CHIA ອຸປະຖໍາເສື້ອກັນໜາວເກືອບ 2.000 ຜືນໃຫ້ປະຊາຊົນທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ແຂວງກວາງນາມ

11:06 | 09/10/2022

ຍສໝ - ​ໂຄງການ​ສູ້​ຊົນ​ມອບເສື້ອກັນໜາວ 1.957 ຜືນ​​​ໃຫ້​ປະຊາຊົນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເມືອງ ​ເຟືອກ​ເຊີນ (1.000 ຜືນ) ​ແລະ ນາມ​ຢາງ (957 ຜືນ) ​ເພື່ອ​ຊ່ວຍ​ປະຊາຊົນ​ບັນເທົາ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າໃນ​ການ​ປະຕິບັດ​ການ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່ແຂວງກວາງນາມ ໃຫ້ເປັນຢ່າງ​ດີ.

ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ ອົງການ CHIA ໜູນຊ່ວຍ ເສື້ອຄຸມຈຳນວນ 1.987 ຜືນໃຫ້ປະຊາຊົນທຸກຍາກແຂວງ ກວາງນາມ
CHIA ມອບຂອງຂວັນ 200 ພູດ ໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງກວາງນາມ CHIA ມອບຂອງຂວັນ 200 ພູດ ໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງກວາງນາມ

ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຫາ​ກໍ່​ໄດ້​ອອກຂໍ້ຕົກລົງ​ສະບັບ​ເລກທີ 2631/QD-UBND ວ່າດ້ວຍການອະນຸມັດ​ບ້ວງໜູນ​ຊ່ວຍ​ທີ່​ບໍ່​ແມ່ນ​ໂຄງການ​ໂດຍ​ອົງການ​ Children’s Hope In Action (CHIA) ອຸປະຖໍາເສື້ອກັນໜາວ 1.957 ຜືນ​​ໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 2 ​ເມືອງ​ຄື: ເຟືອກເຊີນ ​ແລະ ນາມ​ຢາງ ດ້ວຍ​ຈຳນວນ​ເງິນ​ຫຼາຍ​ກວ່າ 1 ຕື້​ດົ່ງ.

CHIA ອຸປະຖໍາເສື້ອກັນໜາວເກືອບ 2.000 ຜືນໃຫ້ປະຊາຊົນທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ແຂວງກວາງນາມ
CHIA ອຸປະຖໍາເສື້ອກັນໜາວເກືອບ 2.000 ຜືນໃຫ້ປະຊາຊົນທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ແຂວງກວາງນາມ
CHIA ອຸປະຖໍາເສື້ອກັນໜາວເກືອບ 2.000 ຜືນໃຫ້ປະຊາຊົນທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ແຂວງກວາງນາມ
CHIA ອຸປະຖໍາເສື້ອກັນໜາວເກືອບ 2.000 ຜືນໃຫ້ປະຊາຊົນທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ແຂວງກວາງນາມ
CHIA ອຸປະຖໍາເສື້ອກັນໜາວເກືອບ 2.000 ຜືນໃຫ້ປະຊາຊົນທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ແຂວງກວາງນາມ. ພາບ: thoidai.com.vn

ຕາມ​ຂໍ້​ຕົກລົງ​ສະບັບ​ເລກທີ 2631/QD-UBND ລົງ​ວັນ​ທີ 3 ຕຸລາ 2022 ວ່າດ້ວຍການອະນຸມັດ​ບ້ວງ​ໜູນ​ຊ່ວຍ​ທີ່​ບໍ່​ແມ່ນ​ໂຄງການ​ໂດຍ​ອົງການ​ Children’s Hope In Action (CHIA), ລະອຽດ ​ແມ່ນ ຊື່​ໂຄງການ​ໜູນ​ຊ່ວຍ​ເສື້ອກັນໜາວໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງກວາງນາມ ໂດຍ​ອົງການ​ Children’s Hope In Action (CHIA) ອຸປະຖໍາ; ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ເປັນຜູ້ຄຸ້ມຄອງ.

​ໂຄງການ​ສູ້​ຊົນ​ມອບເສື້ອກັນໜາວ 1.957 ຜືນ​​​ໃຫ້​ປະຊາຊົນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ເມືອງ ​ເຟືອກ​ເຊີນ (1.000 ຜືນ) ​ແລະ ນາມ​ຢາງ (957 ຜືນ) ​ເພື່ອ​ຊ່ວຍ​ປະຊາຊົນ​ບັນເທົາ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າໃນ​ການ​ປະຕິບັດ​ການ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່ແຂວງກວາງນາມ ໃຫ້ເປັນຢ່າງ​ດີ.

ຄາດ​ວ່າ​ໂຄງການ​ຈະ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ເດືອນ​ກັນຍາ 2022 ຫາ​ເດືອນ​ທັນວາ 2022 ຢູ່​ເມືອງ​ເຟືອກ​ເຊີນ ​ແລະ ນາມ​ຢາງ ດ້ວຍ​ຍອດ​ຈຳນວນເງິນອຸປະຖໍາ 1.019.976.274 ດົ່ງ. ຂໍ້ຕົກົງ​ໄດ້​ຊີ້​ແຈ້ງວ່າ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ແຂວງ ກວາງ​ນາມ ຕ້ອງ​ສົມທົບ​ກັບ​ອົງການ CHIA ​ແລະ ຄະນະ​ກຳມະການ​ປະຊາຊົນເມືອງ​ເຟືອກ​ເຊີນ ​ແລະ ​ນາມ​ຢາງ ​ເພື່ອ​ຮັບ​ເອົາ, ​ແຈກ​ຢາຍ​ໃຫ້​ຜູ້ໄດ້ຮັບຊົມໃຊ້.

ບູນມີ

ເຫດການ
302 Found

Found

The document has moved here.