ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແອັດສະປາຍ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດວາລະເຮັດວຽກຢູ່ ຫວຽດນາມ

00:00 | 12/12/2023

ຍສໝ - ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ Pilar Méndez Jiménez ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ແອັດສະປາຍ.

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023
ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳກ່ຽວກັບອາຍາລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳກ່ຽວກັບອາຍາລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ

ວັນ​ທີ 11 ທັນວາ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍ​ວັນ​ເຖືອງ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ Pilar Méndez Jiménez ​ເອກ​ອັກຄະ​ລັດຖະທູດ ແອັດສະປາຍ ປະຈຳ ຫວຽດນາມ ​ເພື່ອເຂົ້າຢ້ຽມອຳລາເນື່ອງໃນສິ້ນສຸດວາລະການເຮັດວຽກຢູ່ ຫວຽດນາມ.

ໂດຍສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ ແອັດສະປາຍ ທີ່ມີວາລະເຮັດວຽກທີ່ປະສົບຜົນສຳເລັດຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ທີ່ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ແອັດສະປາຍ; ຊົມ​ເຊີຍ ແອັດສະປາຍ ທີ່ປະສົບ​ຜົນສຳ​ເລັດ​ໃນ​ການ​ດຳ​ເນີນ​ການ​ເປັນ​ປະ​ທາ​ນສະ​ຫະ​ພາບ​ ເອີ​ລົບ (EU) ໜູນວຽນໃນ 6 ເດືອນ​ທ້າຍປີ 2023.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແອັດສະປາຍ ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດວາລະເຮັດວຽກຢູ່ ຫວຽດນາມ

ທ່ານປະທານປະເທດ ຫວຽດນາມ ຫວໍ​ວັນ​ເຖືອງ ໄດ້ຕ້ອນຮັບທ່ານນາງ Pilar Méndez Jiménez ເອກອັກຄະລັດຖະທູດ ແອັດສະປາຍ

ທ່ານ​ປະ​ທານ​ປະ​ເທດ ສະແດງຄວາມ​ຍິນ​ດີ​ທີ່ເຫັນ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ​ທຸກ​ຂົງ​ເຂດ. ແອັດສະປາຍ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 8 ຂອງຫວຽດນາມ ໃນ EU ແລະ ຫວຽດນາມ ກາຍເປັນຄູ່ຄ້າໃຫຍ່ທີ່ສຸດຂອງ ແອັດສະປາຍ ອາຊຽນ. 2 ປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ແອັດສະປາຍ ແລະ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ 2 ປະເທດຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ໂດຍສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ທີ່​ໄດ້ສະຫຼະເວລາມາ​ຕ້ອນຮັບ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແອັດສະປາຍ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ປະ​ຊາ​ຊົນ ແລະ ປະ​ເທດ​ ຫວຽດ​ນາມ; ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຫວຽດນາມ ທີ່​ໄດ້​ປະກອບສ່ວນ​ຊຸກຍູ້​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ຢືນຢັນ​ວ່າ ແອັດສະປາຍ ຖືການ​ຮ່ວມ​ມື​ກັບ​ ຫວຽດນາມ ເປັນສຳຄັນ ແລະ ​ແມ່ນ​ບຸລິມະສິດ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື. ມີ​ຫຼາຍວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຂອງ ແອັດສະປາຍ ທີ່ມາລົງທຶນ​ຢູ່​ ຫວຽດນາມ ບັນລຸ​ໄດ້​ຜົນສຳ​ເລັດ, ​ໃນ​ນັ້ນ​ມີ​ບັນດາ​ຂົງ​ເຂດ​ພະລັງງານທົດແທນ, ພະລັງງານ​ລົມ, ພະລັງງານ​ແສງຕາ​ເວັນ ​ແລະ ດິຈິ​ຕອລ, ລ້ວນ​ແຕ່​ແມ່ນ​ຂົງ​ເຂດ​ສຳຄັນ​ໃນ​ຍຸດ​ທະ​ສາດໃນການ​ພັດທະນາ​ຂອງ​ທັງ​ສອງ​ຝ່າຍ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ດ້ວຍສັນຍາ​ການ​ຄ້າເສລີ ຫວຽດນາມ - EU, ສັນຍາອາລັກຂາ​ການ​ລົງທຶນ ຫວຽດນາມ - EU ​ແລະ ຫວ່າງ​ມໍ່ໆ​ມາ​ນີ້ ການ​ສ້າງ​ຕັ້ງຫ້ອງການ​ການ​ຄ້າ ແອັດສະປາຍ ປະຈຳຫວຽດນາມ ຈະ​ສ້າງ​ພື້ນຖານ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ.

ຂອບ​ອົກ​ຂອບ​ໃຈ​ທ່ານ​ເອກ​ອັກຄະ​ລັດຖະທູດ​ທີ່​ມີ​ຄວາມ​ຮູ້ສຶກ​ດີ​ຕໍ່​ປະ​ເທດ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວູວັນ​ເຖືອງ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຈະສືບ​ຕໍ່​ຊຸກຍູ້​ການເຄື່ອນໄຫວ​ຕິດ​ຕໍ່​ພົວ​ພັນ​ລະ​ດັບ​ສູງ​ທຸກ​ຂັ້ນ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ.

ທ່ານ​ປະທານ​ປະ​ເທດ​ກໍ່​ຖື​ວ່າ 2 ຝ່າຍ​ຕ້ອງ​ສືບ​ຕໍ່​ຊຸກຍູ້​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU ​ແລະ ສັນຍາ​ອາລັກຂາ​ການ​ລົງທຶນ ຫວຽດນາມ - EU ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ. ທ່ານ​ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ສອງ​ປະ​ເທດ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກວ່າອີກ.

ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ກ້າວ​ໄປ​ສູ່​ການ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ທ່ານ​ປະທານ​ປະ​ເທດ ຫວໍ​ວັນ​ເຖືອງ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ​ເພື່ອ​ລະນຶກ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດກວ່າອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.