ກະຊວງປ້ອງກັນປະເທດຫວຽດນາມ ມອບເງິນຊ່ວຍເຫລືອຜູ້ປະສົບໄພ ຢູ່ແຂວງ ອັດຕະປື

13:38 | 03/08/2018

ໃນວັນທີ 3 ສິງຫາ 2018, ທີ່ ສະຖານທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮັບເງິນຊ່ວຍເຫລືອ ຈາກກະຊວງປ້ອງກັນປະເທດຫວຽດນາມ 50.000 ໂດລາສະຫະລັດ, ມອບໂດຍ ທ່ານ ພົທ ເຈິ່ນເດີນ ຮອງລັດຖະມົນຕີ ກະຊວງປ້ອງກັນ ປະເທດຫວຽດນາມ ເພື່ອເປັນການປະກອບສ່ວນຊ່ວຍເຫລືອ ຕໍ່ຜູ້ປະສົບໄພພິບັດ ຢູ່ແຂວງ ອັດຕະປື, ຕາງໜ້າຮັບ ໂດຍ ທ່ານ ວຽງໄຊ ດາລາແສນ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ.

ກະຊວງປ້ອງກັນປະເທດຫວຽດນາມ ມອບເງິນຊ່ວຍເຫລືອຜູ້ປະສົບໄພ ຢູ່ແຂວງ ອັດຕະປື

ກະຊວງປ້ອງກັນປະເທດ ຫວຽດນາມມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູແຂວງອັດຕະປື.

ທ່ານ ພົທ ເຈິ່ນເດີນ ກ່າວວ່າ: ເງິນຈຳນວນດັ່ງກ່າວ, ເພື່ອເປັນການແບ່ງເບົາ ຄວາມທຸກໂສກ ທີ່ເກີດຂຶ້ນກັບປະຊາຊົນລາວ ຢູ່ແຂວງ ອັດຕະປື ພ້ອມຢືນຢັນວ່າ ພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມຈະໃຫ້ ການຊ່ວຍເຫລືອ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທ່ີເກີດຂຶ້ນ ບົນພື້ນຖານສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ ເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກ ແລະ ຜົນກະທົບຈາກໄພ ພິບັດໃນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ.

ທ່ານ ວຽງໄຊ ດາລາແສນ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍ ຕໍ່ໄພພິບັດທີ່ເກີດຂຶ້ນ ຢູ່ແຂວງ ອັດຕະປື ແລະ ຈະນຳເອົາເງິນຊ່ວຍເຫລືອຄັ້ງນີ້, ໄປນຳໃຊ້ເຂົ້າໃນການແກ້ໄຂໄພພິບັດ ທີ່ເກີດຂຶ້ນໃຫ້ມີປະສິດທິຜົນສູງສຸດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.