ເພີ່ມລະດັບການສະຫນັບສະຫນູນລາຍບ້ວງຈ່າຍບຳລຸງສ້າງສໍາລັບນັກສຶກສາ ລາວ ແລະ ກໍາປູເຈຍ | |
ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ |
ຕອນບ່າຍວັນທີ 25 ພະຈິກ, ທີ່ນະຄອນຫຼວງພະນົມເປັນ, ກໍາປູເຈຍ ໄດ້ດໍາເນີນກອງປະຊຸມປະຈໍາປີລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ.
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດລາວ ນໍາໂດຍ ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດກໍາປູເຈຍ ນໍາໂດຍທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ເຂົ້າຮ່ວມກອງປະຊຸມ.
ການຮ່ວມມືດ້ານປ້ອງກັນຊາດ-ພື້ນຖານຂອງສັນຕິພາບ ແລະພັດທະນາ
ທີ່ກອງປະຊຸມ, ທ່ານພົນເອກ Tea Seiha ເນັ້ນໜັກວ່າ ກອງປະຊຸມປະຈໍາປີລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດແມ່ນໂອກາດ ເພື່ອພ້ອມກັນຕີລາຄາຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 3 ປະເທດ ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາອັນໜັກແໜ້ນໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ບ້ານໃກ້ເຮືອນຄຽງທີ່ດີ ເຊິ່ງນໍາເອົາຜົນປະໂຫຍດລວມມາໃຫ້ປະຊາຊົນ 3 ປະເທດ. ທ່ານພົນເອກ Tea Seiha ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງກອງທັບ 3 ປະເທດ ບົນພື້ນຖານການເຄົາລົບ, ເຊື່ອໝັ້ນເຊິ່ງກັນແລະກັນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຢູ່ເຂດຊາຍແດນ ກໍຄື ປະກອບສ່່ວນເຂົ້າໃນການກໍ່ສ້າງປະຊາຄົມອາຊຽນ.
![]() |
ກອງປະຊຸມປະຈໍາປີລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ. ພາບ: TTXVN |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ, ລາວ ແລະກໍາປູເຈຍ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ. ບັນດາປັດໄຈທາງດ້ານປະຫວັດສາດ, ທໍາມະຊາດໄດ້ສ້າງທ່າຮ່ວມສໍາພັນອັນໜັກແໜ້ນ, ໝັ້ນແກ່ນຊ່ວຍ 3 ປະເທດ ສາມາດໜູນຊ່ວຍ, ເພີ່ມເຕີມໃຫ້ກັນເພື່ອພ້ອມກັນຄົງຕົວ, ພັດທະນາ ແລະປົກປ້ອງເຊິ່ງກັນ ແລະກັນ. 3 ປະເທດ ເຄີຍມີພັກກອມມູນິດອິນດູຈີນ ນຳພາໃນພາລະກິດຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ຈັກກະພັດ, ຍາດເອົາເອກະລາດແຫ່ງຊາດມາໃຫ້ແຕ່ລະປະເທດໃນເມື່ອກ່ອນ. ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ ການເພີ່ມທະວີຄວາມສາມັກຄີ, ສະໜິດຕິດພັນລະຫວ່າງ 3 ປະເທດ, 3 ກອງທັບແມ່ນປັດໄຈພາວະວິໄສ, ແມ່ນກົດເກນເປັນຕາຍ ແລະແມ່ນປັດໄຈສໍາຄັນແຖວໜ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ. ທ່ານພົນເອກ ຟານວັນຢາງ ຊີ້ແຈ້ງວ່າ, ຫວຽດນາມ ຍາມໃດກໍເຄົາລົບນັບຖືການສະໜັບສະໜູນ, ການຊ່ວຍເຫຼືອຢ່າງໝົດຈິດໝົດໃຈຂອງລາວ ແລະກໍາປູເຈຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບໃນເມື່ອກ່ອນ, ກໍຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການເພີ່ມທະວີ, ປັບປຸງການພົວພັນທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບລາວ ແລະກໍາປູເຈຍ ຢ່າງບໍ່ຢຸດຢັ້ງ.
