ເທື່ອທຽນເຫ້ວ ສືບຕໍ່ໜູນຊ່ວຍ ແຂວງເຊກອງ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

08:49 | 23/05/2019

ຍສໝ - ຕົ້ນອາທິດນີ້, ທ່ານ ຫງວຽນ ຢູງ ຮອງປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫ້ວ ໄດ້ຕ້ອນຮັບຄະນະປະຕິບັດງານແຂວງເຊກອງ ໂດຍທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ ເປັນຫົວໜ້າຄະນະ.

ເທື່ອທຽນເຫ້ວ ສືບຕໍ່ໜູນຊ່ວຍ ແຂວງເຊກອງ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ

ບັນຍາກາດທີ່ການຕ້ອນຮັບ.(ພາບ:baothuathienhue.vn)

ທີ່ການຕ້ອນຮັບ, ທ່ານ ຫງວຽນ ຢູງ ຮອງປະທານຄະນະກໍາມະການປະຊາຊົນ ແຂວງເທື່ອທຽນ-ເຫ້ວ ໄດ້ຢັ້ງຢືນວ່າ: ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າສ່ວນໜ້ອຍບັນດາແຂວງຊາຍແດນ ຫວຽດນາມ-ລາວ ບໍພຽງແຕ່ມີຄວາມໝາຍທາງດ້ານການເມືອງ, ວັດທະນະທໍາ, ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບສອງປະເທດຫວຽດນາມ-ລາວ ເທົ່ານັ້ນ, ຫາກຍັງເປີດໂອກາດຮ່ວມມືພັດທະນາຫຼາຍຢ່າງ ລະຫວ່າງ ບັນດາແຂວງຕິດກັບຊາຍແດນອີກດ້ວຍ, ເປັນຕົ້ນແມ່ນພັດທະນາດ້ານການທ່ອງທ່ຽວ ແລະ ເປີດກວ້າງການແລກປ່ຽນດ້ານການຄ້າໃນອະນາຄົດ.

ສ່ວນ ທ່ານ ຖາວອນ ພົມມະໄລລຸນ ໄດ້ສະແດງຄວາມຂອບອົກຂອບໃຈຄະນະກໍາມະການປະຊາຊົນແຂວງເທື່ອທຽນ-ເຫ້ວ ໄດ້ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ຄະນະນໍາແຂວງ ແລະ ນັກສິລະປະກອນ, ນັກສະແດງແຂວງເຊກອງ ທີ່ມາເຂົ້າຮ່ວມວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າສ່ວນໜ້ອຍບັນດາແຂວງຊາຍແດນ ຫວຽດນາມ-ລາວ. ທ່ານ ຖາວອນ ພົມມະໄລລຸນ ມີຄວາມມຸ່ງຫວັງປາດຖະໜາວ່າຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ຈະເອົາໃຈໃສ່, ໜູນຊ່ວຍເພື່ອໃຫ້ນັກສຶກສາແຂວງເຊກອງ ທີ່ກໍາລັງສຶກສາຮໍ່າຮຽນ ຢູ່ ເຫ້ວ ມີເງື່ອນໄຂຮໍ່າຮຽນເປັນຢ່າງດີ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃຫ້ແຂວງເຊກອງໃນຕໍ່ໜ້າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.