ອັນ​ໃດແມ່ນກຳລັງໜູນທີ່​​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸໄດ້ 8%?

21:45 | 14/04/2025

ຍສໝ - ທ່ານ Michael Kokalari, ຜູ້ອຳນວຍການຫ້ອງວ່າການ​ວິ​ເຄາະ​ເສດຖະກິດ​ມະຫາພາກ ແລະ ຄົ້ນຄ້ວາທ້ອງຕະຫຼາດ​ VinaCapital ໃຫ້​ຮູ້​ວ່າ ການ​ລົງທຶນສ່ວນລັດ ຈະ​ແມ່ນກຳລັງຜັກດັນສຳຄັນ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ບັນລຸເປົ້າໝາຍ​ເຕີບ​ໂຕ GDP 8% ​ໃນ​ປີ 2025, ຖ້າ​ສະສາງເງິນ​ຕາມ​ກຳນົດ​ເວລາ ​ແລະ ມີ​ປະສິດທິ​ຜົນ.

ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ ​ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກສາ​ລາວ ອຸ່ນອ່ຽງໃຈຮຳ​ຮຽນ
ສ້າງ​ບາດ​ກ້າວ​ ເພື່ອຊ່ວຍຍົກສູງວຽກງານເບິ່ງແຍງດູແລ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່ທົ່ວ​ປະ​ຊາ​ຊົນ

​ໃນ​ບົດ​ລາຍ​ງານໃໝ່​ຂອງ VinaCapital ​ເມື່ອ​ບໍ່​ດົນ​ມາ​ນີ້, ສະພາ​ແຫ່ງ​ຊາດ​ຫວຽດນາມ ຫາກໍໄດ້​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ແຜນການ​ເພີ່ມ​ການ​ລົງທຶນສ່ວຍລັດໃນ​ປີ 2025 ຈາກ 6% ຂອງ GDP ຂຶ້ນ​ເປັນ 7% GDP; ພ້ອມ​ທັງ ຍັກເປົ້າໝາຍ​ເຕີບ​ໂຕ GDP ປີ 2025 ​ໄດ້​ຍົກ​ຂຶ້ນ​ເຖິງ 8%. ສະ​ນັ້ນ, ​ການ​ເພີ່ມ​ຈັບຈ່າຍ 1% ຂອງ GDP ເຂົ້າ​ໃນ​ບັນດາ​ພື້ນຖານ​ໂຄງລ່າງ ຄາດ​ວ່າ ຈະ​ຊ່ວຍ​ໃຫ້ ຫວຽດນາມ ບັນລຸ​ເປົ້າໝາຍ​ເຕີບ​ໂຕ GDP ​ໃໝ່, ພ້ອມ​ທັງ​ໜູນ​ຊ່ວຍ​ບັນດາ​ແງ່​ຫວັງ​ເຕີບ​ໂຕ​ໃນ​ໄລຍະ​ຍາວ ​ແລະ ດຶງ​ດູດ FDI ​ເຂົ້າ​ຫວຽດນາມ.

ລະອຽດ, ແຜນການລົງທຶນພາກລັດຂອງຫວຽດນາມ ໃນປີນີ້ ຈະເພີ່ມຂຶ້ນເປັນ 36 ຕື້ USD (ທຽບກັບ 31 ຕື້ USD ທີ່ໄດ້ອະນຸມັດໃນທ້າຍປີຜ່ານມາ) ແລະ ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ປີ 2024. ນີ້ຄາດວ່າຈະຊົດເຊີຍຄວາມເສຍປຽບທີ່ອາດຈະສົ່ງຜົນກະທົບຕໍ່ການເຕີບໂຕຂອງ GDP ໃນປີນີ້, ເມື່ອການເຕີບໂຕຂອງການສົ່ງອອກໄປອາເມລິກາຄາດວ່າຈະຊ້າລົງຫຼັງຈາກເພີ່ມຂຶ້ນທີ່ຫນ້າປະທັບໃຈ 23% ໃນ 2024.

