ຜັນຂະຫຍາຍຫຼາກຫຼາຍກິດຈະກຳເບິ່ງແຍງດູແລສຸຂະພາບໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ

03:09 | 04/06/2026

ຍສໝ - ວັນທີ 3/6, ກົມກວດພະຍາດແມ່ ແລະ ເດັກ, ກະຊວງສາທາລະນະສຸກ ພ້ອມດ້ວຍ ລະບົບນິເວດການແພດ Tam Anh - VNVC - ECO - Nutrihome ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອຜັນຂະຫຍາຍຂະບວນການເບີກຈ່າຍ ແລະ ເບິ່ງແຍງດູແລສຸຂະພາບຢ່າງຮອບດ້ານ ໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ ຢ່າງພ້ອມກັນ.

ແມ່ຍິງ ດ້ຽນບຽນ ຮັກສາວິນຍານ ບັນດາເຜົ່າ
ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD
ຜັນຂະຫຍາຍຫຼາກຫຼາຍກິດຈະກຳເບິ່ງແຍງດູແລສຸຂະພາບໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ
ກົມກວດພະຍາດແມ່ ແລະ ເດັກ ພ້ອມດ້ວຍ ລະບົບນິເວດການແພດ Tam Anh - VNVC - ECO - Nutrihome ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມື ພາຍໃຕ້ການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຫງວຽນຈີທຶກ (Nguyễn Tri Thức) - ຮອງລັດຖະມົນຕີກະຊວງສາທາລະນະສຸກ - ພາບ: VGP/HM

ນີ້ແມ່ນຮູບແບບການຮ່ວມມືລະຫວ່າງ ພາກລັດ - ເອກະຊົນ ຂະໜາດໃຫຍ່ ທີ່ເຊື່ອມຕໍ່ບັນດາຂົງເຂດການແພດປ້ອງກັນພະຍາດ, ການສັກຢາວັກຊີນ, ການກວດແລະປິ່ນປົວພະຍາດ, ໂພຊະນາການ ແລະ ການເບິ່ງແຍງດູແລສຸຂະພາບທາງດ້ານຈິດໃຈ ໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນເອກະພາບ ເຊິ່ງໄດ້ຮັບການຜັນຂະຫຍາຍຢູ່ຫວຽດນາມ. ກິດຈະກຳດັ່ງກ່າວແມ່ນດຳເນີນຂຶ້ນພາຍໃດ ເດືອນແຫ່ງການກະທຳເພື່ອເດັກນ້ອຍ ປະຈຳປີ 2026.

ການຮ່ວມມືນີ້ ແມ່ນໄດ້ຮັບການຜັນຂະຫຍາຍພາຍໃດສະພາບແວດລ້ອມທີ່ ຫວຽດນາມ ພວມຜະເຊີນໜ້າກັບສິ່ງທ້າທາຍຫຼາກຫຼາຍປະການ ພາຍໃດວຽກງານການເບິ່ງແຍງດູແລ ແລະ ປົກປ້ອງແມ່ຍິງ ກໍຄືເດັກນ້ອຍ. ຄຽງຄູ່ກັບຄວາມສ່ຽງພາຍໃດການຕິດເຊື້ອພະຍາດຕິດຕໍ່ແລ້ວ, ແມ່ຍິງຍັງຜະເຊີນກັບຄວາມຫຍຸ້ງຍາກຫຼາກຫຼາຍປະການ ພາຍໃດການເບິ່ງແຍງດູແລສຸຂະພາບຈະເລີນພັນ, ການຄຸ້ມຄອງໄລຍະຖືພາ ແລະ ສຸຂະພາບທາງດ້ານຈິດໃຈພາຍຫຼັງການເກີດລູກ. ໃນຂະນະດຽວກັນ, ເດັກນ້ອຍແມ່ນພວມຜະເຊີນໜ້າກັບສະພາບການຂາດໂພຊະນາການ, ການຂາດສານອາຫານຈຸລິນຊີ, ສະພາບນ້ຳໜັກເກີນ-ພະຍາດຕຸ້ຍ ພ້ອມກັບຄວາມສ່ຽງຕ່າງໆກ່ຽວກັບຄວາມຮຸນແຮງ, ການລ່ວງລະເມີດ, ການຖືກກະທົບທາງດ້ານຈິດໃຈ ແລະ ຄວາມບໍ່ປອດໄພພາຍໃນສະພາບແວດລ້ອມເຄືອຂ່າຍອິນເຕີເນັດ.

ຕາມຕົວເລກສະຖິຕິ, ພາຍໃນປີ 2025, ສາຍດ່ວນແຫ່ງຊາດປົກປ້ອງເດັກນ້ອຍ 111 ທີ່ຄຸ້ມຄອງໂດຍກົມກວດພະຍາດແມ່ ແລະ ເດັກ ແມ່ນໄດ້ຮັບສາຍໂທເຂົ້າເກືອບ 360.000 ສາຍ ແລະ ໄດ້ຮັບການແຈ້ງເຫດຫຼາຍກວ່າ 4.600 ຄັ້ງ ຜ່ານບັນດາພື້ນຖານໂຄງລ່າງອອນລາຍ. ຫຼາກຫຼາຍກໍລະນີແມ່ນມີຄວາມກ່ຽວຂ້ອງເຖິງຄວາມຮຸນແຮງ, ການລ່ວງລະເມີດ ຫຼື ສະພາບການທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ. ພຶດຕິກຳຕົວຈິງນີ້ໄດ້ສະແດງໃຫ້ເຫັນເຖິງ ຄວາມຕ້ອງການອັນຈຳເປັນ ແລະ ເລັ່ງດ່ວນ ທີ່ຈະຕ້ອງເພີ່ມທະວີການປະສານງານ ລະຫວ່າງອົງການຄຸ້ມຄອງຂອງລັດ, ລະບົບສາທາລະນະສຸກ, ໂຮງຮຽນ, ຄອບຄົວ ແລະ ຄົມມະນາຄົມສັງຄົມ ເພື່ອແນໃສ່ສ້າງຕັ້ງເຄືອຂ່າຍສະໜັບສະໜູນທີ່ມີປະສິດທິຜົນສູງກວ່າເກົ່າໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.

