ສະໜັບສະໜູນລະບົບນິເວດວິສາຫະກິດສ້າງຜົນສະທ້ອນຢູ່ ຫວຽດນາມ

00:00 | 12/12/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 12 ທັນວາ, ຢູ່​ຮ່າ​ໂນ້ຍ, ລາຍການພັດທະນາ​ສະຫະ​ປະຊາ​ຊາດ (UNDP), ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ສະຖານທູດ​ ກາ​ນາ​ດາ ປະຈຳ ຫວຽດນາມ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ເຫດການ SIB Connect 2023: ປະສົບ​ຜົນສຳ​ເລັດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ​ເພີ່ມ​ທະວີ​ການ​ກະທົບ, ​ໃນ​ຂອບ​ເຂດ​ຂອງ​ໂຄງການ: “ໜູນ​ຊ່ວຍ​ລະບົບ​ນິ​ເວດ​ວິ​ສາ​ຫະກິດ ​ເພື່ອ​ສ້າງ​ຜົນ​ສະທ້ອນ​ຢູ່​ຫວຽດນາມ ​ເພື່ອ​ປະເຊີນ Covid-19” (ໂຄງການ ISEE-COVID).

ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ
ຫວຽດນາມ-ລາວ  ເພີ່ມທະວີນໍ້າໃຈມິດຕະພາບ ຜ່ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ-ລາວ ເພີ່ມທະວີນໍ້າໃຈມິດຕະພາບ ຜ່ານການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ

ອົງການຈັດຕັ້ງທຸລະກິດຜົນກະທົບຕໍ່ສັງຄົມ (SIB), ອົງການລັດຖະບານ, ນັກລົງທຶນ, ແລະອົງການຈັດຕັ້ງຕົວກາງ ໄດ້ເຂົ້າຮ່ວມກິດຈະກໍາ SIB Connect 2023 - ງານບຸນປະຈໍາປີຂອງລະບົບນິເວດ SIB, ເພື່ອແບ່ງປັນບັນດາຂໍ້ຄິດປະດິດສ້າງ, ບົດຮຽນ, ປຶກສາຫາລືສິ່ງທ້າທາຍແລະໂອກາດການພັດທະນາຂອງລະບົບນິເວດ.

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ SIB ແນະນຳ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບດີ​ທີ່​ສຸດ, ຊອກ​ຫາ​ໂອກາດ​ຮ່ວມ​ມື ​ແລະ ​ເປີດ​ກວ້າງ​ຕະຫຼາດ. ພິ​ເສດ, ​ໃນ​ໂອກາດ​ນີ້, ປຶ້ມ​ສີຂາວ​ກ່ຽວ​ກັບ​ບັນດາ​ອົງການ​ດຳ​ເນີນ​ທຸລະ​ກິດ​ສ້າງ​ຜົນ​ກະທົບ​ຕໍ່​ສັງຄົມ​ຫວຽດນາມ 2023 ​ເປັນ​ຄັ້ງ​ທຳ​ອິດ, ສ້າງ​ເງື່ອນ​ໄຂ​ໃຫ້ SIB ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ, ຜ່ານ​ນັ້ນ​ຍົກ​ສູງ​ຄວາມ​ສາມາດ​ຮັບ​ຮູ້​ບັນດາ​ຜົນ​ປະ​ໂຫຍ​ດຈາກ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຂອງ​ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງອື່ນໆ.

ທີ່​ກອງ​ປະຊຸມ, ທ່ານ​ຮອງ​ຫົວໜ້າ​ກົມ​ພັດທະນາ​ວິ​ສາ​ຫະກິດ (ກະຊວງ​ແຜນການ ​ແລະ ການ​ລົງທຶນ) ​ໃຫ້​ຮູ້​ວ່າ: “ບັນດາ​ອົງການ​ທີ່​ສ້າງ​ຜົນ​ກະທົບ​ຕໍ່​ສັງຄົມ​ຢູ່ ຫວຽດນາມ, ​ເຖິງ​ວ່າ​ຍັງ​ມີ​ຈຳນວນ​ໜ້ອຍ​ກໍ່ຕາມ, ຂະ​ຫນາດ​ຍັງ​ນ້ອຍ​ແຕ່​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ ແມ່ນ​ການ​ປະ​ກອບ​ສ່ວນ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ຫມາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ທີ່ ​ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ ​ເຂົ້າ​ເຖິງ​ທ້ອງຕະ​ຫຼາດ​ຕ່າງ​ປະ​ເທດ​ໄດ້​ງ່າຍ​ຂຶ້ນ, ເຂົ້າເຖິງແຫຼ່ງທຶນສີຂຽວ".

