ທີ່​ເຄັ່ງຕຶງ​ຂຶ້ນ​ຢູ່​ເຂດ Gaza ພວມ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ຫຼວງ​ຫຼາຍ, ມີຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ພື້ນຖານ​ໂຄງ​ລ່າງ​ພົນລະເຮືອນ ແລະ ​ບັນດາຮາກຖານຂອງ ສປຊ ແລະ ວິ​ກິດ​ການ​ມະນຸດສະທຳ​ຢ່າງ​ຮ້າຍ​ແຮງ, ພ້ອມກັບບັນດາເຫດທີ່ເກີດຂຶ້ນຢູ່​ທະ​ເລ​ແດງ​ພວມ​ເພີ່ມ​ທະວີ​ຄວາມ​ວິຕົກ​ກັງວົນ​ຂອງ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ຄວາມ​ປອດ​ໄພ ​ແລະ ຄວາມເສລີພາບໃນ​ການ​ເດີນ​ທະ​ເລ, ພ້ອມກັນນັ້ນ ກໍ່ສົ່ງຜົນກະທົບເຖິງ​ອະທິປະ​ໄຕ​ຂອງ​ບັນດາ​ປະ​ເທດທີ່​ຖືກ​ຜົນ​ສະທ້ອນ.

ຜູ້ຕາງໜ້າ​ຂອງ​ ຫວຽດນາມ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການກ່ຽວກັບການ​ຢຸດ​ຍິງ​ໂດຍ​ໄວ; ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຕ້ອງເຄົາລົບກົດໝາຍ​ສາກົນ, ລະງັບໃຈ​ສູງ​ສຸດ, ຫຼີກ​ລ່ຽງທຸກກະທຳທີ່​ກໍ່​ຄວາມ​ເຄັ່ງ​ຕຶງ​, ຄວາມຮຸນແຮງ ແລະ ສ້າງ​ສະພາບ​ແວດ​ລ້ອມທີ່ສະດວກໃຫ້ແກ່ການ​ເຈລະຈາສັນຕິພາບ; ຮຽກຮ້ອງ​ໃຫ້ສະພາ​ຄວາມ​ໝັ້ນຄົງ​ ສປຊ ເພີ່ມ​ທະວີ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢ່າງ​ຮີບ​ດ່ວນ. ທ່ານ ຫງວຽນ​ຮວ່າງຫ​ງວຽນ ກໍ່ໄດ້ຢືນຢັນ​ຄືນຫຼັກໝັ້ນຂອງ​ ຫວຽດນາມ ​ໃນ​ການ​ສະໜັບສະໜູນ​ການ​ແກ້​ໄຂ​ມາດຕະການສອງ​ລັດ​ດ້ວຍ​ການ​ສ້າງ​ຕັ້ງ​ລັດ Palestine ເອກະລາດ, ຢູ່​ຮ່ວມ​ກັນ​ໂດຍ​ສັນຕິຄຽງ​ຄູ່​ກັບ​ລັດ ອິດສະຣາ​ແອນ, ມີ​ຊາຍ​ແດນ​ກ່ອນ​ປີ 1967 ​ແລະ ກັບ​ ເຢຣູ​ຊາ​ແລັມ​ ຕາ​ເວັນ​ອອກ​ ເປັນ​ນະຄອນຫຼວງ​, ເໝາະສົມກັບມະຕິທີ່ກຽວຂ້ອງຂອງ ສປຊ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.