ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ: ຫຼາຍກິດຈະກຳທີ່ແທດຈິງເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ

00:48 | 24/10/2023

ຍສໝ - ປີ 2009, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ໄດ້ສ້າງຕັ້ງຢ່າງເປັນທາງການ. ນີ້​ແມ່ນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ 10 ສະ​ມາ​ຄົມ​ມິດ​ຕະ​ພາບ​ຂອງ​ສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ.

ຮັດ​ແໜ້ນ​ການ​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ແຂວງ ຮ່າ​ຕິງ ແລະ ແຂວງ​ລາວ ຮັດ​ແໜ້ນ​ການ​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ແຂວງ ຮ່າ​ຕິງ ແລະ ແຂວງ​ລາວ
ຕຳຫຼວດ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຕຳຫຼວດ 4 ​ແຂວງ​ໃນ​ລາວ ເນື່ອງໃນໂອກາດ​ບຸນ​ປີໃໝ່ລາວ ຕຳຫຼວດ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຕຳຫຼວດ 4 ​ແຂວງ​ໃນ​ລາວ ເນື່ອງໃນໂອກາດ​ບຸນ​ປີໃໝ່ລາວ

* ທິດກັບຊາວໜຸ່ມລາວໄກບ້ານເກີດເມືອງນອນ

ຕາມ​ສະຫາຍນັກຮົບເກົ່າ ໂດະດັ່ງເຕື່ອກ, ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ​ແລ້ວ, ​ເພື່ອ​ໃຫ້​ປະຊາຊົນ​ແຂວງດົ່ງ​ນາຍ ​ເຂົ້າ​ຮ່ວມ​ການຈັດ​ຕັ້ງ​ສະມາຄົມ, ​ເຊື່ອມ​ຕໍ່​ຊາວ​ລາວ ທີ່​ອາ​ໄສ​ຢູ່​ແຂວງ ດົ່ງ​ນາຍ ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຂົວ​ເຊື່ອມ​ຕໍ່ ຫວຽດນາມ - ລາວ ​ໃນບໍລິເວນ... ​ແມ່ນ​ຄວາມ​ເປັນ​ຫ່ວງ​ບໍ່​ພຽງ​ແຕ່​ຂອງ​ທ່ານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄະນະ​ປະຕິບັດ​​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ​ແລະ ຄະນະ​ປະຕິບັດ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງນຳອີກ.

ຈາກ​ສະພາບ​ຕົວ​ຈິງ​ນັ້ນ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ​ໄດ້​ກຳນົດ​ວ່າ ການ​ກໍ່ສ້າງ​ຂົວ​ມິດຕະພາບ ​ແລະ ການພົວພັນຕ່າງປະເທດປະຊາຊົນ ​ຕ້ອງ​ມາ​ຈາກ​ບັນດາ​ການ​ກະທຳ​ສະ​ເພາະ, ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ສະມາຊິກ​ມີ​ຄວາມ​ສົນ​ໃຈ ​ແລະ ເຂົ້າຮ່ວມ​ຊ່ວຍ​ເຫຼືອ​ໃນ​ສິ່ງ​ທີ່​ເພື່ອນລາວ ​ຕ້ອງການ.

​ເພື່ອ​ໃຫ້​ນັກ​ສຶກສາ​ລາວ ຢູ່ໃນການ​ກໍ່ສ້າງ​ຂົວ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຶຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ​ແລະ ບັນດາສາຂາສະມາຄົມ​ຢູ່​ບັນດາ​ວິທະຍາ​ໄລ, ມະຫາວິທະຍາ​ໄລ​ ໄດ້​ຕັ້ງໜ້າ​ຊຸກຍູ້​ບັນດາ​ນັກ​ສຶກສາ​ລາວ ​ເຂົ້າ​ເປັນ​ສະມາຊິກ​ກິດຕິມະສັກຂອງອົງການສະມາຄົມ.

