ຫວຽດນາມ - ກໍາປູເຈຍ: ການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ

14:45 | 23/12/2020

ຍສໝ - ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ໄດ້ເນັ້ນໜັກວ່າ ໃນປີ 2020, ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການພົວພັນຮ່ວມມືຫວຽດນາມ-ກໍາປູເຈຍ ໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ.

ຫວຽດນາມ ກ າປ ເຈຍ ການພ ວພ ນຮ ວມມ ດ ານປ ອງກ ນຊາດຍ ງໄດ ຮ ບການຮ ກສາເປ ນປ ກກະຕ ແລະບ ນລ ໝາກຜ ນທ ຕ ງໜ າ ການພົວພັນຫວຽດນາມ - ສະຫະລັດອາເມລິກາ: ການຮ່ວມມືດ້ານເສດຖະກິດ ແລະ ການຄ້າແມ່ນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ.
ຫວຽດນາມ ກ າປ ເຈຍ ການພ ວພ ນຮ ວມມ ດ ານປ ອງກ ນຊາດຍ ງໄດ ຮ ບການຮ ກສາເປ ນປ ກກະຕ ແລະບ ນລ ໝາກຜ ນທ ຕ ງໜ າ ເພີ່ມທະວີການເພີ່ມ​ບູນ​ຄູນສ້າງມິດຕະພາບ, ພັດທະນາກາລະໂອກາດຮ່ວມ​ມືລົງທຶນລະຫວ່າງຫວຽດນາມ ແລະກູບາ
ຫວຽດນາມ ກ າປ ເຈຍ ການພ ວພ ນຮ ວມມ ດ ານປ ອງກ ນຊາດຍ ງໄດ ຮ ບການຮ ກສາເປ ນປ ກກະຕ ແລະບ ນລ ໝາກຜ ນທ ຕ ງໜ າ
ບັນຍາກາດທີ່ການຕ້ອນຮັບ. ພາບ: la.qdnd.vn

ຫວ່າງແລ້ວນີ້, ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ແລະທ່ານ Rem Kann ທີ່ປຶກສາທູດຝ່າຍປ້ອງກັນຊາດກໍາປູເຈຍ ປະຈໍາຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຖືວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນທຸກຂັ້ນ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກໍາລັງປ້ອງກັນ, ຄຸ້ມຄອງຊາຍແດນສອງປະເທດ; ຮັກສາການລາດຕະເວນຮ່ວມບົນທະເລລະຫວ່າງທະຫານເຮືອສອງປະເທດ; ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ, ນັກຮົບກອງທັບສອງປະເທດກ່ຽວກັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານຫວຽດນາມ-ກໍາປູເຈຍ...

ທີ່ການຕ້ອນຮັບ, ທ່ານ Chay Navuth ເອກອັກຄະລັດຖະທູດ ກໍາປູເຈຍ ປະຈໍາຫວຽດນາມ ໄດ້ຕີລາຄາສູງປະສິດທິຜົນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ຕັ້ງໜ້າໜູນຊ່ວຍດ້ານການແພດເພື່ອໃຫ້ກໍາປູເຈຍ ປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານເອກອັກຄະລັດຖະທູດ Chay Navuth ຢັ້ງຢືນວ່າ, ໃນຖານະຕໍາແໜ່ງຂອງຕົນ ທ່ານ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງ ກໍາປູເຈຍ-ຫວຽດນາມ.

ໃນໄລຍະຜ່ານມາ, ສອງຝ່າຍໄດ້ເພີ່ມທະວີການສົມທົບວຽກງານ, ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຢ່າງມີປະສິດທິຜົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ-ກໍາປູເຈຍ ແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ. ປີ 2020, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ - 19 ກໍ່ຕາມ, ແຕ່ສອງຝ່າຍຍັງປະຕິບັດວຽກງານສົມທົບການລາດຕະເວນ, ປົກປັກຮັກສາຊາຍແດນ... ຢ່າງມີປະສິດທິຜົນ. ໃນວຽກງານສົມທົບກັນປ້ອງກັນ, ຕ້ານພະຍາດໂຄວິດ-19, ທະຫານຊາຍແດນ ຫວຽດນາມ ໄດ້ໜູນຊ່ວຍ, ມອບໃຫ້ກໍາລັງປ້ອງກັນຊາຍແດນ, ຄຸ້ມຄອງດ່ານສາກົນຂອງກໍາປູເຈຍ ອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ - 19 ທີ່ມີມູນຄ່າປະມານ 3,3 ຕື້ດົ່ງ.

ຫວຽດນາມ ກ າປ ເຈຍ ການພ ວພ ນຮ ວມມ ດ ານປ ອງກ ນຊາດຍ ງໄດ ຮ ບການຮ ກສາເປ ນປ ກກະຕ ແລະບ ນລ ໝາກຜ ນທ ຕ ງໜ າ ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມເກືອບ 360 ຄົນ ມາຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນເວລາ 2 ວັນຂອງວັນທີ 21-22 ທັນວາ, ບັນດາອົງການຕາງໜ້າຫວຽດນາມ, ອົງການຕົວແທນຫວຽດນາມຢູ່ສະຫະລັດອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງເກືອບ 360 ຄົນຫວຽດນາມ ໄດ້ກັບຄືນປະເທດຫວຽດນາມຢ່າງປອດໄພ.

ຫວຽດນາມ ກ າປ ເຈຍ ການພ ວພ ນຮ ວມມ ດ ານປ ອງກ ນຊາດຍ ງໄດ ຮ ບການຮ ກສາເປ ນປ ກກະຕ ແລະບ ນລ ໝາກຜ ນທ ຕ ງໜ າ VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ຍສໝ - ໃນວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີຮັບຮູ້ການປະກອບສ່ວນ ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2020. ໃນພິທີຮັບຮູ້ດັ່ງກ່າວນີ້ , VUFO ໄດ້ມອບໃບປະກາດຍ້ອງຍໍໃຫ້ແກ່ 50 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສຳລັບການປະກອບສ່ວນຢ່າງຕັ້ງໜາ້ຂອງພວກເຂົາໃນປີ 2020.

ຫວຽດນາມ ກ າປ ເຈຍ ການພ ວພ ນຮ ວມມ ດ ານປ ອງກ ນຊາດຍ ງໄດ ຮ ບການຮ ກສາເປ ນປ ກກະຕ ແລະບ ນລ ໝາກຜ ນທ ຕ ງໜ າ ຫວຽດນາມຈັດຕັ້ງລາຍການພົບປະແລກປ່ຽນນັກທູດໜຸ່ມ ອາຊຽນ 2020

ຍສໝ - ເຂົ້າຮ່ວມລາຍການມີບັນດານັກການທູດໜຸ່ມ, ບັນດາພະນັກງານສະຖານທູດ ອາຊຽນປະຈຳຫວຽດນາມ ດ້ວຍເປົ້າໝາຍຢາກ ເຫັນບັນດາກຸ່ມເປົ້າໝາຍຊາວໜຸ່ມເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມື ຊາວໜຸ່ມອາຊຽນເປັນຫຼາຍຮູບແບບ, ເປີດກ້ວາງເຄືອຂ່າຍລະຫວ່າງບັນດານັກການທູດໜຸ່ມອາຊຽນຢູ່ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.