ຫວຽດນາມ ຊ່ວຍປະເທດລາວ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

10:29 | 20/09/2023

ຫວຽດນາມ ຊ່ວຍປະເທດລາວ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ເທື່ອທຽນເຫ້ວ ສືບຕໍ່ໜູນຊ່ວຍ ແຂວງເຊກອງ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ເທື່ອທຽນເຫ້ວ ສືບຕໍ່ໜູນຊ່ວຍ ແຂວງເຊກອງ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ
ລາຍການວັດທະນະທຳ ຕ້ອນຮັບຄະນະຜູ້ແທນລາວ ນໍາສົ່ງນັກຮຽນ ມາເຂົ້າສຶກສາຮໍ່າຮຽນຢູ່ ເຊີນລາ.
ລາຍການສະແດງສິລະປະຂ່ຳນັບຮັບຕ້ອນຄະນະປະຕິບັດງານລາວ ພານັກສຶກສາລາວ ມາເຂົ້າສຶກສາຮໍ່າຮຽນຢູ່ ເຊີນລາ.

ໝາກຜົນໃນການກໍ່ສ້າງຊັບພະຍາກອນມະນຸດໃຫ້ປະເທດລາວ

ໃນເຟສບຸ໊ກສ່ວນຕົວ, ອາຈານ ຈິງ ທິ ລານ ໄດ້ໂພສໃນສະຖານະດີໃຈ ເມື່ອໄດ້ຮັບຈົດໝາຍ ແລະ ຂອງຂັວນເຊິ່ງແມ່ນຊຸດລາວທີ່ເປັນເອກະລັກຂອງລາວ ຈາກນັກສຶກສາລາວ.

ນັ້ນແມ່ນ​ຈົດໝາຍ​ທີ່​ຂຽນ​ເປັນ​ພາສາ​ຫວຽດນາມ ຢ່າງ​ຄ່ອງ​ແຄ້ວ ​ແລະ ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ນ້ອງ ດາວອນ ກົງວົນ ເຊິ່ງເປັນນັກ​ສຶກສາ​​ລາວ ທີ່​ຮຽນ​ຈົບຊັ້ນກາງ ຈາກໂຮງຮຽນ​ແພດສາດ ທີ່​ແຂວງ ລ່າຍ​ເຈົ່າ.

ປະຈຸບັນນ້ອງກໍາລັງເຮັດວຽກຢູ່ໂຮງໝໍຂອງແຂວງອຸດົມໄຊ (ພາກເໜືອຂອງລາວ). ອາດ​ເວົ້າ​ໄດ້​ວ່າ ການ​ກະທຳ​ທີ່ງົດ​ງາມ​ຄື​ແນວ​ນີ້ຂອງ​ນັກ​ສຶກສາ​ລາວ ທີ່ມີ​ຕໍ່ກັບ​ຄູ​ອາ​ຈານ, ໝູ່​ເພື່ອນ ​ແລະ ປະຊາຊົນຫວຽດນາມ ​ແມ່ນ​ຍັງມີຫຼາຍຢູ່. ນັ້ນ​ແມ່ນບັນດາ​ຄວາມ​ຮູ້​ສຶກ​ທີ່ດີ​ທີ່​ຍັງ​ຝັງໃຈທີ່ມີມາ​ແຕ່​ດົນ​ນານ ​ໃນ​ໄລຍະທີ່​ພວກນ້ອງໆ​ໄດ້​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ.

ພາກເໜືອຂອງລາວ ປະກອບມີ 8 ແຂວງຄື: ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ບໍ່ແກ້ວ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ. ຢູ່​ບັນດາ​ແຂວງ​ພາກ​​ເໜືອ​ຂອງ​ຫວຽດນາມ, ​ແຕ່ລະ​ແຂວງ​ກໍ່ລ້ວນແຕ່​ມີ​ໂຄງການ​ຮ່ວມ​ມື ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ໃຫ້​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ.

ພິທີມອບໃບປະກາສະນິຍະບັດ ໃຫ້ນັກສຶກສາລາວ ວິທະຍາໄລ ຊຸມຊົນລ່າຍເຈົ້າ.
ພິທີມອບໃບປະກາສະນິຍະບັດໃຫ້ນັກສຶກສາລາວ ທີ່ວິທະຍາໄລຊຸມຊົນລ່າຍເຈົ້າ.

