ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານການທະຫານ

01:54 | 31/10/2023

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານການທະຫານ

ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ ກົມໃຫຍ່ຕຳຫຼວດລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະງົບ
ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ

ຕອນບ່າຍວັນທີ 28 ຕຸລາ, ຢູ່ກອງບັນຊາການທະຫານແຂວງອັດຕະປື, ຄະນະປະຕິບັດງານກອງບັນຊາການທະຫານແຂວງບິ່ງດິ້ງ ນຳໂດຍສະຫາຍ ພັນເອກພິເສດ ຫງວຽນມິງຮ໊ຽນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບິ່ງດິ້ງ ໄດ້ມີການຢ້ຽມຢາມ, ເຮັດວຽກ ແລະມອບທຶນຊ່ວຍເຫຼືອການກໍ່ສ້າງໂຄງການມິດຕະພາບ 2023 ໃຫ້ແກ່ກອງບັນຊາການທະຫານ ແຂວງອັດຕະປື.

ທີ່ການພົບປະ, ການນຳກອງບັນຊາການທະຫານແຂວງບິ່ງດິ້ງ ແລະແຂວງອັດຕະປື ຢືນຢັນວ່າ ສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງແຂວງບິ່ງດິ້ງ ແລະແຂວງອັດຕະປື ນັບມື້ນັບພັດທະນາຢ່າງໝັ້ນຄົງ ແລະເຂົ້າສູ່ລວງເລິກ. ກອງບັນຊາການທະຫານແຂວງ ບິ່ງດິ້ງ ແລະແຂວງອັດຕະປື ໄດ້ປະຕິບັດບັນດາເນື້ອໃນຕາມໂຄງການຮ່ວມມືທີ່ໄດ້ລົງນາມເປັນຢ່າງດີ, ສອງຝ່າຍໄດ້ມີການພົບປະ, ຢ້ຽມຢາມຖາມຂ່າວ, ແລກປ່ຽນ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນໜ້າທີ່ວຽກງານທຸກດ້ານເປັນປະຈໍາ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງກຳລັງປະກອບອາວຸດສອງແຂວງ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານການທະຫານ

ສະຫາຍພົນຈັດຕະວາ ໂຊກໄຊ ພິມມະລາ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ອັດຕະປື ມອບຊໍ່ດອກໄມ້ຊົມເຊີຍກອງບັນຊາການທະຫານແຂວງບິ່ງດິ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. ພາບ: binhdinh.gov.vn

ທີ່ການເຮັດວຽກ, ສະຫາຍພັນເອກພິເສດ ຫງວຽນມິງຮ໊ຽນ ໄດ້ມອບເງິນ 1.250 ຕື້ດົ່ງ, ຄອມພິວເຕີ 8 ຊຸດ ແລະເຄື່ອງພິມ ໃຫ້ແກ່ກອງບັນຊາການທະຫານແຂວງອັດຕະປື ເພື່ອສືບຕໍ່ປັບປຸງ ແລະກໍ່ສ້າງຫ້ອງການເຮັດວຽກໃຫ້ຄູອາຈານຂອງໂຮງຮຽນການທະຫານແຂວງອັດຕະປື. ຜ່ານນັ້ນ, ປະກອບສ່ວນປັບປຸງນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນ, ເພີ່ມທະວີການຮ່ວມມື ເພື່ອກໍ່ສ້າງກຳລັງປະກອບອາວຸດຂອງສອງແຂວງ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປະຕິບັດສໍາເລັດທຸກໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍໃຫ້ສຳເລັດ.

ຕາງໜ້າກອງບັນຊາການທະຫານແຂວງອັດຕະປື, ສະຫາຍພົນຈັດຕະວາ ໂຊກໄຊ ພິມມະລາ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ອັດຕະປື ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ກອງບັນຊາການທະຫານແຂວງບິ່ງດິ້ງ ທີ່ໃຫ້ການຊ່ວຍເຫຼືອດ້ານຄ່າໃຊ້ຈ່າຍ, ວັດຖຸອຸປະກອນໃຫ້ແກ່ກອງບັນຊາການທະຫານແຂວງອັດຕະປື ເພື່ອປັບປຸງ, ກໍ່ສ້າງພື້ນຖານໂຄງລ່າງ, ປະກອບວັດຖຸອຸປະກອນທີ່ຈຳເປັນ ໃນການດຳລົງຊີວິດປະຈຳວັນ ເພື່ອແນໃສ່ຮັບປະກັນໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງອັດຕະປື ມີສະພາບແວດລ້ອມຮໍ່າຮຽນ, ດຳເນີນຊີວິດ ແລະເຮັດວຽກຢ່າງສະດວກ.

ບູນມີ

ເຫດການ
302 Found

Found

The document has moved here.