ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ

23:01 | 11/09/2024

ຍສໝ - ຕອບ​ສະໜອງ​ວັນເຊີດຊູພາສາ ຫວຽດນາມ ໃນປະຊາຄົມຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ຄະນະ​ປະສານ​ງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ພິທີເຊີດຊູພາສາ ຫວຽດນາມ ຢູ່ ລາວ ໃນປີ 2024.

ເພື່ອອະນາຄົດຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ
ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”

ນີ້​ແມ່ນ​ບັນດາ​ເຫດການ​ສຳຄັນ​ເພື່ອ​ໃຫ້​ວັນເຊີດຊູ​ພາສາ​ຫວຽດນາມ ປະຈຳ​ປີ ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ຊີວິດທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ ຫວຽດນາມ ຢູ່​ລາວ.

​ເຫດການ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ລູກຫຼານ​ໃນ​ຊຸມຊົນຊາວ​ຫວຽດນາມ ທີ່ພວມອາ​ໄສ ແລະ ເຮັດ​ວຽກ​ຢູ່ ລາວ ກໍ່​ຄື​ບັນດາ​ຜູ້ເຂົ້າຮ່ວມການສອບເສັງຊາວລາວ.

ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ

ທ່ານ​ນາງ ລັນ​ນີ ເພັດ​ນີອອນ, ຄູ​ສອນພາສາ ຫວຽດນາມ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ. ພາບ: Xuan Tu/ ນັກຂ່າວ TTXVN

ທີ່​ເຫດການ, ທ່ານ​ນາງ ລັນ​ນີ ເພັດ​ນີອອນ, ຄູ​ສອນພາສາ ຫວຽດນາມ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ, ທູດພາສາ ຫວຽດນາມ ປະຈຳ​ປີ 2024 ​ໄດ້​ແບ່ງປັນວິວັດການເດີນທາງໄປເຖິງພາສາ ຫວຽດນາມ ນັບ​ແຕ່​ຮຽນ​ຈົບ​ມັດທະຍົມ​ຕອນ​ປາຍ, ​ເມື່ອ​ຮຽນ​ພາສາ​ຫວຽດນາມ ໂດຍເລີ່ມຈາກ “ຕົວເລກສູນ” ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ. ຫວ່າງ​ແລ້ວ​ນີ້, ທ່ານສາມາດ​ລື່ນ​ກາຍ​ຜູ້​ເຂົ້າ​ຮ່ວມ​ເກືອບ 100 ຄົນ​ໃນ​ທົ່ວ​ໂລກ ​ກາຍ​ເປັນ​ຄົນ​ຕ່າງປະ​ເທດ​ຄົນ​ທຳ​ອິດ​ໃນ​ບັນຊີ​ລາຍ​ຊື່​​ຜູ້ຊະນະການເສັງລາງວັນທູດພາສາ ຫວຽດນາມ​ ໃນປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ ໃນ​ປີ 2024.

ເມື່ອແບ່ງປັນກັບນັກ​ຂ່າວ, ທູດພາສາ ຫວຽດນາມ ປະຈຳ ລາວ ​ໃນ​ປີ 2024, ທ່ານນາງ ລັນ​ນີ ເພັດ​ນີອອນ ກ່າວວ່າ ທ່ານ​ນາງເຂົ້າ​ໃຈເປັນ​ຢ່າງ​ດີ​ວ່າ​ ​ລາວ ​ແລະ ຫວຽດນາມ ​ແມ່ນ​ສອງ​ປະ​ເທດທີ່​ມີ​ສາຍ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ສະ​ນັ້ນ ຍາມ​ໃດທ່ານ​ກໍ່​ຖື​ຄຸນຄ່າ​ວັດທະນະທຳມູນເຊື້ອຂອງ ຫວຽດນາມ ເປັນສຳຄັນ, ພິ​ເສດ​ແມ່ນພາສາ ​ຫວຽດນາມ. ​ເມື່ອ​ໄດ້​ຮູ້​ວ່າ ທ່ານແມ່ນ​ໜຶ່ງ​ໃນຫ້າທູດພາສາ ຫວຽດນາມ, ທ່ານກໍ່​ຮູ້ສຶກ​ດີ​ໃຈ, ຮູ້ສຶກ​ເປັນ​ກຽດ ​ແລະ ພາກ​ພູມ​ໃຈທີ່ສຸດ.

