ລາວ ແລະ ຈີນ ມີເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງສອງນະຄອນຫຼວງ

10:25 | 20/11/2023

ຍສໝ - ຕາມ​ສື່​ມວນ​ຊົນ​ລາວ, ​ເສັ້ນທາງ​ລົດ​ໄຟ​ຂາໄປຂາກັບາ ​ທີ່​ເຊື່ອມ​ຕໍ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ​ແລະ ​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ ​ໄດ້​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ອາທິດ​ນີ້. ຄາດ​ວ່າ​ທາງ​ລົດ​ໄຟ​ ຈະ​ເປີດ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ ​ແລະ ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.

ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ ແລະລາວ ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ ແລະລາວ
ລົດແທັກຊີໄຟຟ້າຫວຽດນາມ ເຂົ້າສູ່ຕະຫຼາດລາວ ລົດແທັກຊີໄຟຟ້າຫວຽດນາມ ເຂົ້າສູ່ຕະຫຼາດລາວ

ຕາມ​ສື່​ມວນ​ຊົນ​ລາວ, ​ເສັ້ນທາງ​ລົດ​ໄຟ​ຂາໄປຂາກັບາ ​ທີ່​ເຊື່ອມ​ຕໍ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ​ແລະ ​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ ​ໄດ້​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ອາທິດ​ນີ້. ຄາດ​ວ່າ​ທາງ​ລົດ​ໄຟ​ ຈະ​ເປີດ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ ​ແລະ ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.

ລົດໄຟດັ່ງກ່າວ ຈະໄປຜ່ານບັນດາແຫຼ່ງທ່ອງທ່ຽວຂອງຈີນ ແລະ ລາວ ໂດຍຄາດວ່າຈະເປີດໂອກາດໃໝ່ໃຫ້ແກ່ການທ່ອງທ່ຽວຂ້າມຊາຍແດນ ແລະ ສົ່ງເສີມການເຕີບໂຕທາງດ້ານເສດຖະກິດຂອງສອງປະເທດ.

ລາວ ແລະ ຈີນ ມີເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງສອງນະຄອນຫຼວງ

ລາວ ແລະ ຈີນ ມີເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງສອງນະຄອນຫຼວງ

ຕາມ​ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ, ນັບ​ແຕ່​ໄດ້​ເລີ່​ມດຳ​ເນີນ​ການ​ກໍ່ສ້າງ​ໃນ​ທ້າຍ​ປີ 2021, ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພັດທະນາ​ການ​ຄ້າ​ ແລະ​ ການທ່ອງທ່ຽວ​ຂ້າມ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ.

ມາ​ຮອດ​ເດືອນ​ກັນຍາ​ປີ​ນີ້, ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ 3,1 ລ້ານ​ເທື່ອ​ຄົນ ​ແລະ ສິນຄ້າ 26,8 ລ້ານ​ໂຕນ, ​ໃນ​ນັ້ນ​ມີ​ສິນຄ້າ​ກະສິກຳ, ​ໂລຫະມີຄ່າ ​ແລະ ​ແຮ່​ທາດ.

ປັດຈຸບັນ, ລັດຖະບານ​ໄທ ​ພວມ​ພັດທະນາ​ທ່າ​ກຳ​ປັ່ນ​ໜອງ​ຄາຍ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ​ເພື່ອ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ລາວ-ຈີນ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ທາງ​ລົດ​ໄຟ​ຈະ​ຊ່ວຍ​ໃຫ້​ການ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ຊາຍ​ແດນ​ໄທ-ລາວ-ຈີນ ​ໄດ້​ໄວ​ຂຶ້ນ, ​ແລະ ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ຄ້າ​ຈະ​ຫຼຸດ​ລົງ 30 - 50%.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.