ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 43: ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ | |
ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ຈະເກີດຂຶ້ນແຕ່ວັນທີ 5-7 ກັນຍານີ້: ສຸມໃສ່ 4 ປະເດັນຈຸດສຸມ. |
ຫວ່າງແລ້ວນີ້, ບັນດາປະເທດສະມາຊິກສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ Timor Leste (ເປັນປະເທດສັງເກດການຂອງ ອາຊຽນ) ໄດ້ຈັດພິທີສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ ທີ່ສຳນັກງານ ສປຊ, ຢູ່ນິວຢອກ. ປະເທດ ອາເມລິກາ.
ຝ່າຍຫວຽດນາມ ໄດ້ມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ.
![]() |
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ແລະ ທ່ານ Dennis Francis ປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 78 |
ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Pahala Mansury, ຢັ້ງຢືນບົດບາດໃຈກາງຂອງ ອາຊຽນ. ສະຫະສະມາຄົມແມ່ນແບບຢ່າງກ່ຽວກັບການຮ່ວມມືພາກພື້ນ, ຄວາມມານະພະຍາຍາມລວມເພື່ອສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການເຕີບໂຕຂະຫຍັນຂັນເຄື່ອນ ແລະ ນັບມື້ນັບຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃຫ້ມີປະສິດທິຜົນ. ກ່າວຄຳເຫັນທີ່ພິທີ, ທ່ານ Dennis Francis, ປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 78 ສະເໜີໃຫ້ ອາຊຽນ ສືບຕໍ່ບົດບາດນຳພາໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແກ້ໄຂຄວາມທຸກຍາກອຶດຫິວ, ການຂາດຄວາມສະເໝີພາບ, ພ້ອມທັງສະແດງຄວາມຂອບອົກຂອບໃຈການສະໜັບສະໜູນ, ປະກອບສ່ວນຂອງ ອາຊຽນ ໃຫ້ແກ່ວຽກງານລວມຂອງ ສປຊ ແລະ ຫ້ອງການຂອງປະທານສະມັດຊາໃຫຍ່, ພິເສດແມ່ນຄັ້ງທຳອິດທີ່ມີຜູ້ຕາງໜ້າຂອງ ຫວຽດນາມ ປະຈຳຢູ່ທີ່ນີ້. ທ່ານຮອງເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ຕໍ່ໜ້າບັນດາສິ່ງທ້າທາຍໃນປະຈຸບັນ, ອາຊຽນ ຕ້ອງສືບຕໍ່ສວມບົດບາດສຳຄັນ ແລະ ມີບັນດາການປະກອບສ່ວນທີ່ຕັ້ງໜ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.
ຄຳຮຸ່ງ