ສຳລັບນາງ ຄີລິພັນ ເກດຕະວົງສາ ນັກສຶກສາລາວປີ 4, ພາກວິຊາພາສາ ຫວຽດນາມ, ມະຫາວິທະຍາໄລແຫ່ງຊາດລາວ ແລ້ວ, ເຖິງວ່າຈະເສຍໃຈເລັກນ້ອຍ ເພາະບໍ່ແມ່ນຜູ້ທີ່ຜ່ານເຂົ້າຮອບຊິງຊະນະເລີດການເສັງ “ຕີລະຄັງຄຳ” ແຕ່ນາງ ຄີລິພັນ ກໍ່ຮູ້ສຶກດີໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ການເສັງ​ໃນວັນ​ເຊີດ​ຊູ​ພາສາ​ຫວຽດນາມ ຢູ່​ລາວ​ ໃນ​ປີ​ນີ້.

ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ

ນາງ ກີລິພັນ ເກດຕະວົງສາ ນັກສຶກສາລາວປີ 4, ພາກວິຊາພາສາ ຫວຽດນາມ, ມະຫາວິທະຍາໄລແຫ່ງຊາດລາວ. ພາບ: Do Ba Thanh/ນັກຂ່າວ TTXVN

ນາງ​ ຄີລິພັນ ໄດ້ກ່າວວ່າ ຜ່ານ​ການ​ແຂ່ງຂັນ​ຄັ້ງ​ນີ້ກໍ່​ໄດ້​ຮັບ​ຄວາມ​ຮູ້​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ, ພູມ​ສາດ... ຂອງ​ຫວຽດນາມ ຕື່ມ​ອີກ​. ​ໃນ​ອະນາຄົດ, ທ່ານ​ກໍ່​ປາດ​ຖະໜາ​ຢາກ​ກາຍ​ເປັນ​ຄູ​ສອນ​ພາສາ ຫວຽດນາມ ​ເພື່ອ​ແບ່ງປັນ ​ແລະ ​ເຜີຍ​ແຜ່​ບັນດາ​ຄວາມ​ຮູ້​ໃຫ້​ບັນດາ​ລູກ​ຫຼານ​ໃນ​ອະນາຄົດ, ​ເພາະວ່າ ລາວ - ຫວຽດນາມ ​ແມ່ນ​ສອງ​ປະ​ເທດ​ອ້າຍ​ນ້ອງ ​ແລະ ນາງ ຄີລິພັນ ກໍ່ປາດ​ຖະໜາ​ຢາກ​ເຮັດ​ສິ່ງ​ດັ່ງກ່າວ ​ເພື່ອ​ສືບ​ຕໍ່​ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ລະຫວ່າງ​ສອງ​ປະ​ເທດ.

ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ

ທ່ານ ຟານ​ມິງ​ຈ້ຽນ, ອຸປະທູດ​ຊົ່ວຄາວ​ສະຖານທູດ ຫວຽດ​ນາມ ປະ​ຈຳ​ ລາວ. ພາບ: Xuan Tu/ ນັກຂ່າວ TTXVN

