ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ

11:09 | 21/08/2022

ຍສໝ - ຫວ່າງແລ້ວນີ້, ທີ່ກະຊວງສາທາລະນະສຸກ ຫວຽດນາມ, ທ່ານນາງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ໄດ້ຕ້ອນຮັບທ່ານ Park Noh Wan, ເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ຫວຽດນາມ ແລະ ທ່ານ Yamada Takio, ເອກອັກຄະລັດຖະທູດ ຍີ່ປຸ່ນ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA).

ປະທານປະເທດ ຕ້ອນຮັບອະດີດເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ ປະທານປະເທດ ຕ້ອນຮັບອະດີດເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ
ຫ້ອງການ EPS ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ແຮງານຫວຽດນາມ ຢູ່ ສ.ເກົາຫຼີ ຫ້ອງການ EPS ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ແຮງານຫວຽດນາມ ຢູ່ ສ.ເກົາຫຼີ
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ

ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ. ພາບ: vovworld.vn

ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ Park Noh Wan, ທ່ານນາງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ໄດ້​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ ສ.​ເກົາຫຼີ ທີ່​ໄດ້​ໜູນ​ຊ່ວຍ ຫວຽດນາມ ​ໃນ “​ການ​ປ້ອງ​ກັນ​ພະຍາດ COVID-19”. ກະຊວງ​ສາທາລະນະ​ສຸກ​ຫວັງ​ວ່າ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ​ສ.​ເກົາຫຼີ ​ໃນ​ການ​ປ້ອງ​ກັນ​ພະຍາດ​ເວົ້າລວມ ​ແລະ ສະກັດ​ກັ້ນ​ພະຍາດ​ໂຄ​ວິດ-19 ​ເວົ້າ​ສະ​ເພາະ; ຂອບ​ໃຈ​ຝ່າຍ ສ.​ເກົາຫຼີ ທີ່​ໄດ້​ໜູນ​ຊ່ວຍ​ກະຊວງ​ສາທາລະນະ​ສຸກ ​ແລະ ທ້ອງ​ຖິ່ນ​ໃນ​ການ​ຍົກ​ສູງ​ກຳລັງຄວາມ​ສາມາດ​ຂອງ​ລະບົບ​ສາທາລະນະ​ສຸກ​ຮາກ​ຖານ, ໜູນ​ຊ່ວຍ​ການ​ຄົ້ນຄວ້າ​ວິທະຍາສາດ, ບຳລຸງ​ສ້າງ ​ເພື່ອ​ຍົກ​ສູງກຳລັງ​ຄວາມ​ສາມາດ​ຄຸ້ມ​ຄອງ​ພະນັກງານ​ສາທາລະນະ​ສຸກ...

​ເນື່ອງ​ໃນ​ໂອກາດ​ນີ້, ໂດຍຜ່ານ​ທ່ານ​ເອກ​ອັກຄະ​ລັດຖະທູດ, ກະຊວງ​ສາທາລະນະ​ສຸກ ຮຽກຮ້ອງ ສ.​ເກົາຫຼີ ລົງທຶນ​ຢ່າງ​ແຮງ​ເຂົ້າ​ຫວຽດນາມ ​ໃນ​ຂົງ​ເຂດ​ການ​ຢາ, ອຸປະກອນ​ການ​ແພດ, ກໍ່ສ້າງ​ສະຖານ​ທີ່​ກວດ​ພະຍາດ, ປິ່ນປົວ​ພະຍາດ; ​ແບ່ງປັນ​ປະສົບ​ການ ​ແລະ ໜູນ​ຊ່ວຍ​ດ້ານ​ວິຊາ​ການ​ໃຫ້​ແກ່​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່ ສ.​ເກົາຫຼີ ມີ​ທ່າແຮງ ​ເຊັ່ນ: ການ​ຄຸ້ມ​ຄອງ​ໂຮງໝໍ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ປະກັນ​ສຸຂະພາບ, ການ​ແພດ​ພື້ນ​ເມືອງ, ການກວດ​ພະຍາດ​ມະ​ເຮັງ, ກວດ​ພະຍາດ, ປິ່ນປົວ​ພະຍາດ, ຜ່າ​ຕັດສັນຍະກຳ, ທັນຕະແພດ... , ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ ດ້ວຍ​ບັນ​ດາ​ໂຄງ​ການ​ຝຶກ​ອົບ​ຮົມ ເພື່ອເພີ່ມທະວີກຳລັງ​ຄວາມ​ສາ​ມາດ​ຂອງ​ຜູ້​ຄຸ້ມ​ຄອງ, ພະ​ນັກ​ງານ​ແພດ.

ທີ່ການຕ້ອນຮັບທ່ານ Yamada Takio, ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ​ແລະ ຜູ້ຕາງໜ້າອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA), ທ່ານນາງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ່​ສົມທົບ ​ແລະ ໜູນ​ຊ່ວຍ​ຂະ​ແໜງ​ສາທາລະນະ​ສຸກ​ໃນ​ການ​ສະໜອງ​ຢາ​ວັກ​ຊີນ, ອຸປະກອນ​ການ​ແພດ ແລະ ສ້າງເປັນຫຼາຍໂຄງການລະອຽດໃນຂົງເຂດສາທາລະນະສຸກສຳຮອງ.

ທ່ານນາງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ສາທາລະນະ​ສຸກ​ຈະ​ສົ່ງ​ຄະນະ​ຜູ້​ແທນ​ໄປ​ຍີ່ປຸ່ນ ​ເພື່ອ​ຮຽນ​ຮູ້​ປະສົບ​ການ​ໃນ​ການ​ສ້າງ​ນະ​ໂຍບາຍ​ກ່ຽວ​ກັບ​ອຸປະກອນ​ການ​ແພດ. ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ມີ​ຄະນະ​ຜູ້​ຊ່ຽວຊານ​ຫວຽດນາມ ໄປ ຍີ່ປຸ່ນ ຫຼາຍ​ຄະນະ ​ເພື່ອ​ຮຽນ​ຮູ້​ປະສົບ​ການ ​ແລະ ຫວຽດນາມ ຈະ​ຕ້ອນຮັບ​ຄະນະ​ຜູ້​ແທນ​ບັນດາ​ນັກ​ຊ່ຽວຊານ ຍີ່ປຸ່ນ ມາເຮັດ​ວຽກ ຢູ່ ຫວຽດນາມ ​, ​ແບ່ງປັນ​ປະສົບ​ການ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ຫວຽດນາມ ​ໂດຍ​ສະ​ເພາະ​ແມ່ນ​ໃນບັນດາ​ຂົງ​ເຂດ​ວິຊາ​ສະ​ເພາະທີ່ຕ້ອງການຄວາມຊໍານານດ້ານວິຊາການສູງ.

ໄຊພອນ

ເຫດການ
302 Found

Found

The document has moved here.