​ໃນ​ຂະນະ​ນັ້ນ, ທຸກ​ຄັ້ງ​ທີ່​ສາຂາສະມາຄົມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ ກໍ່ລ້ວນແຕ່ຖືເປັນສຳຄັນການ​ເຊີນ​ຊາວ​ໜຸ່ມ​ລາວ ເຂົ້າຮ່ວມ ບໍ່​ພຽງ​ແຕ່​ດ້ວຍບົດບາດເປັນ​ແຂກ​ຮັບ​ເຊີນ​ເທົ່າ​ນັ້ນ ຫາກ​ຍັງ​ເຂົ້າ​ຮ່ວມ​ຂະ​ບວນການ​ຈັດ​ຕັ້ງ​ເຫດການຕ່າງໆນຳອີກ. ຕົວຢ່າງ, ສາຂາສະມາຄົມ 5 ໄດ້ ຮັບບັນດານັກສຶກສາລາວ ທີ່ຮຽນຢູ່ມະຫາວິທະຍາໄລ ເຕັກໂນໂລຊີ ດົ່ງນາຍ ເປັນສະມາຊິກກິດຕິມະສັກ. ຫຼືນັກສຶກສາລາວ ຢູ່ວິທະຍາໄລການແພດ ດົ່ງນາຍ ແລະ ມະຫາວິທະຍາໄລ ດົ່ງນາຍ ປະກົດຕົວຂຶ້ນເວທີໃນຊຸດອາພອນພື້ນເມືອງຢ່າງເປັນປະຈຳ ເພື່ອສະແດງລາຍການຟ້ອນລາວ ໃນແຕ່ລະກິດຈະກຳແລກປ່ຽນ.

ພິ​ເສດ​ແມ່ນ​ເນື່ອງ​ໃນ​ໂອກາດ​ທີ່​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ​ໄດ້​ຈັດ​ຕັ້ງ​ວັນ​ເດັກນ້ອຍ​ສາກົນ, ສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ ຫວຽດນາມ, ວັນ​ແມ່ຍິງ​ສາກົນ, ບຸນໄຫວ້ພະຈັນ..., ​ແມ່ນ​ຊາວ​ໜຸ່ມ​ລາວ​ກໍ່​ໄດ້​ຮັບ​ການ​ເຊື້ອ​ເຊີນເຂົ້າ​ຮ່ວມ. ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ຍັງ​ໄດ້​ຮັບ​ຟັງ​ການ​ແບ່ງປັນ​ຂອງ​ຊາວ​ໜຸ່ມ​ລາວ ກ່ຽວ​ກັບ​ບັນດາຂໍ້ສະດວກ, ພິ​ເສດ​ແມ່ນ​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຳລົງ​ຊີວິດ​ຢູ່​ແຂວງ ດົ່ງ​ນາຍ ​ເພື່ອແກ້ໄຂ​ຢ່າງທັນ​ການ.

ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ: ຫຼາຍກິດຈະກຳທີ່ແທດຈິງເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ
ນັກສຶກສາລາວຢູ່ແຂວງ ດົ່ງນາຍ ເຂົ້າຮ່ວມການສະແດງວັດທະນະທໍາໃນລາຍການແລກປ່ຽນໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງດົ່ງນາຍ. ພາບ: ຊົງທາວ

ນັກ​ສຶກສາ ວິໄຊ ວົງກິຄຳ ທີ່​ຮຽນ​ຢູ່​ວິທະຍາ​ໄລ​ແພດສາດ ດົ່ງ​ນາຍ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ບຸນ​ປີໃໝ່ລາວວຽນມາ, ນັກຮຽນ​ລາວ ​ບໍ່​ກັບ​ບ້ານ ​ແລະ ຢູ່​ດົງ​ນາຍ ​ເພື່ອ​ສະຫຼອງ​ບຸນ​ປີໃໝ່​. ນອກຈາກ​ການ​ເຂົ້າ​ຮ່ວມ​ໃນ​ໂຄງການ​ບຸນ​ປີໃໝ່​ທີ່​ແຂວງ​ໄດ້ຈັດ​ຂຶ້ນ​ແລ້ວ, ນັກ​ສຶກສາ​ລາວ​ຍັງ​ຕ້ອງການ​ສະຖານ​ທີ່​ຈັດ​ຕັ້ງ​ງານມ່ວນ​ຊື່ນ ​ແລະ ​ຫົດ​ນ້ຳ​ຕາມ​ຮີດຄອງ​ມູນເຊື້ອ​ຂອງ​ຕົນ.