ສຳລັບແຂວງ ລ່າຍເຈົ່າ, ເຖິງວ່າຈະບໍ່ມີຊາຍແດນຕິດຈອດກັບລາວກໍ່ຕາມ, ແຕ່ສັນຍາ ແລະ ບົດບັນທຶກການຮ່ວມມື ຫວຽດນາມ - ລາວ ແລະ ບັນດາແຂວງພາກເໜືອຂອງລາວ ຈຳນວນໜຶ່ງ ກໍ່ໄດ້ລົງນາມ ແລະ ປະຕິບັດດ້ວຍຄວາມເອົາໃຈໃສ່, ສ້າງຄວາມສາມັກຄີພິເສດ ແລະ ສະໜິດສະໜົມ. ນັບແຕ່ປີ 2014 ເປັນຕົ້ນມາ, ລ່າຍເຈົ່າ ປະຕິບັດການສ້າງຊັບພະຍາກອນມະນຸດໃຫ້ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ດ້ວຍຈຳນວນນັກຮຽນທັງໝົດ 90 ນ້ອງ. ສາຂາວິຊາແມ່ນແພດກາງ ແລະ ຊັ້ນສູງອະນຸບານ.

ສອງ​ແຂວງ ລາວ​ກາຍ ແລະ ອ່ຽນ​ບ້າຍ ພວມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ ການຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ລາວ. ​ໃນ 17 ປີ​ທີ່​ຜ່ານ​ມາ, ນັກ​ສຶກສາ​ລາວ 400 ກວ່າ​ຄົນ, ພາຍຫຼັງ​ທີ່ຮຽນ​ຈົບກຽມ​ພາສາ​ຫວຽດ​ຢູ່ ແຂວງອ່ຽນບ້າຍ ກໍ່​ໄດ້​ສືບ​ຕໍ່​ໄປ​ຮຽນ​ຢູ່​ບັນດາ​ວິທະຍາ​ໄລໃນ​ແຂວງ ຫຼື ມະຫາວິທະຍາ​ໄລໃນ​ທົ່ວ​ປະ​ເທດ. ປີ 2022, ອ່ຽນ​ບ້າຍ​ ໄດ້​ກໍ່ສ້າງນັກ​ສຶກ​ສາ​ສາ​ກົນ 70 ນ້ອງ ​ທີ່​ມາ​ຈາກ​ແຂວງໄຊຍະບູລີ, ນະຄອນ​ຫຼວງ​ວຽງ​ຈັນ ​ເຊິ່ງແມ່ນ​ຂະ​ແໜງ​ການ​ແພດ, ພະຍາບານ, ສິລະ​ປະວັດທະນະທຳ ​ແລະ ການທ່ອງ​ທ່ຽວ... ​ແຂວງ​ລາວ​ກາຍ ກໍ່​ໄດ້​ສຳ​ເລັດ​ການກໍ່ສ້າງ​ໃຫ້​ບັນດາ​ນັກ​ສຶກສາ​ແຂວງ ບໍ່ແກ້ວ ທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ ທ້າຍຫງວຽນ ສາຂາລາວກາຍ ​ນັບແຕ່ປີ 2018.

ອີກ​ແຂວງ​ໜຶ່ງ​ຂອງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດ​ນາມ ແມ່ນແຂວງ ຮວ່າ​ບິງ ກໍ່​ພວມ​ກໍ່ສ້າງ​ນັກ​ສຶກ​ສາ​ສາ​ກົນ​ຫຼາຍ​ຄົນ​ທີ່ມາຈາກ​ແຂວງ ຫົວ​ພັນ. ​ໃນ​ນັ້ນ, ສາຂາວິຊາ​ທີ່ນ້ອງໆ​ມັກ​ແມ່ນ​ວິຊາ​ເຕັກ​ໂນ​ໂລ​ຊີ​ລົດຍົນ ​ແລະ ການບໍລິຫານ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ ​ຢູ່​ວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ ຮວ່າ​ບິ່ງ ​ແລະ ສາຂາ​ວິຊາ​ເສດຖະກິດ​ເຕັກນິກ ​ຈຳນວນໜຶ່ງ​ຢູ່​ວິທະຍາ​ໄລ​ເສດຖະກິດ - ​ເຕັກ​ນິກ​ ຮວ່າ​ບິ່ງ.

