ການນຳບັນດາວິສາຫະກິດແຖວໜ້າຂອງໂລກ 2.000 ທ່ານ ເຂົ້າຮ່ວມກອງປະຊຸມຂັ້ນສູງວິສາຫະກິດ APEC ປີ 2023

11:21 | 22/11/2023

ຍສໝ - ແຕ່​ວັນ​ທີ 14-16 ພະຈິກ​ນີ້, ຢູ່​ສູນ​ປະຊຸມ Moscone, San Francisco, ອາ​ເມ​ລິ​ກາ, ​ໄດ້ຈັດກອງປະຊຸມຂັ້ນສູງວິສາຫະກິດ APEC 2023 ກັບການ​ເຂົ້າ​ຮ່ວມຂອງການນຳຂອງບັນດາວິສາຫະກິດແຖວໜ້າຂອງໂລກ ​ແລະ ພາກພື້ນອາຊີ - ປາຊີ​ຟິກ, ອົງການຈັດຕັ້ງສາກົນ, ສະ​ຖາ​ບັນ​ຄົ້ນຄວ້າ ​ແລະ ມະຫາວິທະຍາໄລໃນຂົງເຂດ.

ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023 ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023
ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ

ກອງປະຊຸມຂັ້ນສູງວິສາຫະກິດ APEC ແມ່ນ ເຫດການ​ທີ່ສຳຄັນທີ່​ສຸດ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ໃນຂົງເຂດ, ໄດ້​ຈັດ​ຂຶ້ນ​ປະຈຳ​ປີ ​ເນື່ອງ​ໃນ​ໂອກາດສັບປະດາ​ຂັ້ນສູງAPEC 2023, ເພື່ອ​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໄດ້​ພົບ​ປະ, ​ແລກປ່ຽນ​ໂດຍ​ກົງ ​ແລະ ຍົກບັນດາຂໍ້ສະເໜີແນະຕໍ່​ບັນດາ​ການນຳ APEC.

ການນຳບັນດາວິສາຫະກິດແຖວໜ້າຂອງໂລກ 2.000 ທ່ານ ເຂົ້າຮ່ວມກອງປະຊຸມຂັ້ນສູງວິສາຫະກິດ APEC ປີ 2023
ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ແລະ ​ບັນ​ດາ​ຜູ້​ແທນ​​ໄປ​ຢ້ຽມ​ຢາມຮ້ານ Sovico ທີ່​ວາງ​ສະ​ແດງ​ຢູ່​ນອກ​ກອງ​ປະ​ຊຸມ

ດ້ວຍ​ຫົວ​ຂໍ້ “ສ້າງ​ກາ​ລະ​ໂອ​ກາດ​ດ້ານ​ເສດ​ຖະ​ກິດ: ຄວາມໝັ້ນຄົງ. ກວມເອົາ. ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ປະດິດສ້າງ”, ກອງ​ປະຊຸມ​ປີ​ນີ້​ລວມມີ 20 ວາລະ​ປະຊຸມ​ສຸມໃສ່​ບັນດາບັນຫາທີ່ປະຊາຄົມວິສາຫະກິດມີຄວາມສົນໃຈເປັນອັນດັບຕົ້ນໆຄື: ສະພາບການເສດຖະກິດ​ໂລກ, ພູມີສາດການເມືອງທົ່ວໂລກ, ນະ​ໂຍບາຍ​ການ​ຄ້າ​​ເພື່ອກວມລວມ ແລະ​ ຄວາມໝັ້ນຄົງ, ບົດບາດ​ຂອງ​ລັດ ​ແລະ ​ວິ​ສາ​ຫະກິດ​ເພື່ອ​ສ້າງ​ການ​ປ່ຽນ​ແປງ, ຍົກ​ສູງ​ຄວາມສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ​ວິສາຫະກິດ​ໃນໂລກທີ່ພວມມີວິກິດການ, ບົດ​ບາດ​ຂອງ​ປ່ຽນແປງໃໝ່ປະດິດສ້າງ​, ອະ​ນາ​ຄົດ​ຂອງ​ສະຕິປັນຍາປະດິດ, ການ​ກໍ່​ສ້າງ​ລະ​ບົບນິເວດສໍາ​ລັບ​ແນວຄວາມ​ຄິດປະດິດສ້າງ.

ໂດຍແບ່ງປັນກັບ​ປະຊາ​ຄົມ​ວິ​ສາ​ຫະກິດ ອາຊີ - ປາຊີ​ຟິກ ທັດສະນະ ​ແລະ ນະ​ໂຍບາຍການ​ພັດທະນາ​ຂອງ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຢັ້ງຢືນວ່າ ການ​ຮັກສາ​ການ​ເຕີບ​ໂຕ​ເສດຖະກິດ​ແບບ​ໝັ້ນຄົງ​ຈະໄປ​ຄຽງ​ຄູ່​ກັບ​ການປະຕິບັດທີ່ກ້າວໜ້າ, ຄວາມສະເໝີພາບຂອງສັງຄົມ ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ນິ​ເວດ, ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນໄດ້ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ເຂົ້າ​ຮ່ວມ ​ແລະ ໄດ້ຊົມໃຊ້ຄວາມສະເໝີພາບຜົນສຳເລັດ​ຂອງ​​ການ​ພັດ​ທະ​ນາ​ ແມ່ນ​ຄວາມ​ຕ້ອງ​ການ​ໃນວິວັດການພັດ​ທະ​ນາ​ຂອງ​ຫວຽດ​ນາມ.​

ການເຕີບໂຕທາງດ້ານເສດຖະກິດ ຄຽງຄູ່ກັບການປະຕິບັດຄວາມກ້າວໜ້າ ແລະ ສະເໝີພາບສັງຄົມ ຕ້ອງປະຕິບັດທັນທີໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ຕະຫຼອດຂະບວນວິວັດການພັດທະນາ; ຢ່າ"ເສຍສະລະ" ຄວາມກ້າວຫນ້າ ແລະ ຄວາມສະເໝີພາບສັງຄົມ, ສະພາບແວດລ້ອມເພື່ອເດີນຕາມການເຕີບໂຕທາງເສດຖະກິດດ້ານດຽວ.

