ກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16

12:49 | 16/11/2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຫວູແທ່ງວັນ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ David Lewis, ຮັກສາການຫົວໜ້າກົມນະໂຍບາຍສາກົນ, ກະຊວງປ້ອງກັນປະເທດອົດສະຕາລີ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16.

ການຮ່ວມມືດ້ານບໍາລຸງກໍ່ສ້າງປະກອບສ່ວນເຮັດການພົວພັນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະອົດສະຕາລີ ເລິກເຊິ່ງ ການຮ່ວມມືດ້ານບໍາລຸງກໍ່ສ້າງປະກອບສ່ວນເຮັດການພົວພັນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະອົດສະຕາລີ ເລິກເຊິ່ງ
ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ ອົດສະຕາລີ ແລະ UNICEF ສືບຕໍ່ໜູນຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ

ທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫວູແທ່ງວັນ ແລະທ່ານ David Lewis ໄດ້ເຫັນດີເປັນເອກະພາບ ຖືວ່າ, ເຖິງວ່າໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບການໂລກ ແລະພາກພື້ນ ກໍ່ຕາມ ແຕ່ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ຍາມໃດກໍ່ໄດ້ຮັບການຮັກສາ, ພັດທະນາ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອົດສະຕາລີ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ. ສອງຝ່າຍ ບັນລຸໄດ້ຜົນການຮ່ວມມືທີ່ແທດຈິງໃນຊຸມປີຜ່ານມາໃນຫຼາຍຂົງເຂດ, ຄື: ການປ້ອງກັນ, ຕ້ານພະຍາດໂຄວິດ-19; ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ການຮ່ວມມືບໍາລຸງສ້າງ; ການຮັກສາສັນຕິພາບ ສປຊ; ການແລກປ່ຽນບົດຮຽນລະຫວ່າງບັນດາເຫຼົ່າຮົບ, ເຫຼົ່າທັບ.

ກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16
ກອງປະຊຸມປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອົດສະຕາລີ ຄັ້ງທີ 16

ປີໜ້າ, ຫວຽດນາມ ແລະອົດສະຕາລີ ຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023). ບົນພື້ນຖານນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຕັ້ງໜ້າຄົ້ນຄວ້າ, ສະເໜີບັນດາການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍ, ສຸມໃສ່ເຂົ້າບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ການເສີມຂະຫຍາຍບັນດາກົນໄກປຶກສາຫາລື, ການເຈລະຈາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືກ່ຽວກັບການບໍາລຸງສ້າງ, ເສນາຮັກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

ສອງຝ່າຍກໍ່ເຫັນດີເປັນເອກະພາບບຸລິມະສິດແກ່ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ພ້ອມທັງຊອກຫາຄວາມສາມາດເປີດກວ້າງການຮ່ວມມືສູ່ບັນດາຂົງເຂດ ເຊ່ິງສອງຝ່າຍມີຄວາມຕ້ອງການ ແລະມີຄວາມສາມາດບົ່ມຊ້ອນ ຄື: ອຸດສາຫະກໍາປ້ອງກັນຊາດ, ການຮ່ວມມືລະຫວ່າງບັນດາຮາກຖານບໍາລຸງສ້າງ, ຄວາມໝັ້ນຄົງທາງອິນເຕີແນັດ; ສືບຕໍ່ປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສດ້ານປ້ອງກັນຊາດຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດ ADMM+.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.