ເຜີຍແຜ່ຄວາມຮັກດົນຕີຂອງຊົນເຜົ່າ ຫວຽດນາມ - ຍີ່ປຸ່ນ

07:42 | 02/11/2023

ຍສໝ - ຕອນ​ຄ່ຳ​ວັນ​ທີ 28 ຕຸລາ, ງານມະໂຫລານເພງພື້ນ​ເມືອງ ຫວຽດນາມ - ຍີ່​ປຸ່ນ ​ແລະ ພິທີ​ມອບ​ລາງວັນ​ການແຂ່ງຂັນ​ແປເພງ​ພື້ນ​ເມືອງ ຫວຽດນາມ - ຍີ່ປຸ່ນ 2023 ​ໄດ້​ໄຂ​ຂຶ້ນ​ຢູ່​ສະ​ຖາ​ບັນ​ດົນຕີ ຫວຽດນາມ (ຮ່າ​ໂນ້ຍ). ອະດີດນັກສຶກສາພາກວິຊາພາສາຍີ່ປຸ່ນ, ມະຫາວິທະຍາໄລຮ່າໂນ້ຍ, ທ່ານ ໂດະເທ໋ຢວຽດ, ໄດ້ຮັບລາງວັນທີໜຶ່ງໃນປະເພດການແປບົດເພງພື້ນເມືອງຫວຽດນາມ “ເເບວຢາດໄມໂຈ່ຍ” (Beo dat may troi) ເປັນພາສາຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ລາຍການ​ດັ່ງກ່າວ​ແມ່ນການ​ສົມທົບ​ກັນຂອງ​ສະ​ຖາ​ບັນ​ຄົ້ນຄວ້າພັດທະນາ​ວັດທະນະທຳ, ພາສາສາດ ​ແລະ ການ​ສຶກສາ (CLEF) ​ແລະ ສະມາຄົມ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຮ່ວມກັນຈັດຕັ້ງ. ຕາມ​ທ່ານ ຮສ.ປອ ນາງ ໂຫງ່​ມິງ​ຖູຍ, ຫົວໜ້າສະຖາບັນ CLEF ແລ້ວ, ງານມະໂຫລານ​ເພງ​ພື້ນ​ເມືອງ ຫວຽດນາມ - ຍີ່ປຸ່ນ ​ແລະ ງານ​ແຂ່ງຂັນ​ແປ​ເພງ​ພື້ນ​ເມືອງ ຫວຽດນາມ - ຍີ່ປຸ່ນ 2023 ​ໄດ້​ແນະນຳ​ບາງ​ບົດ​ເພງ​ພື້ນ​ເມືອງ​ຂອງ ຫວຽດນາມ - ຍີ່ປຸ່ນ; ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຊຸກຍູ້​ການ​ຮຽນ​ຮູ້ພາສາ ​ແລະ ວັດທະນະທຳ​ຂອງ​ສອງ​ປະ​ເທດ; ເຜີຍແຜ່​ຄວາມຮັກ​ແພງ​ເພງ​ພື້ນ​ເມືອງ ເວົ້າສະ​ເພາະ ​ແລະ​ ດົນ​ຕີ ເວົ້າລວມ ຂອງ​ສອງ​ປະ​ເທດ​.

ເຜີຍແຜ່ຄວາມຮັກດົນຕີຂອງຊົນເຜົ່າ ຫວຽດນາມ - ຍີ່ປຸ່ນ
ຜູ້ເຂົ້າແຂ່ງຂັນ ໂດະເທ໋ຢວຽດ ​ໄດ້​ຮັບ​ລາງວັນ​ທີ 1 ​ໃນ​ປະ​ເພດ​ແປ​ເພງ​ພື້ນ​ເມືອງ​ຫວຽດນາມ “ເເບວຢາດໄມໂຈ່ຍ” ມີ​ມູນຄ່າ 5 ລ້ານ​ດົ່ງ (ພາບ: ແທງ​ລວນ)