ຈັດງານບຸນປະເພນີບຸນປີໃໝ່ລາວ ໃຫ້ແກ່ນັກສຶກສາລາວ ທີ່ສູນກາງ ການສຶກສາຕໍ່ເນື່ອງ ແຂວງດ້ຽນບຽນ.
ຈັດງານບຸນປະເພນີບຸນປີໃໝ່ລາວ ໃຫ້ແກ່ນັກສຶກສາລາວ ທີ່ສູນການສຶກສາຕໍ່ເນື່ອງ ແຂວງດ້ຽນບຽນ.

ສ່ວນແຂວງດ້ຽນບຽນ, ບ່ອນທີ່ມີດ່ານຊາຍແດນ ເຕີ່ຍຈ່າງ ຍັງເປັນແຂວງທີ່ມີຊາຍແດນຕິດຈອດກັບບັນດາແຂວງພາກເໜືອຂອງລາວ, ສະນັ້ນ, ນັກຮຽນ ແລະ ພະນັກງານລາວຫຼາຍຄົນ ຈຶ່ງເລືອກເອົາເປັນບ່ອນຮ່ຳຮຽນ. ທ່ານ ຟ້າມວັນເກື່ອງ, ຜູ້ອຳນວຍການສູນການສຶກສາຕໍ່ເນື່ອງແຂວງ ດ້ຽນບຽນ ໃຫ້ຮູ້ວ່າ: ໃນ 20 ປີຜ່ານມາ (ແຕ່ປີ 2003-2023), ດ້ຽນບຽນ ໄດ້ຮັບເອົາ ແລະ ສອນພາສາຫວຽດນາມ ໃຫ້ແກ່ນັກສຶກສາລາວ 17 ລຸ້ນ, ນັກສຶກສາຕ່າງປະເທດທັງໝົດ 1,558 ຄົນ. ​ສະເພາະໃນ​ສົກ​ຮຽນ 2023 ​ທາງສູນກໍ່ພວມສິດສອນ​ພາສາ​ຫວຽດນາມ ​ໃຫ້​ນັກ​ສຶກສາ ​ແລະ ພະນັກງານ​ລາວຈໍານວນ 52 ຄົນ.

ຕາມ​ໂຄງການ​ຮ່ວມ​ມືບຳລຸງສ້າງ​ລະຫວ່າງ​ ແຂວງ ດ້ຽນບຽນ ກັບ 3 ​ແຂວງ​ພາກ​ເໜືອ​ຂອງ​ລາວ (ຫຼວງ​ພະ​ບາງ, ອຸ​ດົມ​ໄຊ, ຜົ້ງ​ສາລີ) ຜ່ານ​ບັນດາໄລຍະ, ​ແຕ່​ປີ 2010 ຮອດ​ປະຈຸ​ບັນ, ດ້ຽນບຽນ​ໄດ້​ກໍ່ສ້າງ​ນັກຮຽນ​ຫຼາຍ​ລະດັບໃຫ້ນັກ​ສຶກສາ​ລາວ​ຄື: ວິຊາຊີບຊັ້ນກາງ, ຊັ້ນສູງ, ບຳລຸງທິດສະດີການເມືອງໄລຍະສັ້ນໃຫ້ພະນັກງານ. ຫຼັງ​ຈາກ​ຮຽນ​ຢູ່​ສູນ​ການ​ສຶກ​ສາ​ຂອງ​ແຂວງ, ນັກ​ສຶກ​ສາ​ສາ​ກົນ​ທີ່​ມີ​ເງື່ອນ​ໄຂ​ດ້ານ​ພາ​ສາ​ຫວຽດ​ ຈະໄດ້​ຍ້າຍ​ໄປ​ເຂົ້າຮຽນ​ຢູ່​ບັນ​ດາ​ວິ​ທະ​ຍາ​ໄລ​ໃນ​ແຂວງ.

ໃນເຂດພາກຕາເວັນຕົກສຽງເໜືອ, ແຂວງເຊີນລາ ເປັນແຂວງດຽວທີ່ມີມະຫາວິທະຍາໄລ ແລະ ມີເງື່ອນໄຂໃນການບຳລຸງສ້າງລະດັບປະລິນຍາຕີ ແລະ ປະລິນຍາໂທ, ສະນັ້ນ ນັກສຶກສາຕ່າງປະເທດ ຈາກພາກເໜືອຂອງລາວ ໄດ້ຖືກສົ່ງໄປສຶກສາຢູ່ ມະຫາວິທະຍາໄລ ໄຕບັກ (ມະຫາວິທະຍາໄລທາງທິດຕາເວັນຕົກສ່ຽງເໜືອ)ຢ່າງຫຼວງຫຼາຍ.