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ ກອງປະຊຸມປະຈໍາປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ແມ່ນສັນຍາລັກແຫ່ງນໍ້າໃຈສາມັກຄີມິດຕະພາບ ລາວ-ຫວຽດນາມ-ກໍາປູເຈຍ. ພັກ, ລັດຖະບານ, ກອງທັບ ແລະປະຊາຊົນ 3 ປະເທດ ໄດ້ປັບປຸງ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຊີ້ແຈ້ງວ່າ ກອງທັບ 3 ປະເທດແມ່ນກໍາລັງຫຼັກແຫຼ່ງແກ່ນສານໃນການສ້າງສາ, ປົກປັກຮັກສາ ແລະພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີອັນລໍ້າຄ່າລະຫວ່າງ 3 ປະເທດ.
ບັນດາຂໍ້ລີ້ເລີ່ມຊຸກຍູ້ການຮ່ວມມືຮອບດ້ານ
ກໍທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຕີລາຄາວ່າ ພ້ອມກັບການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ-ລາວ-ກໍາປູເຈຍ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 3 ປະເທດ ສືບຕໍ່ບັນລຸໄດ້ໝາກຜົນທີ່ໜ້າເອກອ້າງທະນົງໃຈ, ນັບມື້ນັບແທດຈິງ ແລະມີປະສິດທິຜົນ.
ເພື່ອສືບຕໍ່ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 3 ປະເທດໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນຮ່ວມມືທີ່ແທດຈິງ. ທີໜຶ່ງ, ຮັກສາກົນໄກກອງປະຊຸມປະຈໍາປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດຢ່າງມີປະສິດທິຜົນ, ກໍານົດວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນແຜນການຮ່ວມມືດ້ານປ້ອງກັນຊາດແຕ່ລະປີລະຫວ່າງ 3 ປະເທດ ເພື່ອແບ່ງປັນບັນດາບັນຫາຍຸດທະສາດ, ສົມທົບກັນເປັນເສນາທິການໃຫ້ການນໍາຂັ້ນສູງ 3 ປະເທດ ກ່ຽວກັບການທະຫານ, ການປ້ອງກັນຊາດ; ຈັດຕັ້ງການຫັດແອບ, ຝຶກຊ້ອມຮ່ວມກັນແຕ່ລະປີລະຫວ່າງກອງທັບ 3 ປະເທດ ເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນທາງການທະຫານ, ຄື: ສະກັດກັ້ນ ແລະຕ້ານໂລກລະບາດ, ກອບກູ້ໄພພິບັດ, ສະກັດກັ້ນ ແລະຕ້ານອາດຊະຍາກໍາຂ້າມຊາຍແດນ...
ທີສອງ, ເພີ່ມທະວີການສົມທົບກັນໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສໍາຄັນຂອງການພົວພັນສາມັກຄີລະຫວ່າງ 3 ປະເທດ, 3 ຊາດ; ຕອບໂຕ້ຖ້ອຍທໍານອງທີ່ບິດເບືອນ, ເລ່ລ່ຽມຕ້ານທໍາລາຍການພົວພັນ 3 ປະເທດຂອງອິດທິກໍາລັງປໍລະປັກ ຢ່າງມີປະສິດທິຜົນ. ທີສາມ, ສືບຕໍ່ເພີ່ມທະວີການຮ່ວມມືຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະກອບສ່ວນຫັນວິໄສທັດຂອງການນໍາຂັ້ນສູງ 3 ປະເທດ ກ່ຽວກັບເຂດຊາຍແດນ 3 ປະເທດ ແຫ່ງສັນຕິພາບ, ຮ່ວມມື ແລະພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ; ແບ່ງປັນຂໍ້ມູນຂ່າວສານ, ສະພາບການ, ເພີ່ມທະວີການລາດຕະເວນຮ່ວມເປັນປະຈໍາ, ຄົ້ນພົບ ແລະສົມທົບກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ຮາກຖານຢ່າງທັນການ ແລະມີປະສິດທິຜົນ, ຕໍ່ສູ້ກັບອາດຊະຍາກໍາຂ້າມຊາຍແດນປະເພດຕ່າງໆຢ່າງມີປະສິດທິຜົນ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນພັດທະນາເສດຖະກິດ. ທີສີ່, ສືບຕໍ່ປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນທີ່ເວທີປາໄສຫຼາຍຝ່າຍສາກົນ ແລະພາກພື້ນ, ໂດຍສະເພາະແມ່ນບັນດາກົນໄກໃນອາຊຽນ, ຄື: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ບວກ (ADMM+), ຜ່ານນັ້ນຍົກສູງຖານະບົດບາດ, ທີ່ຕັ້ງຂອງແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນຄວາມສາມັກຄີ ແລະບົດບາດໃຈກາງຂອງ ອາຊຽນ.