ສະໜັບສະໜູນລະບົບນິເວດວິສາຫະກິດສ້າງຜົນສະທ້ອນຢູ່ ຫວຽດນາມ
ປະກາດ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປຶ້ມ​ສີ​ຂາວ​ກ່ຽວ​ກັບ​ບັນດາ​ອົງການ​ດຳ​ເນີນ​ທຸລະ​ກິດ​ສ້າງ​ຜົນ​ກະທົບ​ຕໍ່​ສັງຄົມ​ຢູ່​ ຫວຽດນາມ 2023

ພິ​ເສດ, ​ໃນ​ໄລຍະ ​ແລະ ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, SIB ຢູ່ ຫວຽດນາມ ຕ້ອງປະເຊີນໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ນັ້ນແມ່ນຄວາມ​ສາມາດ​ຄຸ້ມ​ຄອງ​ທີ່​ຈຳກັດ, ຂາດໂຄງຮ່າງການວັດແທກຜົນກະທົບທາງສັງຄົມ ແລະ ການເຂົ້າເຖິງການເງິນບໍ່ພຽງພໍ. ລະບົບນິເວດຂອງອົງການຈັດຕັ້ງທີ່ສະຫນັບສະຫນູນ SIB ຍັງຂາດກ່ຽວກັບຈຳນວນ, ຄຸນນນນະພາບ ແລະ ຄວາມເຊື່ອມຕໍ່. ນະໂຍບາຍສະຫນັບສະຫນູນ SIB ແມ່ນຢູ່ໃນກົດລະບຽບທີ່ແຕກຕ່າງກັນ ເຮັດໃຫ້ SIB ປະຊິດເຂົ້າຍາກ.

ດ້ວຍວິທີການປະຊິດເຂົ້າະບົບນິເວດເພື່ອແກ້ໄຂບັນຫາການເຊື່ອມໂຍງກັນ ແລະ ເປັນລະບົບ, ໂຄງການ ISEE-COVID ໄດ້ສະຫນັບສະຫນູນຍົກສູງຢ່າງຕັ້ງໜ້າຄວາມສາມາດຂອງ SIB, ເພີ່ມທະວີຄວາມສາມາດ ແລະ ການສົມທົບລະຫວ່າງອົງການຈັດຕັ້ງຂັ້ນກາງທີ່ສະໜັບສະໜູນ SIB, ພ້ອມ​ກັນ​ນັ້ນ ​ເພີ່ມ​ທະວີ​ຄວາມສາມາດວາງກຳນົດ ແລະ ສ້າງນະໂຍບາຍຂອງລັດຖະບານເພື່ອສ້າງ ເງື່ອນໄຂໃຫ້ SIB.

ໂຄງການດັ່ງກ່າວ ກໍໃດ້ນຳໃຊ້ວິທີການທົດລອງກັບນະໂຍບາຍສະໜັບສະໜູນ SIB ໃນລະດັບແຂວງ ແລະ ສະໜອງໂຄງຮ່າງການຄຸ້ມຄອງ ແລະປະເມີນຜົນກະທົບສໍາລັບ SIB. ກິດຈະກໍາຂອງໂຄງການໄດ້ປະກອບສ່ວນສ້າງລະບົບນິເວດ SIB ຂະຫຍັນຂັນເຂື່ອນ, ດ້ວຍການເຂົ້າຮ່ວມຂອງລັດຖະບານ, ນັກລົງທຶນ, ອົງການຈັດຕັ້ງຕົວກາງ ແລະ ອົງການຈັດຕັ້ງທຸລະກິດສ້າງຜົນກະທົບທາງສັງຄົມ.