ໂຄງການນອກຫຼັກສູດເພື່ອຍົກສູງຄຸນນະພາບການກໍ່ສ້າງພາສາຫວຽດໃຫ້ນັກສຶກສາລາວ ຢູ່ ເຊີນລາ.
ໂຄງການນອກຫຼັກສູດເພື່ອຍົກສູງຄຸນນະພາບການບຳລຸງສ້າງພາສາຫວຽດໃຫ້ນັກສຶກສາລາວ ຢູ່ ເຊີນລາ.

ທ່ານ ປະລິນຍາເອກ ຫງ້ວຽນ ​ຕ້ຽນ ​ຢຸງ, ຮອງ​ຫົວໜ້າ​ຫ້ອງການວິຊາການ ​ແລະ ຂໍ້ມູນຂ່າວສານ (ມະຫາວິທະຍາ​ໄລ​ ໄຕບັກ) ​ໃຫ້​ຮູ້​ວ່າ: ​ໃນ​ປະມານ 11 ປີ (​ແຕ່​ປີ 2010 – 2021), ມະຫາວິທະຍາ​ໄລ​ໄດ້​ຮັບ​ນັກ​ສຶກສາ​ສາກົນ​ລາວ 853 ຄົນ. ໂດຍສະເພາະໃນປີ 2021, ເນື່ອງຈາກສະຖານະການການລະບາດຂອງ Covid-19, ສະນັ້ນ ໂຮງຮຽນຈະບໍ່ຮັບສະໝັກນັກຮຽນ. ນັບ​ແຕ່​ປີ 2022, ໂຮງ​ຮຽນ​ໄດ້​ຮັບ​ນັກ​ສຶກ​ສາ​ສາ​ກົນ​ຕື່ມ​ອີກ 47 ຄົນ, ຮຽນ​ຢູ່​ຫ້ອງ​ກຽມພາສາ​ຫວຽດ​ນາມ. ມາ​ຮອດ​ທ້າຍ​ປີ 2022, ​ໂຮງຮຽນ​ດັ່ງກ່າວ​ມີ​ນັກ​ສຶກສາ​ຕ່າງປະ​ເທດ 38 ຄົນ​ຮຽນ​ລະດັບ​ປະລິນຍາ​ໂທ ​​​ແລະ ນັກ​ສຶກສາ​ສາກົນ 383 ຄົນ​ຮຽນ​ລະດັບ​ປະລິນຍາ​ຕີ; ມີນັກສຶກສາຕ່າງປະເທດ 157 ຄົນທີ່ຮຽນຈົບ ແລະ ກັບຄືນໄປເຮັດວຽກຢູ່ລາວ.

ຄຽງ​ຄູ່​ກັບ​ມະຫາວິທະຍາ​ໄລ ໄຕບັກ, ໂຮງຮຽນວິທະຍາ​ໄລ 2 ​ແຫ່ງ​ຢູ່ ​ເຊີນ​ລາ ຄື: ວິທະຍາໄລ ​ເຊີນ​ລາ, ວິທະຍາໄລແພດສາດ ເຊີນ​ລາ ​ແລະ ໂຮງຮຽນ​ວັດທະນະທຳ, ສິລະ​ປະ ​ແລະ ທ່ອງ​ທ່ຽວ ຊັ້ນກາງ ​ເຊີນ​ລາ ກໍ່​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ ​ແລະ ບັນລຸ​ປະສິດທິ​ຜົນ​ຫຼາຍ​ຢ່າງ​ໃນ​ການບຳລຸງສ້າງນັກ​ສຶກສາ​​ລາວ.

ເບິ່ງລວມແລ້ວ, ຄໍາສັ່ງເລກທີ 33/ຄສ-ລບ ລົງວັນທີ 5 ພະຈິກ 2014 ຂອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ວ່າດ້ວຍການປັບປຸງຄຸນນະພາບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ ກໍ່ໄດ້ຮັບຄວາມເອົາໃຈໃສ່ໃນການປະຕິບັດຈາກປະຊາຊົນ ແລະ ຫຼາຍພາກສ່ວນທີ່ກ່ຽວຂ້ອງ, ບັນດາ​ຮາກຖານ​ການ​ສຶກສາ​ຢູ່ 6 ​ແຂວງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ. ວຽກງານບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ລາວ ຍາມໃດທ້ອງຖິ່ນກໍ່ຖືວ່າແມ່ນວຽກງານການເມືອງທີ່ສຳຄັນ, ບັນລຸໄດ້ໝາກຜົນຫຼາຍຢ່າງ.