ຜ່ານ​ຄວາມເອົາໃຈໃສ່ ​ແລະ ສ້າງ​ເງື່ອນໄຂ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ, ສາຂາສະມາຄົມ ​ແລະ ຄະນະອຳນວຍການໂຮງຮຽນບັນດາໂຮງຮຽນ ກໍ່ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ໜຸ່ມ​ລາວ ​ໄດ້​ຈັດ​​ງານບຸນປີໃໝ່ໃນຂອບເຂດທີ່​ກວ້າງຂວາງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ, ສາຂາສະມາຄົມຫວຽດນາມ - ລາວ. ນີ້ແມ່ນສິ່ງທີ່ນັກສຶກສາລາວຮູ້ສຶກວ່າມີຄວາມຮູ້ສຶກອົບອຸ່ນ.

* ສ້າງສະຫນາມຫຼິ້ນ ແລະ ໃຫ້ຄວາມສົນໃຈສະມາຊິກທີ່ມີສະພາບການທີ່ຫຍຸ້ງຍາກ

ນອກ​ຈາກມີຄວາມເອົາໃຈໃສ່ຕໍ່​ຊາວ​ໜຸ່ມ​ລາວ​ຢູ່​ແຂວງດົ່ງ​ນາຍແລ້ວ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ຍັງ​ມີ​ຫຼາຍ​ການ​ເຄື່ອນ​ໄຫວທີ່ເອົາໃຈໃສ່ເຖິງສະມາຊິກ​ທີ່ມີ​ສະພາບການ​ຫຍຸ້ງຍາກ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃຫ້​ສະມາຊິກສະມາຄົມ.

​ໃນ​ນັ້ນ, ຕາມ​ທ່ານ ​ໂດະ​ດັ່ງເ​ຕື໋ອກ ​ແລ້ວ, ສະມາຄົມ​ມີ​ບັນດາ​ບຸກຄົນ​ທີ່​ເປັນນັກຮົບເກົ່າທີ່​ໄດ້​ຮັບເສຍອົງຄະຍ້ອນ​ສົງຄາມ​ຫຼາຍ​ຄົນ, ສະມາຊິກ ​ແລະ ລູກ​ຫລານ​ຫຼາຍ​ຄົນ​ແມ່ນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ສານພິດ​ສີ​ສົ້ມ/ດີ​ໂອ​ຊິນ. ຈາກ​ສະພາບ​ຕົວ​ຈິງ​ນັ້ນ, ​ໃນ​ແຕ່ລະ​ປີ​ຜ່ານ​ວຽກ​ງານ​ຂົນຂວາຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ດົ່ງ​ນາຍ ​ແລະ ບັນດາ​ອົງການ, ສະມາຄົມ​ໄດ້​ມອບ​ຂອງຂວັນ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ທຸກ​ຍາກ. ນອກຈາກການປະກອບສ່ວນຂອງສະມາຊິກແລ້ວ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ຍັງສົມທົບກັບສະມາຄົມກາແດງທຸກຂັ້ນ ແລະ ສະມາຄົມຜູ້​ຖືກເຄາະຮ້າຍຈາກສານພິດສີສົ້ມ/ດີໂອຊິນທຸກຂັ້ນ ເພື່ອມອບຂອງຂວັນໃນໂອກາດພິທີ, ບຸນປີໃໝ່. ພ້ອມ​ກັນ​ນັ້ນ, ​ໃນ​ຫຼາຍ​ກໍລະນີ​ຍັງ​ໄດ້ສ້າງ​​ເງື່ອນໄຂກູ້​ຢືມ​ທຶນ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ດ້ວຍ​ຕົນ​ເອງ.