ໂດຍ​ເລີ່​ມຜັນຂະຫຍາຍ​ແຕ່​ເດືອນພຶດສະພາ 2023, ງານ​ແຂ່ງຂັນ​ແປ​ເພງ​ພື້ນ​ເມືອງ ຫວຽດນາມ - ຍີ່ປຸ່ນ 2023 ​ແມ່ນເພື່ອ​ແນ​ໃສ່​ຄັດ​ເລືອກ​ບັນດາ​ບົດແປ​​ທີ່ດີທີ່ສຸດຂອງບົດ​​ເພງ​ພື້ນເມືອງຫວຽດນາມ “ເເບວຢາດໄມໂຈ່ຍ” ເປັນພາສາ ຍີ່ປຸ່ນ ​ແລະ ບົດ​​ເພງ​ພື້ນເມືອງ​ຍີ່ປຸ່ນ “ຊາກຸຣະ, ຊາກຸຣະ” ​ເປັນພາສາ​ຫວຽດນາມ.

ຕາມ​ນັກ​ກະ​ວີ, ນັກ​ດົນ​ຕີ, ນັກ​ຄົ້ນ​ຄ້​ວາ ໂຫງ່ຕື້ເລີບ, ສະ​ມາ​ຊິກ​ສະ​ພາ​ກຳມະການຮອບຄັດເລືອກ ແລະ ຮອບຊິງຊະນະເລີດແລ້ວ, ການ​ຕັດ​ສິນ​ໃຈ​ເລືອກ​ເຟັ້ນ​ບັນ​ດາ​ບົດ​ເພງ “ເເບວຢາດໄມໂຈ່ຍ” ແລະ “ຊາກຸຣະ, ຊາກຸຣະ” ໂດຍ​​ສະ​ພາ​ທີ່ປຶກສາໄດ້ຍົກອອກມາຫຼັງຈາກທີ່ຊັ່ງຊາບັນ​ດາ​ບົດ​ເພງ​ພື້ນ​ເມືອງຢ່າງຖີ່ຖ້ວນລະອຽດລະອໍແລ້ວໂດຍອີງຕາມມາດ​ຖານ​ດັ່ງ​ຕໍ່​ໄປ​ນີ້​: ຫົວ​ຂໍ້​, ມີລັກສະນະທົ່ວໄປ​, ມີລັກສະນະເປັນ​ຕົວ​ແທນ​ໃນ​ສອງ​ພື້ນ​ຖານ​ດົນ​ຕີ​ພື້ນ​ເມືອງ​.

ການ​ແຂ່ງຂັນ​ແມ່ນ​ຈັດ​ຂຶ້ນໃຫ້​ສໍາ​ລັບ​ທຸກ​ເປົ້າໝາຍ​, ບໍ່​ຈຳແນກອາ​ຍຸ​ສູງ​, ເພດ​, ຫຼື​ສັນ​ຊາດ​. ແຕ່ລະຄົນສາມາດມີສ່ວນຮ່ວມໃນການແປເພງໜຶ່ງ ຫຼືທັງສອງເພງ.