ທ່ານ ຟານ​ມິງ​ຈ້ຽນ, ອຸປະທູດ​ຊົ່ວຄາວ​ສະຖານທູດ ຫວຽດ​ນາມ ປະ​ຈຳ​ ລາວ ໃຫ້​ຮູ້​ວ່າ ພິ​ທີ​ເຊີດ​ຊູ​ພາ​ສາ​ຫວຽດ​ ຢູ່​ລາວ ປີ 2024 ແມ່ນເພື່ອ​ແນ​ໃສ່​ເຊີດ​ຊູ​ຄວາມ​ສວຍ​ງາມ, ຄຸນ​ຄ່າ​ຂອງ​ພາ​ສາ​ ຫວຽດ​ນາມ, ຊ່ວຍ​ເຜີຍ​ແຜ່​ນ້ຳ​ໃຈ​ຮັກພາສາ ຫວຽດນາມ, ສ້າງ​ກຳລັງຜັກດັນຊຸກຍູ້ຂະບວນການສິດສອນ​ ແລະ ການຮຽນ​ພາສາ​ ຫວຽດນາມ, ສົ່ງຄວາມຮູ້ສຶກຮັກພາສາ ຫວຽດນາມ ໃນ​ປະ​ຊາ​ຄົມ​ ແລະ ເພື່ອນ​ມິດສາ​ກົນ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ ແລະ ເສີມຂະຫຍາຍສີສັນວັດ​ທະ​ນະ​ທຳ​ຂອງ​ຊາດ.

ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສືບຕໍ່ສົມທົບ, ຮ່ວມເດີນທາງພ້ອມກັບປະຊາຄົມຊາວ ຫວຽດນາມ ປະຈຳ ລາວ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາການເຄື່ອນໄຫວ, ຂະບວນການຕອບສະໜອງວັນເຊີດຊູພາສາ ຫວຽດນາມ, ເພື່ອຊຸກຍູ້ ແລະ ເຜີຍແຜ່ການເຄື່ອນໄຫວສິດສອນ ແລະ ການຮຽນ​ພາສາ ​ຫວຽດນາມ, ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ລາວ ​ໃນ​ການຮັກສາ, ເຊີດຊູ ​ແລະ ຂະຫຍາຍ​ພາສາ​ຫວຽດນາມ, ປະກອບສ່ວນ​ສ້າງສາ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃຫ້​ໝັ້ນຄົງ, ສາມັກຄີ, ​ເຂັ້ມ​ແຂງ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ ​ແລະ ພິເສດແມ່ນຍາມໃດກໍ່ມຸ່ງໄປ​ເຖິງບ້ານ​ເກີດ​ເມືອງ​ນອນ​ ແລະ ​ບໍ່​ລືມ​ກົກເຄົ້າເຫງົ້າກໍຂອງ​ຕົນ​.

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7

ຍສໝ-ວັນ​ທີ 4 ກໍລະກົດ​, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດການຮ່ວມມື​ ​ແມ່​ນ້ຳຂອງ -​ ແມ່​ນ້ຳລ້ານ​ຊ້າງ(MLC) ​ຄັ້ງ​ທີ 7 ​ໄດ້​ໄຂ​ຂຶ້ນ​ຢູ່​ Bagan, ມຽນມາ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາປະເທດ ​ກຳປູ​ເຈຍ, ລາວ, ມຽນມາ, ​ໄທ, ຈີນ ​ແລະ ຫວຽດນາມ.

ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ໃນ​ວັນທີ 19 ມີນາ 2021 ທີ່ ແຂວງຫລວງພະບາງ, ກົມ​ເສດ​ຖະ​ກິດ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການ​ຮ່ວມ​ມືພາກ​ພື້ນ ແລະ ສາ​ກົນ” ພາຍໃຕ້ການສະໜັບສະໜູນ ຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ ຂອງ ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງປະ​ເທດ ແລະ ທ່ານ ນາງ ສິລິພອນ ສຸ ພັນທອງ ຮອງ​ເຈົ້າ​ແຂວງຫລວງພະບາງ, ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ສູນ​ກາງ ...

ມີງດຶກ

ເຫດການ
302 Found

Found

The document has moved here.