ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ

15:48 | 30/10/2023

ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ

ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ
ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນຫວຽດນາມ - ລາວ

ຕອນເຊົ້າວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ. ສະຫາຍ ມາຍວັນຈິ໊ງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະສະຫາຍ ນາງ ບຸດສະດີ ທະນະເມືອງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເປັນປະທານກອງປະຊຸມພົບປະ.

ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ

ບັນຍາກາດທີ່ກອງປະຊຸມພົບປະ. ພາບ: xaydungdang.org.vn

ກ່າວຄຳເຫັນທີ່ກອງປະຊຸມພົບປະ, ສະຫາຍ ມາຍວັນຈິ໊ງ ແລະສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນອັນດີງາມທີ່ມີຢູ່ແລ້ວ ແລະຜັນຂະຫຍາຍການຮ່ວມມືເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນຢ່າງມີປະສິດທິຜົນ. ໃນນັ້ນ, ມີການສືບຕໍ່ຈັດສົ່ງຄະນະຜູ້ແທນໄປຢ້ຽມຢາມ ແລະເຮັດວຽກຂອງສອງຄະນະຈັດຕັ້ງໃນຊຸມປີຕໍ່ໄປ. ແລກປ່ຽນຂໍ້ມູນຂ່າວສານ ແລະແບ່ງປັນບົດຮຽນໃນວຽກງານກໍ່ສ້າງພັກ ແລະກໍ່ສ້າງລະບົບການເມືອງຢ່າງເປັນປະຈໍາ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະຂໍ້ຕົກລົງຂັ້ນສູງລະຫວ່າງກົມການເມືອງພັກກອມມູນິດຫວຽດນາມ ແລະກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ.

ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ

ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມພົບປະ ຖ່າຍຮູບເປັນທີ່ລະນຶກ. ພາບ: xaydungdang.org.vn

ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສືບຕໍ່ເປັນເສນາທິການເພື່ອຈັດຕັ້ງບັນດາຊຸດບຳລຸງຄົ້ນຄວ້າ ແລະແລກປ່ຽນຫົວເລື່ອງສະເພາະໃຫ້ແກ່ພະນັກງານການນໍາ ແລະນັກຄຸ້ມຄອງບັນດາຂັ້ນ. ຮັກສາການພົວພັນຮ່ວມມືລະຫວ່າງວາລະສານກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະວາລະສານກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ. ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບມູນເຊື້ອແຫ່ງການພົວພັນແບບພິເສດ ຫວຽດນາມ-ລາວ ໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນຄົນຮຸ່ນໜຸ່ມ.

ໃນຂອບເຂດການພົບປະເຈລະຈາ, ສະຫາຍ ໂງມິງຕ໋ວນ ຫົວໜ້າບັນນາທິການວາລະສານກໍ່ສ້າງພັກ ໄດ້ແຈ້ງໃຫ້ຊາບຜົນການຮ່ວມມືລະຫວ່າງວາລະສານກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະວາລະສານກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນັບແຕ່ເດືອນກໍລະກົດ 1994 ມາຮອດປະຈຸບັນ. ພ້ອມກັນນັ້ນກໍ່ສະເໜີໃຫ້ການນຳສອງຄະນະຈັດຕັ້ງສູນກາງພັກ ຄົ້ນຄວ້າ, ເພີ່ມເຕີມ, ຮັກສາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງສອງອົງການ; ສືບຕໍ່ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນປະສົບການໃນການເຮັດວາລະສານ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນດ້ານວິຊາຊີບ ແລະວັດທະນະທຳ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວາລະສານແຕ່ລະປະເທດ ແລະວັນບຸນປີໃໝ່ປະເພນີຂອງສອງຊາດ ຫວຽດນາມ ແລະລາວ.

ບູນມີ

ເຫດການ
302 Found

Found

The document has moved here.