ອັນ​ໃດແມ່ນກຳລັງໜູນທີ່​​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸໄດ້ 8%?

ທ່ານ Michael Kokalari, ຜູ້ອຳນວຍການຫ້ອງວ່າການ​ວິ​ເຄາະ​ເສດຖະກິດ​ມະຫາພາກ ແລະ ຄົ້ນຄ້ວາທ້ອງຕະຫຼາດ (VinaCapital). (ພາບ: ໜັງສືພິມ ການລົງທຶນ)

ນອກ​ນີ້, ບາງ​ການ​ເຄື່ອນ​ໄຫວ​ຫຼ້າ​ສຸດ​ຂອງ​ລັດຖະບານ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ຕົນ​ໃນ​ການ​ເບີກ​ຈ່າຍ​ເງິນ​ລົງທຶນ​ສ່ວນລັດ​ໃນ​ປີ​ນີ້, ​ເຊັ່ນ: ການ​ລິ​ເລີ່​ມ, ອະນຸມັດແຜນການນະ​ໂຍບາຍ​ການ​ລົງທຶນ​ຂອງ​ຫຼາຍ​ໂຄງການ​ຂະໜາດ​ໃຫຍ່; ແລ່ນລົດໄຟ metro ສາຍທຳອິດຢູ່ນະຄອນ ໂຮ່ຈີມິນ ໃນເດືອນທັນວາ 2024; ປະກາດ​ໃຊ້​ກົດໝາຍ​ທີ່​ກ່ຽວຂ້ອງ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ເລັ່ງລັດ​ຂະ​ບວນການ​ອະນຸມັດ​ໂຄງການ, ​ເຮັດ​ໃຫ້​ການ​ຈັດ​ສັນ​ການ​ລົງທຶນ​ງ່າຍ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ​ໃຫ້​ຫຼາຍ​ຂຶ້ນ​ໃນ​ໂຄງການ​ພື້ນຖານ​ໂຄງ​ລ່າງ...

ທີ່ກ່ຽວກັບທ່າແຮ່ງບົ່ມຊ້ອນປີການເງິນ, ທ່ານ Michael Kokalari - ຜູ້ອຳນວຍການຫ້ອງວ່າການ​ວິ​ເຄາະ​ເສດຖະກິດ​ມະຫາພາກ ແລະ ຄົ້ນຄ້ວາທ້ອງຕະຫຼາດ​ VinaCapital ໃຫ້ຮູ້ວ່າ ຫວຽດນາມ ມີແຫຼ່ງຊັບພະຍາກອນອຸດົມສົມບູນເພື່ອເພີ່ມທະວີການລົງທືນຂອງລັດ, ໃນນັ້ນໜີ້ສິນຂອງລັດຖະບານຕ່ຳກວ່າ 40% GDP ແລະ ງົບປະມານບໍ່ທັນໄດ້ຈ່າຍຄາດຄະເນເຖິງ 40 ຕື້ USD.

ອຸປະສັກຕົ້ນຕໍໃນການຊຸກຍູ້ການເບີກຈ່າຍການລົງທຶນຂອງລັດແມ່ນຄວາມຫຍຸ້ງຍາກໃນກົນໄກນະໂຍບາຍໃນຂະບວນການອະນຸມັດແລະພັດທະນາໂຄງການຂະຫນາດໃຫຍ່. ດັ່ງນັ້ນ, ການຜ່ານກົດໝາຍຈະຊ່ວຍເລັ່ງຄວາມຄືບໜ້າ ແລະ ຮັບປະກັນການເບີກຈ່າຍເງິນເດືອນໃຫ້ບັນລຸເປົ້າໝາຍ.

