ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ ແລະລາວ

01:50 | 25/10/2023

ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ ແລະລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ການ​ຄ້າ - ການ​ລົງ​ທຶນ ຈີນ - ອາ​ຊຽນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ການ​ຄ້າ - ການ​ລົງ​ທຶນ ຈີນ - ອາ​ຊຽນ
​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023 ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈຳນວນ 300 ຮ້​ານ​ຢູ່​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ກາ​ນ​ລົງ​ທຶນ​ແລວ ​ເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກ ດ່າ​ນັ້ງ 2023

ຕອນເຊົ້າວັນທີ 16 ຕຸລາ, ລົດໄຟສອງຖ້ຽວທີ່ໄດ້ຮັບການປະກອບວັດຖຸອຸປະກອນແຊ່ເຢັນ ຂົນສົ່ງໝາກໄມ້ ແລະຜັກໄດ້ເດີນທາງອອກຈາກແຂວງຢູນໜານ, ທາງທິດຕາເວັນຕົກສ່ຽງໃຕ້ ຈີນ ໄປຍັງປະເທດລາວ ແລະຫວຽດນາມ ຕາມລຳດັບ. ເຫດການນີ້ໄດ້ສ້າງຂີດໝາຍແຫ່ງການເປີດນຳໃຊ້ການບໍລິການຂົນສົ່ງສິນຄ້າທີ່ໄດ້ເກັບຮັກສາແບບແຊ່ເຢັນ ໃນບັນດາຖ້ຽວລົດໄຟແຕ່ຈີນ ໄປຍັງລາວ ແລະຫວຽດນາມ.

ເລີ່ມ​ເຄື່ອນ​ໄຫວ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແຊ່​ເຢັນຈາກ​ຈີນ ໄປ​ຍັງ​ຫວຽດ​ນາມ ແລະລາວ
ພາບປະກອບ:TTXVN

ລົດໄຟສອງຖ້ຽວທຳອິດ, ເລີ່ມເດີນທາງແຕ່ສະຖານີລົດໄຟ Yanhe ຂອງນະຄອນຢູຊີ ຂຶ້ນກັບແຂວງຢູນໜານ, ຄາດວ່າຈະໄປຍັງນະຄອນຫຼວງວຽງຈັນ, ລາວ ແລະແຂວງລາວກາຍ, ຫວຽດນາມ ພາຍຫຼັງວັນໜຶ່ງ. ຕາມຕາຕະລາງປັດຈຸບັນ, ແຕ່ລະມື້ຈະມີລົດໄຟຂົນສົ່ງສິນຄ້າແຊ່ເຢັນຈາກນະຄອນຄຸນໝິງ, ຢູນໜານ ໄປຍັງວຽງຈັນ 1 ຖ້ຽວ ແລະແຕ່ຄຸນໝິງ ໄປຍັງລາວກາຍ 1 ຖ້ຽວຕໍ່ອາທິດ.

ກຸ່ມບໍລິສັດເສັ້ນທາງລົດໄຟຄຸນໝິງ (ຈີນ) ໃຫ້ຮູ້ວ່າ ຄວາມຖີ່ການເຄື່ອນໄຫວຂອງລົດໄຟ 2 ຖ້ຽວນີ້ ຈະໄດ້ຮັບການດັດປັບຕາມຄວາມຕ້ອງການຂອງລູກຄ້າໃນອະນາຄົດ.

ບູນມີ

302 Found

Found

The document has moved here.