ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ການ​ປ້ອງ​ກັນ​ຊາດ​ລະ​ດັບ​ສູງ ອາ​ຊຽນ

00:00 | 03/08/2023

ຍສໝ - ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ອິນໂດເນເຊຍ ໃນປີເປັນປະທານອາຊຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າກອງປະຊຸມຈະປະສົບຜົນສຳເລັດຢ່າງຈົບງາມ

ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ລະດັບສູງ ອາຊຽນ (ADSOM) ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ສິງຫາ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກ ອາຊຽນ. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມ.

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ການ​ປ້ອງ​ກັນ​ຊາດ​ລະ​ດັບ​ສູງ ອາ​ຊຽນ

ທ່ານພົນໂທ ຮ່ວາງຊວັນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ອິນໂດເນເຊຍ ໃນປີເປັນປະທານອາຊຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າກອງປະຊຸມຈະປະສົບຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນສືບຕໍ່ປັບປຸງນ້ຳໃຈສາມັກຄີ, ກຳລັງລວມໝູ່ໃນອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢ່າງມີໄຫວພິບ ແລະ ເປັນເຈົ້າການ, ເພື່ອພາກພື້ນແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ໝັ້ນຄົງ.

ຢູ່ກອງປະຊຸມ, ບັນດາຫົວໜ້າຄະນໄດ້ຮັບຟັງ ລາຍງານໝາກຜົນກອງປະຊຸມກຸ່ມປະຕິບັດງານ ເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ອາຊຽນ(ADSOM WG), ກອງປະຊຸມປະຈຳປີ ເຄືອຂ່າຍບັນດາສະຖາບັນຄົ້ນຄ້ວາການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ອາຊຽນ ຄັ້ງທີ 16 (NADI-16) ແລະ ກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດ ຂອງບັນດາປະເທດ ອາຊຽນ ຄັ້ງທີ 20 (ACDFM-20).

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.