ການນໍາແຂວງເງະອານ ຕ້ອນຮັບການນໍາແຂວງຈໍາປາສັກ

11:47 | 28/09/2022

ຫວ່າງແລ້ວນີ້, ການນໍາແຂວງເງະອານ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານແຂວງຈຳປາສັກ ນໍາໂດຍສະຫາຍ ວິໄລວົງ ບຸດດາຄໍາ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ.

ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານເຮັດໜ້າທີ່ຮັກສາສັນຕິພາບ ສປຊ ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ນາຍທະຫານເຮັດໜ້າທີ່ຮັກສາສັນຕິພາບ ສປຊ
ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ
ສະຫາຍ ຮວ່າງເຫງ໊ຍຮ໋ຽວ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ແລກປ່ຽນກັບສະຫາຍ ວິໄລວົງ ບຸດດາຄໍາ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ. ພາບ: baonghean.vn
ສະຫາຍ ຮວ່າງເຫງ໊ຍຮ໋ຽວ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ແລກປ່ຽນກັບສະຫາຍ ວິໄລວົງ ບຸດດາຄໍາ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ. ພາບ: baonghean.vn

ທີ່ການຕ້ອນຮັບ, ສະຫາຍ ວິໄລວົງ ບຸດດາຄໍາ ໄດ້ແຈ້ງໃຫ້ການນໍາແຂວງເງະອານ ຮັບຊາບກ່ຽວກັບເງື່ອນໄຂທໍາມະຊາດ, ພົນລະເມືອງ ແລະສະພາບເສດຖະກິດ-ສັງຄົມ ໃນ 8 ເດືອນຕົ້ນປີ 2022, ສະຫາຍ ເນັ້ນໜັກວ່າ ເຖິງວ່າແຂວງຈໍາປາສັກ ແລະແຂວງເງະອານ ບໍ່ມີເສັ້ນຊາຍແດນຕິດຈອດກັນກໍ່ຕາມ, ແຕ່ຜ່ານການຢ້ຽມຢາມຄັ້ງນີ້, ຫວັງວ່າ ສອງຝ່າຍຈະເປີດການພົວພັນຮ່ວມມືໃນໄລຍະຈະມາເຖິງ.

ສ່ວນສະຫາຍ ຮວ່າງເຫງ໊ຍຮ໋ຽວ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງແຂວງຈໍາປາສັກ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ.

ສະຫາຍ ຮວ່າງເຫງ໊ຍຮ໋ຽວ ໄດ້ແຈ້ງໃຫ້ຄະນະປະຕິບັດງານຂອງແຂວງຈໍາປາສັກ ຮັບຊາບກ່ຽວກັບເງື່ອນໄຂທໍາມະຊາດ, ພົນລະເມືອງ ແລະສະພາບເສດຖະກິດ-ສັງຄົມຂອງແຂວງເງະອານ. ສະຫາຍ ຮວ່າງເຫງ໊ຍຮ໋ຽວ ເນັ້ນໜັກວ່າ, ການເຄື່ອນໄຫວສົມທົບກັນ, ການຮ່ວມມືລະຫວ່າງແຂວງເງະອານ ແລະບັນດາແຂວງຂອງປະເທດລາວ ບໍ່ພຽງແຕ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນເທົ່ານັ້ນ, ຫາກຍັງປະກອບສ່ວນປັບປຸງ ແລະຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ. ສະຫາຍ ກໍ່ປາດຖະໜາວ່າ ການນຳແຂວງຈຳປາສັກ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ຊາວເງະອານ ທີ່ພວມດໍາລົງຊີວິດ, ເຮັດວຽກ, ຮໍ່າຮຽນ ກໍ່ຄືບັນດາວິສາຫະກິດຂອງແຂວງເງະອານ ທີ່ພວມລົງທຶນ, ຜະລິດ, ດໍາເນີນທຸລະກິດ ຢູ່ແຂວງຈໍາປາສັກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.