ສະແດງຄວາມຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສຳລັບຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງຫວຽດນາມ

11:58 | 29/08/2023

ຍສໝ - ໃນຕອນ​ບ່າຍ​ວັນ​ທີ 25 ສິງຫາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຮ່າ​ທິ​ງາ, ກຳມະການ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງຄະນະ​ປະທານ​ສູນ​ກາງສະຫະພັນ ​ໃຫ້​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນບັນດາ​ອົງການ​ມິດຕະພາບຫວຽດນາມ ​ເພື່ອ​ເຊີດຊູ​ການ​ປະກອບສ່ວນ​ຂອງ​ທ່ານ​ນາງ ເພື່ອ​ຄວາມ​ສະ​ເໝີ​ພາບ ​ແລະ ພັດທະນາ​ຂອງ​ແມ່ຍິງ ຫວຽດນາມ.

ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຂຽນປຶ້ມໄວ້ອາໄລ ທ່ານອະດີດປະທານາທິບໍດີ ສ.ອັງໂກລາ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຂຽນປຶ້ມໄວ້ອາໄລ ທ່ານອະດີດປະທານາທິບໍດີ ສ.ອັງໂກລາ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ຮ່າ​ທິງາ, ປະທານ​ສະຫະພັນ​ແມ່ຍິງຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມທີ່ປະກອບສ່ວນ​ພັດທະນາ​ແມ່ຍິງ ຫວຽດນາມ, ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ຂອງ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໃນ​ບັນດາ​ຕຳ​ແໜ່​ງ, ຄື: ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຜູ້​ຕາງ​ໜ້າ​ຖາວອນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ...

​ໃນ​ໄລຍະ​ເຮັດ​ວຽກ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຍາມ​ໃດ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ສະໜັບສະໜູນ​ບັນດາ​ໂຄງການ ​ແລະ ນະ​ໂຍບາຍ​ຂອງ​ສະຫະພັນ​ແມ່ຍິງ ຫວຽດນາມ; ອີງ​ຕາມ​ບັນດາຂະບວນການແຂ່ງຂັນ, ໜ້າທີ່ຈຸດສຸມຂອງ​ສະ​ຫະພັນ ໄດ້​ຫັນເປັນການ​ເຄື່ອນ​ໄຫວ​ທີ່ແທດຈິງລະບຽດ, ​ເໝາະ​ສົມກັບການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ແມ່​ຍິງ.

ສະແດງຄວາມຂອບໃຈທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສຳລັບຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງຫວຽດນາມ

ຢູ່ບັນດາອົງການ, ຫົວໜ່ວຍທີ່ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເຮັດວຽກ, ໃນຖານະທີ່ເປັນການນຳຍິງ, ທ່ານນາງ ຍາມໃດກໍ່ມີຄວາມສົນໃຈໃນການປັບປຸງບົດບາດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ສຸມ​ໃສ່​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ, ​ໃນ​ນັ້ນ ​ມີ​ພະນັກງານ​ຍິງ.

ທ່ານນາງ ຮ່າ​ທິ​ງາ ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຈະສືບ​ຕໍ່​ໜູນ​ຊ່ວຍ ​ແລະ ພ້ອມ​ກັບ​ສະຫະພັນ ​ແລະ ແມ່ຍິງຫວຽດນາມ, ​ໃນ​ນັ້ນ ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ ​ເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະ​ກຳມະການ​ສູນ​ກາງ​ສະຫະພັນ​ແມ່ຍິງ ຫວຽດນາມ. ທ່ານນາງ ໃຫ້ຮູ້ວ່າ ຍາມໃດກໍ່ແມ່ນສະມາຊິກຄອບຄົວໃຫຍ່ຂອງແມ່ຍິງ ຫວຽດນາມ, ຈະມານະພະຍາຍາມເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ພັດທະນາແມ່ຍິງ ຫວຽດນາມ, ເຖິງວ່າທ່ານນາງບໍ່ໄດ້ເຂົ້າຮ່ວມຄະນະບໍລິຫານງານ, ອົງການຈັດຕັ້ງຂອງສະຫະພັນກໍ່ຕາມ.

ຄາດ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​​ນາງເອກ​ອັກຄະ​ລັດຖະທູດ ​ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ບຳລຸງສ້າງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.