ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳກ່ຽວກັບອາຍາລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ

16:15 | 26/10/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 25 ຕຸລາ, ຢູ່​ຫ້ອງການ​ປະທານ​ປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ ຫາ​ກໍ່​ໄດ້​ລົງ​ນາມ​ໃນ​ມະຕິ​ຕົກລົງ​ເລກທີ 1238/QD-CTN ໃຫ້ສັດຕະຍາບັນ​​ສັນຍາ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອດ້ານຍຸຕິທຳກ່ຽວກັບອາຍາ ​ລະຫວ່າງ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ສາທາລະນະ​ລັດ ອາກຊັງຕິນ ຕາມການສະເໜີຂອງລັດຖະບານ ໃນໃບສະເໜີສະບັບເລກທີ 523/TTr-CP ລົງວັນທີ 9 ຕຸລາ 2023.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ
ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ  ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ

ຫວຽດນາມ ແລະ ອາກຊັງຕິນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 25 ຕຸລາ 1973 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2010. ພາຍຫຼັງ 50 ປີແຫ່ງການພົວພັນຮ່ວມມື, ການພົວພັນລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ບັນລຸໄດ້ບັນດາຜົນງານສຳຄັນໃນຫຼາຍຂົງເຂດ ແລະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ສັນຍາ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອດ້ານຍຸຕິທຳກ່ຽວກັບອາຍາລະຫວ່າງ​ຫວຽດນາມ ​ແລະ ອາກຊັງ​ຕິນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດໃຫ້​ສືບ​ຕໍ່​ພັດທະນາ ​ແລະ ນຳ​ມາ​ເຊິ່ງໝາກຜົນ​ອັນ​ຕັ້ງໜ້າ​ໃນ​ຫຼາຍ​ຂົງ​ເຂດ.

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳກ່ຽວກັບອາຍາລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ
ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ

ດ້ວຍ​ສະພາບ​ການ​ອາດຊະຍາ​ກຳ​ໃນ​ປະຈຸ​ບັນ​ພວມ​ມີ​ທ່າ​ອ່ຽງ​ຂ້າມ​ຊາຍ​ແດນ, ຂ້າມ​ຊາດ ​ແລະ ​ເປີດກວ້າງໃນອິນ​ເຕີ​ແນັດຄືປະຈຸບັນນີ້, ການ​ເຮັດສົມບູນແບບກອບນິຕິກຳທີ່ຍຸຕິທຳ​ທາງ​ອາຍາ ​ລວມມີ​ການ​ລົງ​ນາມ​ໃນ​ສັນຍາ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ດ້ານ​ຍຸຕິທຳກ່ຽວກັບອາຍາ​​ລະຫວ່າງ ຫວຽດນາມ ​ແລະ ອາກ​ຊັງ​ຕິນ ​ແລະ ບັນດາ​ປະ​ເທດ​ອື່ນໆ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການຢ່າງພາວະວິໄສ.

ນີ້​ແມ່ນ​ພື້ນຖານ​ນິຕິ​ກຳ​ໂດຍ​ກົງ, ຄົບ​ຖ້ວນ ​ແລະ ສຳຄັນ ​ເພື່ອ​ໃຫ້​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ 2 ປະ​ເທດ​ສົມທົບ​ກັນ​ສືບສວນ, ​ເກັບ​ກຳ​ຫຼັກ​ຖານ, ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ບັນດາ​ການຮ້ອງຟ້ອງທາງອາຍາ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຕໍ່ສູ້ປ້ອງກັນ ແລະ ຕ້ານບັນດາປະ​ເພດອາດຊະຍາກຳ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງຂອງແຕ່ລະປະເທດໃຫ້ດີກວ່າອີກ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.