ກ່າວ​ຄຳປາໃສທີ່ເຫດການນີ້, ຜູ້ຕາງໜ້າປະຈຳUNDP ປະຈຳ ຫວຽດນາມ, ທ່ານ​ນາງ Ramla Khalidi ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ບັນດາ​ຜູ້​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ລະບົບ​ນິ​ເວດ​ວິ​ສາ​ຫະກິດ​ທີ່​ກະທົບ​ຕໍ່​ສັງຄົມ​ຢູ່ ຫວຽດນາມ ໃນໄລຍະຜ່ານມາ.

ທ່ານ​ນາງ Khalidi ຍັງ​ກ່າວ​ວ່າ ການ​ເປີດ​ເຜີຍ​ແຜ່​ປຶ້ມສີຂາວ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ອົງການ​ທຸລະ​ກິດ​ສ້າງ​ຜົນ​ກະທົບ​ຕໍ່​ສັງຄົມ​, ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ​ທຸລະ​ກິດ​ທີ່​ສ້າງ​ຜົນ​ກະທົບ​ຕໍ່​ສັງຄົມ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ເປັນ​ທາງ​ການ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ເຖິງ​ໂຄງການ​ສະໜັບສະໜູນ​ຂອງ​ລັດຖະບານ ​ແລະ​ ໂຄງການ​ອື່ນໆ. ຄຽງຄູ່ກັບບົດລາຍງານກ່ຽວກັບລະບົບນິເວດທີ່ສະຫນັບສະຫນູນ SIB, ປຶ້ມສີຂາວ ໃຫ້ຂໍ້ມູນທີ່ສົມບູນແບບແລະຄວາມເຂົ້າໃຈກ່ຽວກັບພູມສັນຖານຂອງລະບົບນິເວດ.

ປຶ້ມສີຂາວ ກ່ຽວ​ກັບ​ບັນ​ດາ​ອົງ​ການ​ດຳ​ເນີນ​ທຸ​ລະ​ກິດ​ສ້າງ​ຜົນ​ກະ​ທົບ​ສັງ​ຄົມ​ຢູ່​ຫວຽດ​ນາມ ປີ 2023 ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ, ພ້ອມ​ກັນ​ນັ້ນ ​ໄດ້​ສະ​ໜອງ​ພາບ​ລວມຂອງ SIB ຢູ່ ຫວຽດນາມ ​ເພື່ອ​ຮັບ​ໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ສະຖິຕິ, ຄົ້ນຄວ້າ, ປະກອບ​ຄຳ​ເຫັນ ​ແລະ ພັດທະນາ​ນະ​ໂຍບາຍ​ຂອງ​ບັນດາສຳນັກງານ, ອົງການ ​ແລະ ບຸກຄົນ​ທັງ​ພາຍ​ໃນ ​ແລະ ສາກົນ.

ທີ່ປຶກສາທູດການພັດທະນາ, ສະຖານທູດການາດາ ປະຈໍາ ຫວຽດນາມ, ທ່ານ Brian Allemenkinders ໃຫ້ຮູ້ວ່າ: “ການເປີດຕົວປຶ້ມສີຂາວກ່ຽວກັບບັນດາອົງການທຸລະກິດສ້າງຜົນກະທົບທາງສັງຄົມຢູ່ ຫວຽດນາມ ສະແດງໃຫ້ເຫັນຄວາມຄືບໜ້າຂອງ ຫວຽດນາມ, ບໍ່​ພຽງ​ແຕ່​ເປັນ​ການ​ຮັບ​ຮູ້​ບັນດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ບັນຫາ​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ບັນດາ​ອົງການ​ດັ່ງກ່າວ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສະໜອງ​ຖານ​ຂໍ້​ມູນ​ອ້າງ​ອີງ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ບັນດາ​ອົງການ, ກົມ​ກອງ​ຂອງ​ລັດ ​ເພື່ອ​ດຳ​ເນີນ​ບັນດາ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ທຸລະ​ກິດ​ນີ້, ພ້ອມ​ທັງ​ເປີດ​ກ້ວາງກາລະໂອກາດເພື່ອເຊື່ອມຕໍ່ ແລະ ລົງທຶນກັບອົງປະກອບອື່ນໆໃນລະບົບນິເວດ”...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.