ຕາມທ່ານ Kokalari ແລ້ວ, ເຖິງວ່າ ຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍໃນການເຕີບໂຕການສົ່ງອອກ, ພິເສດແມ່ນຕະຫຼາດ ອາເມລິກາ, ແຕ່ການເພີ່ມການລົງທຶນຂອງລັດ 40% ຈະປະກອບສ່ວນປະມານ 2% ໃຫ້ແກ່ຄາດໝາຍເຕີບໂຕ GDP 8% ໃນປີ 2025. ການລົງທຶນສາທາລະນະຈະເປັນປັດໃຈສຳຄັນຊ່ວຍໃຫ້ ຫວຽດນາມ ຮັກສາການເຕີບໂຕຢ່າງແຂງແຮງໃນສະພາບການໂລກປະສົບກັບຄວາມຫຍຸ້ງຍາກ.

ນອກຈາກນັ້ນ, ທ່ານ Michael Kokalari ຍັງຄາດຄະເນວ່າ ໃນປີ 2025, ອາລົມຈິດຂອງນັກລົງທຶນຕ່າງປະເທດຈະດີຂຶ້ນເມື່ອທຽບໃສ່ປີ 2024, ຄາດວ່າ ກະແສເງິນລົງທຶນ FDI ຈະສືບຕໍ່ໄຫຼເຂົ້າຫວຽດນາມ. ນະ​ໂຍບາຍ​ເສດຖະກິດ​ໝັ້ນຄົງ, ຄຽງ​ຄູ່​ກັບ​ຫວຽດນາມ ບັນລຸ​ມາດຖານ​ສາກົນ​ເກືອບ​ທັງ​ໝົດ​ເພື່ອ​ຍົກ​ລະດັບ​ເຂົ້າ​ສູ່​ສະພາບ​ຕະຫຼາດ​ທີ່​ພົ້ນ​ເດັ່ນ, ຄາດ​ວ່າ​ຈະ​ດຶງ​ດູດ​ແຫຼ່ງທຶນ​ລົງທຶນ​ຈາກ​ຕະຫຼາດ​ສາກົນ​ໃຫ້​ຫຼາຍ​ກວ່າ​ອີກ. ທ່ານ​ກໍ່​ໃຫ້​ຮູ້​ວ່າ: ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ​ເຮັດ​ໃຫ້​ລະບຽບ​ການ​ເປັນ​ງ່າຍດາຍ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

ຍສໝ - ທະນາຄານ Maybank ໃຫ້ຮູ້ວ່າ: ປະເທດສະມາຊິກອາຊຽນ 6 ປະເທດ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ຄາດຄະເນວ່າ ຈະບັນລຸ 4,5 – 4,7% ໃນ ປີ 2024 ແລະ ...

ທ່ານ​ເອກ​ອັກຄະ​ລັດຖະທູດແອັດສະປາຍ ປະຈຳ ຫວຽດນາມ: ການ​ຮຽນ​ພາສາ​ຊ່ວຍ​ໃຫ້​ນັກ​ສຶກສາ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ສະດວກ

ທ່ານ​ເອກ​ອັກຄະ​ລັດຖະທູດແອັດສະປາຍ ປະຈຳ ຫວຽດນາມ: ການ​ຮຽນ​ພາສາ​ຊ່ວຍ​ໃຫ້​ນັກ​ສຶກສາ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ສະດວກ

ຍສໝ - ວັນທີ 11 ຕຸລາ, ທ່ານນາງ Carmen Cano De Lasala, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ແອັດສະປາຍ ໄດ້ມີການເຮັດວຽກກັບມະຫາວິທະຍາໄລເສດຖະກິດ - ການເງິນ ນະຄອນໂຮ່ຈີມິນ (UEF) ແລະ ພົບປະກັບນັກສຶກສາ ເນື່ອງໃນໂອກາດທີ່ໂຮງຮຽນເປີດຕົວສູນເຫດການແອັດສະປາຍ ຢ່າງເປັນທາງການ

ມີງດຶກ

ເຫດການ