“ການ​ແປ​ຕ້ອງ​ມີ​ທັງ​ຄວາມ​ສັດ​ຊື່ຕໍ່ຄວາມໝາຍ, ສອດ​ຄ່ອງ​ກັບ​ເນື້ອ​ເພງ, ທຳນອງ ແລະ ມີ​ຄຸນ​ຄ່າ​ທາງ​ດ້ານ​ວັນ​ນະ​ຄະ​ດີ ຫຼື​ການ​ປະ​ດິດ​ສ້າງພິເສດ. ນີ້ແມ່ນຄໍາຮຽກຮ້ອງທີ່ສູງ, ໂດຍສະເພາະໃນເວລາທີ່ມີຄວາມຫຍຸ້ງຍາກເນື່ອງຈາກຄວາມແຕກຕ່າງລະຫວ່າງສອງພາສາ. ຕົວຢ່າງ, ພາສາຫວຽດນາມ ມີໂຄງສ້າງຂອງຄຳຕົວຕັ້ງ - ຄຳປະກອບ, ຄຳຫຼັກຂຶ້ນກ່ອນ ເເລະ ຄຳສຳຮອງຢູ່ດ້ານຫຼັງ ແຕ່ພາສາຍີ່ປຸ່ນ ພັດມັກມີຄໍາກິລິຍາຢູ່ທ້າຍຂອງປະໂຫຍກ. ນີ້ບັງຄັບໃຫ້ນັກແປມີວິທີແກ້ໄຂໂຄງສ້າງ ແລະ ວັກຄຳພິເສດ. ຄວາມ​ຫຍຸ້ງ​ຍາກ​ອີກ​ຢ່າງ​ໜຶ່ງ​ແມ່ນ​ພາ​ສາ​ຫວຽດ​ມີ 6 ສຽງ, ສ້າງ​ຄວາມ​ກົດ​ດັນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ນັກ​ແປ​ເມື່ອ​ເລືອກ​ຄຳ​ສັບ​ທີ່​ເໝາະ​ສົມ​ສຳ​ລັບ​ບັນດາໝາຍສຽງ​ທີ່ແນ່ນອນ. ນອກ​ນັ້ນ, ພາສາ​ຍີ່​ປຸ່ນ​ຍັງມີຫຼາຍ​ສຽງ, ໜຶ່ງຄຳມີຫຼາຍຕົວອັກສອນ, ເໝາະສັມກັບ​ຕົວໂນ໊ດ​ດົນ​ຕີ, ​ໃນ​ຂະນະ​ທີ່​ຄຳ​ສັບ​ທີ່ຄ້າຍຄືກັນໃນ​ພາສາ​ຫວຽດນາມ​ມີ​ໜຶ່ງ ຫຼື ສອງ​ພະຍາງ...”, ທ່ານ ​ໂຫງ່ຕື້ເລີບ ກ່າວ​.

ແຕ່ວັນທີ 15 ພຶດສະພາ ຫາວັນທີ 20 ກັນຍາ, ຄະນະຈັດຕັ້ງໄດ້ຮັບບົດແປ 124 ບົດ (ມີ 52 ບົດແປເພງ “ເເບວຢາດໄມໂຈ່ຍ” ເປັນພາສາຍີ່ປຸ່ນ ແລະ 72 ບົດແປ “ຊາກຸຣະ, ຊາກຸຣະ” ເປັນພາສາຫວຽດນາມ). ຄະນະ​ກຳມະການ​ຕັດສິນລວມມີ ບັນດາ​ນັກ​ຊ່ຽວຊານ​ດ້ານ​ວັດທະນະທຳ, ພາສາ, ນັກ​ດົນຕີ, ນັກ​ກະວີ​ຂອງ​ຫວຽດນາມ ​ແລະ ຍີ່​ປຸ່ນ ​ໄດ້​ດຳເນີນການໃຫ້ຄະແນນ​ໃນ​ຮອບຄັດເລືອກ ​ແລະ ຮອບ​ສຸດ​ທ້າຍ.

ຍ້ອນ​ເຫດ​ນັ້ນ, ​ໃນ​ລາຍການ​ແປ​ເພງ​ພື້ນ​ເມືອງ​ຫວຽດນາມ “ເເບວຢາດໄມໂຈ່ຍ” ຄະນະ​ກຳມະການ​ໄດ້​ເລືອກ​ເອົາ​ລາງວັນ​ທີ 1 (​ເປັນ​ຂອງ​ຜູ້​ເຂົ້າ​ແຂ່ງຂັນ ໂດະເທ໋ຢວຽດ); ລາງວັນທີສອງ (ຫງວຽນຮີງກີມເງີນ); ລາງວັນທີ 3 (ຟ້າມທິໂຕອວຽນ).

ໃນ​ປະ​ເພດ​ແປ​ເພງ​ພື້ນ​ເມືອງ​ຍີ່​ປຸ່ນ “ຊາກຸຣະ, ຊາກຸຣະ” ລາງວັນ​ທີ 2 ມີ 1 ລາງວັນ (ຫງວຽ​ນ​ມາ​ຍເເຄ໋ງ); ລາງວັນທີ 3 ມີ 3 ລາງວັນ (ດັ້ງເຮື່ອງຢາງ; ໂດະມາຍເຮື່ອງ). ປະເພດລາຍການລາງວັນນີ້ ບໍ່ມີລາງວັນທີໜຶ່ງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.