![]() |
ພົນເອກ ຟານວັນຢາງ, ພົນເອກ ຈັນສະໝອນ ຈັນຍາລາດ ແລະພົນເອກ Tea Seiha ທີ່ພິທີລົງນາມບົດບັນທຶກກອງປະຊຸມປະຈໍາປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກໍາປູເຈຍ. ພາບ: TTXVN |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນເດືອນທັນວາ ຈະມາເຖິງນີ້, ກະຊວງປ້ອງກັນປະເທດຫວຽດນາມ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ ແລະງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີສອງຢູ່ຮ່າໂນ້ຍ. ທ່ານພົນເອກ ຟານວັນຢາງ ຂອບໃຈທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລະທ່ານພົນເອກ Tea Seiha ທີ່ຕອບຮັບຄໍາເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງ ແລະງານວາງສະແດງ; ສະແດງຄວາມລໍຄອຍຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລະທ່ານພົນເອກ Tea Seiha ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ, ກອງທັບລາວ ແລະ ກໍາປູເຈຍ ກໍຄື ວິສາຫະກິດປ້ອງກັນຊາດສອງປະເທດ ຢູ່ງານວາງສະແດງ.
ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ Tep Pronom. ນະທີ່ນີ້, ທ່ານພົນເອກ ຟານວັນຢາງ ໄດ້ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ມອບຄອມພິວເຕີ 30 ຊຸດ ໃຫ້ໂຮງຮຽນ ເພື່ອຮັບໃຊ້ວຽກງານສິດສອນ, ຮໍ່າຮຽນ.
![]() | ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ຍສໝ - ໂດຍແມ່ນສາມປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ຫວຽດນາມ, ລາວ ແລະກໍາປູເຈຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ມີຄວາມສະໜິດຕິດພັນກັນມາແຕ່ບູຮານນະການ. |
![]() | ຫວຽດນາມ - ລາວ - ກໍາປູເຈຍ ຈັດການຝຶກຊ້ອມການແພດທະຫານຮ່ວມ ຍສໝ - ເພື່ອເປັນເຈົ້າການຮັບມືກັບໄພທຳມະຊາດ, ໄພພິບັດ; ປະຕິບັດຕາມການຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ກຳລັງການແພດທະຫານຂອງ 3 ປະເທດໄດ້ຈັດຕັ້ງການຝຶກຊ້ອມຮ່ວມ, ສົມທົບກັບກຳລັງການແພດທ້ອງຖິ່ນເພື່ອປິ່ນປົວຜູ້ປະສົບເຄາະຮ້າຍຈາກໄພພິບັດແຜ່ນດິນໄຫວແນໃສ່ຍົກລະດັບການຈັດຕັ້ງ, ການປະສານງານ, ການສົມທົບ ແລະກຽມພ້ອມເຂົ້າຮ່ວມການກູ້ຊ່ວຍດ້ານການແພດໃນພາກພື້ນ ແລະໂລກເມື່ອມີຄວາມຮຽກຮ້ອງຕ້ອງການ. |
ແສງເດືອນ