ເອົໃຈໃສ່ດູແລ ແລະ ຊ່ວຍເຫຼືອນັກສຶກສາລາວ ໃຫ້ດີທີ່ສຸດ

​ໃນ​ໄລຍະ​ການ​ບຳລຸງສ້າງ, ນອກຈາກ​ໄດ້​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບໃນການ​ບຳລຸງສ້າງ​ແລ້ວ, ບັນດາ​ແຂວງ ​ແລະ ​ໂຮງຮຽນ ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ສຶກສາ​ລາວ​ ໃນການ​ຮ່ຳຮຽນ ​ແລະ ດຳລົງ​ຊີວິດ.

ນ້ອງ ສີ​ສະ​ວັດ ທິ​ໄລ​ຄຳ, ນັກ​ສຶກ​ສາ​ລາວ​ ທີ່​ແຂວງ ​ລາຍ​ເຈົາ, ໄດ້​ໃຫ້ຮູ້​ວ່າ: ເມື່ອ​ພວກ​ນ້ອງຫາກໍ່ມາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ, ພວກ​ນ້ອງ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ແລະ ສັບ​ສົນ​ຫລາຍ​ຢ່າງ. ຍ້ອນ​ວ່າ​ພວກນ້ອງ ​ບໍ່​ຄ່ອງແຄ້ວ​ພາ​ສາ​ຫວຽດ​ນາມ ຈິ່ງ​ພົວພັນສື່ສານ​ກັບ​ຫມູ່​ເພື່ອນ​ລາວ​ເປັນ​ສ່ວນ​ໃຫຍ່. ​ແຕ່​ຄູ​ອາ​ຈານ​ຂອງ​ພວກນ້ອງກໍ່ໄດ້ເອົາໃຈໃສ່ບຳລຸງສ້າງພາສາ​ຫວຽດນາມ ​ແລະ ທັກສະການດຳລົງຊີວິດ​, ຮັກສາສີສັນ ແລະ ວັດທະນະທຳ​ຂອງ​ເຜົ່າ. ຄຽງ​ຄູ່ກັນ​ນັ້ນ, ພວກ​ນ້ອງກໍ່​ຍັງ​ເຂົ້າ​ຮ່ວມ​ບັນດາ​ກິດຈະກຳ​ຂອງ​ແຂວງ ​ແລະ ໂຮງຮຽນ ​ເຊັ່ນ: ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ, ການ​ແຂ່ງຂັນ, ງານ​ບຸນ​ປະ​ເພນີ, ຢ້ຽມຢາມ​ຮ່ອງຮອຍປະຫວັດສາດ, ​ແຕ່ງ​ອາຫານ​ຫວຽດນາມ... ດັ່ງ​ນັ້ນ, ພວກ​ນ້ອງຈຶ່ງໄດ້ປັບຕົວຢ່າງໄວວາເພື່ອເຊື່ອມ​ໂຍງ​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ອັນໃໝ່, ​ເຂົ້າ​ໃຈວັດທະນະທຳ, ຮີດຄອງ​ປະ​ເພນີ ​ຂອງຊາວຫວຽດນາມ ຕື່ມອີກ.

ນັກສຶກສາລາວໃນລາຍການແລກປ່ຽນເພື່ອສະເຫຼີມສະຫຼອງບຸນປະເພນີບຸນປີໃໝ່ລາວ ທີ່ວິທະຍາໄລຊຸມຊົນລ່າຍເຈົ້໋າ.
ນັກສຶກສາລາວໃນລາຍການພົບປະແລກປ່ຽນສະເຫຼີມສະຫຼອງບຸນປະເພນີບຸນປີໃໝ່ລາວ ທີ່ວິທະຍາໄລຊຸມຊົນລ່າຍເຈົ້໋າ.