ຫຼາກຫຼາຍກິດຈະກຳຈຸດສຸມເພື່ອເດັກນ້ອຍ

ຕາມເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ, ທັງສອງຝ່າຍໄດ້ເປັນເອກະພາບກັນພາຍໃດການຜັນຂະຫຍາຍຫຼາກຫຼາຍກິດຈະກຳຈຸດສຸມ ເປັນຕົ້ນແມ່ນ ການປະສານງານໂຄສະນາຂ່າວສານ, ສຶກສາອົບຮົມຄົມມະນາຄົມສັງຄົມ ກ່ຽວກັບການເບິ່ງແຍງດູແລສຸຂະພາບແມ່ຍິງ, ມານດາ ແລະ ເດັກນ້ອຍ; ຈັດຕັ້ງບັນດາກິດຈະກຳກໍ່ສ້າງ, ຝຶກອົບຮົມ, ກອງປະຊຸມສໍາມະນາທາງດ້ານວິຊາສະເພາະ ເພື່ອແນໃສ່ຍົກສູງຂີດຄວາມສາມາດໃຫ້ແກ່ຖັນແຖວພະນັກງານພາຍໃດບັນດາຂົງເຂດທີ່ກ່ຽວຂ້ອງ; ປະສານງານຮຽບຮຽງ, ສ້າງຕັ້ງ ແລະ ເຜີຍແຜ່ບັນດາເອກະສານທາງດ້ານວິຊາສະເພາະ, ປຶ້ມຄູ່ມືແນະນຳ, ຜະລິດຕະພັນໂຄສະນາຂ່າວສານ ເພື່ອຮັບໃຊ້ໃຫ້ແກ່ວຽກງານການເບິ່ງແຍງດູແລສຸຂະພາບ ແລະ ປົກປ້ອງເດັກນ້ອຍ; ຊຸກຍູ້ການໂຄສະນາຂ່າວສານ ແລະ ສະໜັບສະໜູນການຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງສາຍດ່ວນໂທລະສັບແຫ່ງຊາດປົກປ້ອງເດັກນ້ອຍ 111.

ດ້ວຍບົດບາດເປັນຜູ້ປະສານງານ, ເຊື່ອມຕໍ່ ແລະ ແນະນຳທາງດ້ານວິຊາສະເພາະຂອງກົມກວດພະຍາດແມ່ ແລະ ເດັກ ພ້ອມກັບທ່າແຮງທາງດ້ານເຄືອຂ່າຍທີ່ກວ້າງຂວາງຂອງ ລະບົບນິເວດການແພດ Tam Anh - VNVC - ECO - Nutrihome, ການຮ່ວມມືໃນຄັ້ງນີ້ແມ່ນໄດ້ຮັບຄວາມຄາດຫວັງວ່າ ຈະຂະຫຍາຍໂອກາດພາຍໃດການເຂົ້າເຖິງບັນດາການບໍລິການທາງດ້ານການແພດ, ໂພຊະນາການ ແລະ ການສະໜັບສະໜູນທາງດ້ານສັງຄົມທີ່ມີຄຸນນະພາບສູງ ໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍຫວຽດນາມ ຫຼາຍລ້ານຄົນ, ປະກອບສ່ວນພາຍໃດການສ້າງຕັ້ງປະຊາກອນຮຸ່ນໃໝ່ທີ່ມີຄວາມແຂງແຮງ, ມີຄວາມສຸກ ແລະ ພັດທະນາຢ່າງຍືນຍົງໃນອະນາຄົດ.

ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ

ຍສໝ - ວັນທີ 16 ກັນຍາ, ແມ່ຍິງກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ, ມອບຂອງຂວັນໃຫ້ເດັກນ້ອຍຊົນເຜົ່າສ່ວນໜ້ອຍ 150 ຄົນ ແລະ ນັກຮຽນລາວ 110 ຄົນ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.

ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ

ຍສໝ - ໂດຍຕອບ​ສຳພາດກັບສື່ມວນຊົນ, ທ່ານ​ນາງ Caroline Nyamayamombe, ຫົວໜ້າ​ຜູ້ຕາງໜ້າ UN Women ຫວຽດນາມ ​ໃຫ້​ຮູ້​ວ່າ ຫວຽດນາມ ​ໄດ້​ມີຫຼາຍບາດກ້າວໃຫຍ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງໃນ​ຫຼາຍ​ຂົງ​ເຂດຕ່າງໆ, ລວມມີ ກົດໝາຍ, ການ​ເມືອງ, ການ​ສຶກສາ ແລະ ວຽກເຮັດງານທຳ.

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