ດານັ້ງ ນອນໃນລາຍຊື່ສະໜາມບິນ 10 ແຫ່ງ ທີ່ປັບປຸງດີທີ່ສຸດໃນໂລກ | |
ງານຕະຫຼາດນັດທ່ອງທ່ຽວອອນລາຍ Danang FantastiCity 2022 ໂຄສະນາສົ່ງເສີມແຫຼ່ງທ່ອງທ່ຽວຢູ່ດານັງ ແລະ ພາກກາງ. |
ຮອຍອັນ ປະເທດຫວຽດນາມ(Hoi An, Vietnam) ເປັນເມືອງ ນ້ອຍໆ ທີ່ເຕັມໄປດ້ວຍສະເໜ່ຂອງຫວຽດນາມ ຖ້າຍ່າງຫລິ້ນໃນເມືອງ ຈະພົບກັບວັດເກົ່າແກ່ ບ້ານແບບບູຮານ ແລະ ບັນຍາກາດຄ້າຍຄືກັບ ໄປໃນອະດິດຮອຍອັນຈຶ່ງຖືກເລືອກ ໃຫ້ເປັນໜຶ່ງໃນເມືອງມໍລະດົກໂລກ ໂດຍ UNESCO ແລະ ເມື່ອທ່ານ ມາຮອຍອັນສິ່ງທີ່ຂາດບໍ່ໄດ້ຄືອາຫານພື້ນເມືອງຂອງຫວຽດນາມ ທີ່ມີໃຫ້ເລືອກຫລາຍຢ່າງ.
![]() |
ສະຖານທີ່ແນະນຳທີ່ທ່ານຄວນໄປປະກອບມີ: ສະມາຄົມຟຸກກຽນ (Phouc Kien Assembly Hall) ແມ່ນ ສູນກາງຂອງການທ່ອງທ່ຽວຊົມເມືອງບູຮານຮອຍອັນ ເປັນສະມາຄົມຂອງຊາວຈີນທີ່ໃຫຍ່ ແລະ ເກົ່າ ແກ່ທີ່ສຸດໃນຮອຍອັນ; ສະພານຍ່ີ ປຸ່ນ (Japanese Covered Bridge) ໜຶ່ງໃນສັນຍະລັກຂອງ ຮອຍອັນ ກໍ່ສ້າງໂດຍຊາວຊຸມຊົນ ຊາວຢີ່ປຸ່ນເມື່ອ 400 ກວ່າປີກ່ອນ; ແມ່ນໍ້າໂບນ (Thu Bon River) ເປັນແມ່ນໍ້າສາຍສຳຄັນຂອງເມືອງ ຮອຍອັນ ປັດຈຸບັນສອງຝັ່ງຂອງ ແມ່ນໍ້າ ເປັນທີ່ຕັ້ງຂອງຮ້ານອາ ຫານບາກາເຟ ແລະ ຮ້ານຄ້າຕ່າງໆ
![]() |
ເປັນຈຸດທີ່ນັກທ່ອງທ່ຽວນິຍົມກັນຫລາຍ; ຫາດເກົາໄດ໋ (Cao Dai Beach) ອອກຈາກເຂດເມືອງເກົ່າໄປບໍ່ໄກຈະພົບເຫັນຊາຍຫາດງາມໆ ບັນຍາກາດສະຫງົບບໍລິເວນ ຊາຍຫາດຍັງມີຮ້ານອາຫານທີ່ແຊບຫລາຍຮ້ານຄອຍຕ້ອນຮັບນັກທ່ອງທ່ຽວ. ການໄປທ່ຽວເມືອງຮອຍອັນຕ້ອງໄປປະມານ ເດືອນພະຈິກ- ເດືອນມີຖຸນາ ແຕ່ອາກາດຂ້ອນຂ້າງ ຮ້ອນໜ້ອຍໜຶ່ງ.
ຄຳຮຸ່ງ