ແຂວງຮ່າຕິ້ງ ຮ່ວມມືພັດທະນາຂົງເຂດດ້ານແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ ກັບແຂວງບໍລິຄໍາໄຊ ສປປ ລາວ

00:00 | 08/12/2023

ແຂວງຮ່າຕິ້ງ ຮ່ວມມືພັດທະນາຂົງເຂດດ້ານແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ ກັບແຂວງບໍລິຄໍາໄຊ ສປປ ລາວ

ແຂວງຮ່າຕິ້ງ ກັບແຂວງຄໍາມ່ວນ ແລະບໍລິຄໍາໄຊ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຄຸ້ມຄອງ ແລະປົກປັກຮັກສາປ່າ ແຂວງຮ່າຕິ້ງ ກັບແຂວງຄໍາມ່ວນ ແລະບໍລິຄໍາໄຊ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຄຸ້ມຄອງ ແລະປົກປັກຮັກສາປ່າ
ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຕອນບ່າຍວັນທີ 6 ທັນວາ, ພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ສົມທົບກັບພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ສປປ ລາວ ຈັດຕັ້ງກອງປະຊຸມຮ່ວມມືພັດທະນາແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ.

ແຂວງຮ່າຕິ້ງ ຮ່ວມມືພັດທະນາຂົງເຂດດ້ານແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ ກັບແຂວງບໍລິຄໍາໄຊ ສປປ ລາວ

ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມ. ພາບ: news.baodansinh.vn

ທີ່ກອງປະຊຸມ, ພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມແຂວງ ຮ່າຕິ້ງ ກັບພະແນກແຮງງານ ແລະສະຫວັດດີການສັງຄົມ ແຂວງບໍລິຄຳໄຊ ໄດ້ເຫັນດີເປັນເອກະພາບລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານການພັດທະນາທັກສະດ້ານວິຊາຊີບ, ຊຸກຍູ້ການຮ່ວມສໍາພັນບໍາລຸງສ້າງອາຊີບ, ບໍາລຸງສ້າງເພີ່ມທະວີຄວາມສາມາດໃຫ້ຖັນແຖວຄູອາຈານ ທີ່ສິດສອນກ່ຽວກັບວິຊາຊີບ ແລະວຽກງານຄຸ້ມຄອງການຮັບປະກັນຊີວິດສັງຄົມ, ການສຶກສາວິຊາຊີບ.

ແຂວງຮ່າຕິ້ງ ຮ່ວມມືພັດທະນາຂົງເຂດດ້ານແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ ກັບແຂວງບໍລິຄໍາໄຊ ສປປ ລາວ

ພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມແຂວງຮ່າຕິ້ງ ສົມທົບກັບພະແນກແຮງງານ ແລະສະຫວັດດີການສັງຄົມແຂວງບໍລິຄຳໄຊ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື. ພາບ: news.baodansinh.vn

ບັນດາຂົງເຂດຮ່ວມມືລວມມີ: ແບ່ງປັນບົດຮຽນປະສົບການ, ເພີ່ມທະວີການສົມທົບກັນກ່ຽວກັບວຽກງານກໍ່ສ້າງ, ປັບປຸງກົດໝາຍ ແລະ ນະໂຍບາຍວ່າດ້ວຍການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຮັບປະກັນຊີວິດສັງຄົມ ໃຫ້ສົມບູນແບບ; ຮ່ວມມືໃນການບໍາລຸງສ້າງ, ຍົກສູງຄວາມສາມາດຂອງຄູອາຈານຢູ່ຕາມຮາກຖານການສຶກສາວິຊາຊີບ ແລະຍົກສູງດ້ານເຕັກນິກໃຫ້ແກ່ພະນັກງານທີ່ເຮັດວຽກໃນຂົງເຂດແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ.

ແຂວງຮ່າຕິ້ງ ຮ່ວມມືພັດທະນາຂົງເຂດດ້ານແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ ກັບແຂວງບໍລິຄໍາໄຊ ສປປ ລາວ
ບັນດາຜູ້ແທນຖ່າຍຮູບລວມ. ພາບ: news.baodansinh.vn

ສ້າງເງື່ອນໄຂສະດວກໃຫ້ບັນດາຫົວໜ່ວຍ, ໂຮງຮຽນຂອງສອງຝ່າຍຊອກຮູ້ຕະຫຼາດ, ຮ່ວມມື, ແລກປ່ຽນບົດຮຽນ ແລະຮ່ວມສໍາພັນດ້ານການບໍາລຸງກໍ່ສ້າງໃນຂົງເຂດສາທາລະນະສຸກ ແລະການສຶກສາວິຊາຊີບ. ສະເໜີປະກາດໃຊ້ນະໂຍບາຍບຸລິມະສິດ ແນໃສ່ສົ່ງເສີມການບໍາລຸງສ້າງວິຊາຊີບ ແລະ ຍົກສູງຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງສອງແຂວງ. ສືບຕໍ່ເພີ່ມທະວີການສົມທົບກັນລະຫວ່າງພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງແຂວງ ໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ດ້ວຍຈິດໃຈຄວາມຮັບຜິດຊອບສູງ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ບັນລຸໄດ້ໝາກຜົນຢ່າງຈົບງາມ.

ບູນມີ

ເຫດການ
302 Found

Found

The document has moved here.