ດ້ວຍ​ທັດສະນະ​ດັ່ງກ່າວ, ຫວຽດນາມ ພວມຜັນ​ຂະຫຍາຍກຸ່ມມາຕະການແກ້​ໄຂ 3 ກຸ່ມ​ຄື: ທີ​ໜຶ່ງ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ເປັນເຈົ້າຕົນເອງຕິດ​ພັນ​ກັບ​ການ​ຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນທີ່ເລິກເຊິ່ງກວ້າງ, ເອົາກຳລັງແຮງພາຍໃນປັນ​ພື້ນຖານ, ຍຸດ​ທະ​ສາດ, ຕັດສິນ, ກຳລັງແຮງພາຍນອກ​ເປັນ​ສຳຄັນ, ບຸກທະລຸ;

ທີສອງ, ເພີ່ມທະວີການ​ວຽກງານຄຸ້ມຄອງ ແລະ ນຳ​ໃຊ້​​ຊັບພະຍາກອນ​ຢ່າງມີປະສິດທິ​ຜົນ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແລະ​ ການຮັບມືການປ່ຽນແປງອາກາດ, ການ​ຊຸກຍູ້​ການ​ຫັນເປັນສີຂຽວມຸ່ງໄປສູ່ບັນດາເປົ້າໝາຍ, ຄຳໝັ້ນສັນຍາທົ່ວ​ໂລກຂກ່ຍວກັບດິນ​ຟ້າ​ອາກາດ;

​ທີ່ສາມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ຊຸກຍູ້​ໃຫ້​ຜູ້​ທຸກ​ຍາກ, ​ຜູ້ທີ່ມີຄວາມບຸກບືນອ່ອນ, ໄດ້ລຸກ​ຂຶ້ນ​ຢືນດ້ວຍ​ກຳລັງ​ແຮງ​ຂອງ​ຕົນ, ​ເຊື່ອມ​ໂຍງ​ເຂົ້າ​ກັບປະຊາຄົມ, ລົບລ້າງການ​ຈຳ​ແນ​ກ​ໃນ​ສັງຄົມ.

ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ​ເພື່ອ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ທີ່​ໄດ້​ສະເໜີນັ້ນ, ຫວຽດນາມ ຫວັງວ່າ ບັນດາເພື່ອນມິດຈະສືບຕໍ່ຮ່ວມເດີນທາງກັບ​ຫວຽດນາມ ​ໃນ​ການ​ປຶກສາ​ຫາລື, ສະ​ເໜີ​ບັນດາ​ນະ​ໂຍບາຍ ​ແລະ ​ແນວ​ຄິດ​ການ​ລົງທຶນ​ໃໝ່; ຖ່າຍທອດບັນດາວິທີແກ້ໄຂ, ເຕັກໂນໂລຊີທັນສະໄໝ, ຮູບແບບເສດຖະກິດໃໝ່; ແລະດຶງ​ດູດການ​ລົງ​ທຶນ​ ແລະ​ ໜູນຊ່ວຍການ​ພັດ​ທະ​ນາ​.

ດ້ວຍ​ນະ​ໂຍບາຍ​ຖື​ຄຸນ​ນະພາ​ບ, ປະສິດທິຜົນ, ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ມາດຖານ​ແຖວໜ້າ, ຫວຽດນາມ ໃຫ້ບູຣິມະສິດດຶງດູດບັນດາ​ໂຄງການ​ລົງທຶນ​ໃນ​ບັນດາ​ຂະ​ແໜງ​ການ ​ແລະ ຂົງ​ເຂດ​ຄື: ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ; ເສດຖະກິດສີຂຽວ, ເສດຖະກິດດິຈິຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ; ເຄື່ອງອາໄຫຼ່ເອເລັກຕຼົງ, ລົດໂອໂຕໄຟຟ້າ...; ການຜະລິດທາດເຄິ່ງຊັກນຳໄຟຟ້າ, ພະລັງງານໃໝ່ (ເຊັ່ນ: hydrogen), ພະລັງງານທົດແທນ; ພັດທະນາສູນການເງິນ, ການເງິນສີຂຽວ; ແລະ ເຕັກໂນໂລຊີຊີວະສາດ, ສາທາລະນະສຸກ,...

ທ່ານ​ປະທານ​ປະ​ເທດ ກໍ່ເນັ້ນ​ໜັກ​ວ່າ ຜົນສຳເລັດຜົນ​ຂອງ APEC ຈະສາມາດໄດ້ຮັບບົນ​ພື້ນຖານ​ມິດຕະພາບ, ຄວາມໄວ້ເນື້ອໃຈລະຫວ່າງ​ບັນດາ​ສະມາຊິກ, ການ​ຮ່ວມເດີນທາງ​ຂອງວິສາຫະກິດ ແລະ ປະຊາຊົນເທົ່ານັ້ນ ແລະ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ​ບັນດາ​ສະມາຊິກ APEC ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ອາຊີ - ປາຊີ​ຟິກ ​​ເພື່ອສ້າງ​ອະ​ນາ​ຄົດ​ທີ່ສົດໃສໃຫ້ສໍາ​ລັບ​ປະ​ຊາ​ຊົນ​ທຸກຄົນ​.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.