ນ້ອງ ສີສະຫວັດ ພ້ອມກັບບັນດານັກສຶກສາລາວ ກໍ່ກ່າວອີກວ່າ: ໃນໄລຍະທີ່ໄປຮຽນຢູ່ແຂວງ ລ່າຍເຈົ່າ ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາການນຳແຂວງ ຕະຫຼອດຮອດບັນດາຄະນະ, ຂະແໜງ ແລະ ອົງການຈັດຕັ້ງຕ່າງໆຂອງແຂວງ. ໃນວັນຊາດລາວ, ບຸນປີໃໝ່ປະເພນີ... ທາງແຂວງ ແລະ ໂຮງຮຽນກໍ່ໄດ້ຈັດງານບຸນໃຫ້ນັກສຶກສາລາວ ເພື່ອບັນເທົາຄວາມຄິດຮອດບ້ານ ແລະ ເອົາໃຈສຸມໃສ່ໃນການຄົ້ນຄວ້າຮຳ່ຮຽນ.

ນ້ອງ ສຸລິຍົງ ໄຊຍະວົງ ເນື່ອງຈາກວ່າ ຮຽນສາຂາແພດສາດ ແລະ ເປັນຫົວໜ້າຫ້ອງ ສະນັ້ນ ລາວເວົ້າພາສາຫວຽດນາມໄດ້ຢ່າງຄ່ອງແຄ້ວດີ. ນ້ອງ​ເລົ່າ​ກ່ຽວ​ກັບ​ປະສົບ​ການ​ຢູ່​ຫວຽດນາມ​ຕື່ມ​ວ່າ: “ພວກ​ນ້ອງ​ມັກ​ປະເທດຫວຽດນາມ​, ອາຫານກໍ່​ແຊບ​, ອາກາດ​ເຢັນ​ກວ່າ​ຢູ່​ແຂວງ​ຜົ້ງ​ສາລີ ບ້ານ​ເກີດ​ຂອງ​ນ້ອງ. ພິ​ເສດ​ແມ່ນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ ​ນັບ​ມື້​ນັບ​ພັດ​ທະ​ນາ, ຄູ​ອາ​ຈານ ​ແລະ​ ເພື່ອນ​ມິດ​ຂອງ​ຫວຽດ​ນາມ ​ກໍ່ໃຈດີ, ​ສະ​ໜິດ​ສະ​ໜົມ​ທີ່​ສຸດ”.

ນັກສຶກສາລາວທີ່ຮຽນສາຂາອະນຸບານໄດ້ຖ່າຍຮູບ ຈົບຊັ້ນ ດ້ວຍການນຸ່ງຊຸດຂອງຫວຽດນາມ ສົກຮຽນ 2022 ຢູ່ເມືອງລ່າຍເຈົ່າ.
ນັກສຶກສາລາວທີ່ຮຽນສາຂາອະນຸບານໄດ້ຖ່າຍຮູບຈົບຊັ້ນ ດ້ວຍການນຸ່ງຊຸດຂອງຫວຽດນາມ ສົກຮຽນ 2022 ຢູ່ເມືອງລ່າຍເຈົ່າ.

ທ່ານ ປະລິນຍາເອກ ຫງ້ວຽນ ຕ້ຽນ ຢຸງ, ຮອງຫົວໜ້າຫ້ອງການວິຊາການ ແລະ ຂໍ້ມູນຂ່າວສານ, ມະຫາວິທະຍາໄລ ໄຕບັກ ໃຫ້ຮູ້ວ່າ: ນັກສຶກສາຕ່າງປະເທດ ເມື່ອມາຮຽນຢູ່ມະຫາວິທະຍາໄລແຫ່ງນີ້, ນອກຈາກຈະໄດ້ຮັບການໜູນຊ່ວຍດ້ານການບຳລຸງສ້າງຕາມນະໂຍບາຍແລ້ວ, ກໍ່ຍັງໄດ້ຮັບທຶນການສຶກສາຈາກສັນຍາລະຫວ່າງລັດຖະບານ ຫຼື ຈາກແຂວງເຊີນລາ, ຈາກມະຫາວິທະຍາໄລ ໄຕບັກ ນຳອີກ.

ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຂົງ​ເຂດ​ການສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີມິດຕະພາບທີ່ “​ສວຍສົດງົດງາມ ແລະ ໝັ້ນຄົໃຂະນົງແກ່ຮໄປຊົ່ວກາລະນານ” ຂອງ​ສອງ​ປະ​ເທດ​ ຫວຽດນາມ - ລາວ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.