ປ້າ ຮ່ວາງ​ທິ​ມາງ ສະມາຊິກສະມາຄົມ (​ເທດສະບານ ​ວິ້ງ​ອານ, ​ເມືອງ​ວິງ​ກຶວ) ​ໃຫ້​ຮູ້​ວ່າ: ລາວແມ່ນ​ທະຫານເສຍອົງຄະ ​ແລະ ​ແມ່ນ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ທີ່​ຖືກ​ສານ​ພິດເຄມີສີສົ້ມ/ດີໂອຊິນ. ລູກສາວຂອງລາວກໍ່ເປັນຜູ້ຖືກເຄາະຮ້າຍຂອງສານພິດສີສົ້ມ/ດີໂອຊິນ. ນອກຈາກເງິນອຸດໜູນຂອງລັດແລ້ວ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງດົ່ງນາຍ ແລະ ສາຂາສະມາຄົມຍັງໃຫ້ຄວາມເອົາໃຈໃສ່ເຖິງບັນດາຄອບຄົວເມື່ອເຊື່ອມຕໍ່ບັນດາອົງການຕ່າງໆເພື່ອມອບຂອງຂວັນ, ໜູນຊ່ວຍເງິນກູ້ເພື່ອລ້ຽງສັດ.

ນອກຈາກນັ້ນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງດົ່ງນາຍ ຍັງແມ່ນສະມາຄົມມິດຕະພາບທຳອິດ ແລະ ຮັກສາສະໜາມໃນການສິລະປະເປັນປະຈຳປີໃຫ້ແກ່ສະມາຊິກຢ່າງສະໝ່ຳສະເໝີ. ຕາມ​ນັ້ນ​ແລ້ວ, ​ແຕ່​ລະ​ຄັ້ງທີ່​ມະໂຫລານາຽວຂັບຮ້ອງ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ໄຂ​ຂຶ້ນ ກໍ່ລ້ວນແຕ່ມີ 30 ລາຍການ​ສະ​ແດງຂຶ້ນໄປ ດ້ວຍ​ຫຼາຍ​ປະ​ເພດ​ຄື: ຂັບຮ້ອງດ່ຽວ - ຮ້ອງຄູ່ - ຟ້ອນ, ຂັບ​ຮ້ອງ​ລວມໝູ່, ສະ​ແດງ​ເຄື່ອງ​ດົນຕີ... ​ໂດຍ​ສະມາຊິກສະມາຄົມສະ​ແດງ​. ເປັນໜ້າໃຈ​​ວ່າ, ເເຕ່ລະຊາວ​ໜຸ່ມ​ລາວ​ທີ່​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ແຂວງ ດົ່ງ​ນາຍ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ຢ່າງ​ຕັ້ງໜ້າ ດ້ວຍ​ການ​ສະ​ແດງ​ຟ້ອນ​ພື້ນ​ເມືອງ.

ຍ້ອນ​ເຫດ​ນັ້ນ, ​ໃນ 14 ປີຜ່ານມາ, ຈາກ​ການທີ່ບໍ່​ມີ​ອົງການ​ສະມາຄົມ​ຢູ່​ຂັ້ນ​ຮາກ​ຖານ ​ແລະ ສະມາຊິກ​ໃນ​ເບື້ອງ​ຕົ້ນ​ມີ​ພຽງແຕ່ 40 ຄົນ, ປະຈຸ​ບັນ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແຂວງດົ່ງ​ນາຍ ​ ກໍ່ສ້າງໄດ້ 4 ສາຂາສະມາຄົມ​ຮ່ວມ, 40 ສາຂາສະມາຄົມພ້ອມກັບ 1 ສະໂມສອນກະວີ. ທີ່ຢູ່ເຫຼົ່ານີ້ແມ່ນບ່ອນດໍາລົງຊີວິດຂອງສະມາຊິກເກືອບ 2 ພັນຄົນ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.