ເສື້ອ​ກັນໜາວຂອງ​ມູນ​ນິທິ Zhi Shan ມາຮອດເດັກນ້ອຍ ທີ່​ແຂວງ ເງະອ່ານ

00:00 | 09/12/2023

ຍສໝ - ວັນ​ທີ 7 ທັນວາ​ນີ້, ມູນ​ນິທິ ຊີຊານ (Zhi Shan) ​ໄດ້​ມອບ​ເສື້ອກັນໜາວໃຫ້​ນັກຮຽນ​ອະນຸບານ 1.300 ຄົນ ​ຢູ່​ບັນດາ​ໂຮງຮຽນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ ດ້ອຍ​ໂອກາດ​ໃນ​ແຂວງ ​ເງະອ່ານ.

CHIA ອຸປະຖໍາເສື້ອກັນໜາວເກືອບ 2.000 ຜືນໃຫ້ປະຊາຊົນທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ແຂວງກວາງນາມ
HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ

ເສື້ອ​ກັນໜາວ​ຂອງ​ມູນ​ນິທິ Zhi Shan ມາຮອດເດັກນ້ອຍ ທີ່​ແຂວງ ເງະອ່ານ

ວັນ​ທີ 7 ທັນວາ​ ນີ້, ມູນ​ນິທິຊີຊານ (Zhi Shan) ​ໄດ້​ມອບ​ເສື້ອກັນໜາວໃຫ້​ນັກຮຽນ​ອະນຸບານ 1.300 ຄົນ ​ຢູ່​ບັນດາ​ໂຮງຮຽນ​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ ດ້ອຍ​ໂອກາດໃນ​ແຂວງ​ເງະອ່ານ.

Ông Hoàng Trọng Thủy, Trưởng đại diện Tổ chức Zhi Shan Foundation trao áo ấm cho em học sinh tại Nghệ An. Ảnh: Zhi Shan  ທ່ານ ຮ່ວາງ​ຈອງ​ທຸຍ, ຫົວໜ້າ​ຜູ້ຕາງໜ້າ​ມູນ​ນິທິ Zhi Shan ​ໄດ້​ມອບ​ເສື້ອກັນໜາວ ​ໃຫ້​ແກ່​ນັກຮຽນ​ແຂວງ ​ເງະອາ່ນ. ພາບ: Zhi Shan

ທ່ານ ຮ່ວາງ​ຈອງ​ທຸຍ, ຫົວໜ້າ​ຜູ້ຕາງໜ້າ​ມູນ​ນິທິຊີຊານ (Zhi Shan) ​ໄດ້​ມອບ​ເສື້ອກັນໜາວ​ໃຫ້​ແກ່​ນັກຮຽນ​ແຂວງ ​ເງະອາ່ນ. ພາບ: Zhi Shan

“​ໃນ​ການ​ໄປ​ເຮັດ​ວຽກ​ຢູ່​ແຂວງເງະອ່ານ, ຂ້າພະ​ເຈົ້າ​ໄດ້​ເຫັນ​ນັກຮຽນ​ອະນຸບານ​ຫລາຍ​ຄົນ ທີ່​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ປະສົບ​ກັບ​ສະພາບ​ຫຍຸ້ງຍາກ ​ແລະ ຂາດ​ເຂີນ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ ​ຜັນຂະຫຍາຍ​ໂຄງ​ການ​ຊ່ວຍເຫຼືອ​ເສື້ອ​ກັນໜາວ ດ້ວຍຄວາມຫວັງ​ວ່າ ຂອງ​ຂວັນຈະນຳ​​ຄວາມ​ອົບ​ອຸ່ນມາ​ໃຫ້ແກ່​ເດັກ​ນ້ອຍ​ໃນ​ຍາມ​ລະ​ດູ​ໜາວ​ທີ່ເຢືອກ​ເຢັນ”, ທ່ານ ຮວ່າງ​ຈອງ​ທຸຍ, ຫົວ​ໜ້າຜູ້​ຕາງ​ໜ້າ​ຂອງ​ມູນ​ນິ​ທິຊີຊານ (Zhi Shan).

Ông Hoàng Trọng Thủy, Trưởng đại diện Tổ chức Zhi Shan Foundation trao áo ấm cho em học sinh tại Nghệ An. Ảnh: Zhi Shan  ທ່ານ ຮ່ວາງ​ຈອງ​ທຸຍ, ຫົວໜ້າ​ຜູ້ຕາງໜ້າ​ມູນ​ນິທິ Zhi Shan ​ໄດ້​ມອບ​ເສື້ອກັນໜາວ ​ໃຫ້​ແກ່​ນັກຮຽນ​ແຂວງ ​ເງະອາ່ນ. ພາບ: Zhi Shan

ທ່ານ ຮ່ວາງ​ຈອງ​ທຸຍ, ຫົວໜ້າ​ຜູ້ຕາງໜ້າ​ມູນ​ນິທິຊີຊານ (Zhi Shan) ​ໄດ້​ມອບ​ເສື້ອກັນໜາວ​ໃຫ້​ແກ່​ນັກຮຽນ​ແຂວງ ​ເງະອາ່ນ. ພາບ: Zhi Shan

ທ່ານ​ນາງ ຫງວ້ຽນ​ທິທູຍ, ​ຜູ້ຮັບຜິດຊອບ​ເຂດໂຮງຮຽນ​ ບ້ານ​ອ່ຽນ​ຮ່ວາ, ​ໂຮງຮຽນ​ອະນຸບານ​ຮ່ວາ​ເຊີນ (​ເມືອງ ແອງ​ເຊີນ, ​ແຂວງ ​ເງະອ່ານ) ​ໃຫ້​ຮູ້​ວ່າ: ພໍ່​ແມ່​ຂອງນ້ອງນັກຮຽນ ຕົ້ນຕໍແມ່ນ​ເຮັດ​ໄຮ່, ມີຖານະ​ຫຍຸ້ງຍາກ, ມີຫຼາຍຄອບຄົວຫຍຸ້ງຍາກຂາດເຂີນໝົດທັງ​ປີ. ເດັກ​ນ້ອຍ​ມາ​ໂຮງຮຽນນຸ່ງ​ເສື້ອ​ຜ້າ​ທີ່ຂາດ, ນ້ອງນັກຮຽນຫລາຍ​ຄົນ ນຸ່ງເຄື່ອງ​ປຽກ​ຊຸ່ມຍ່າງໄປ​ໂຮງຮຽນ. ທຶນການ​ຊ່ວຍ​ເຫຼືອ​ຂອງ ຊີຊານ (Zhi Shan) ແມ່ນເປັນ​ຂອງ​ຂວັນ​ທີ່​ເປັນ​ປະ​ໂຫຍດ ແລະ ທັງ​ເປັນກຳລັງໃຈ ໃຫ້​ເດັກ​ນ້ອຍ​ໄປ​ໂຮງ​ຮຽນ​.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.