ຫວຽດນາມ ເຂົ້າຮ່ວມຄະນະບໍລິຫານງານສະມາຄົມບັນດາເພື່ອນມິດສາກົນຂອງການປະຕິວັດ ອານເຊຣີ

00:00 | 03/08/2023

ຍສໝ - ວັນ​ທີ 3 ກໍລະກົດ​ນີ້, ສະມາຄົມບັນດາເພື່ອນມິດ​ສາກົນຂອງການ​ປະຕິວັດ​ອານ​ເຊຣີ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ​ Algiers. ທ່ານ ຫວໍຮົ່ງນາມ, ລູກຊາຍຂອງທ່ານພົນເອກ ຫວໍຫງວຽນຢາບ ແລະ ທ່ານ ເຈີ່ນວັນບິ່ງ, ລູກຊາຍຂອງທ່ານພົນໂທ ເຈີ່ນວັນກວາງ - ເຊິ່ງເປັນຜູ້ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງໃນບັ້ນໄຊຊະນະດ້ຽນບຽນຝູ - ໄດ້ຮັບເລືອກຕັ້ງເປັນກໍາມະການຄະນະບໍລິຫານງານຂອງສະມາຄົມ.

ສະພາແຫ່ງຊາດ ຫວຽດນາມ - ອານເຊຣີ ເພີ່ມທະວີການຮ່ວມມື ສະພາແຫ່ງຊາດ ຫວຽດນາມ - ອານເຊຣີ ເພີ່ມທະວີການຮ່ວມມື
ການສົ່ງເສີມດ້ານການຄ້າລະຫວ່າງ ຫວຽດນາມ - ອານເຊຣີ ການສົ່ງເສີມດ້ານການຄ້າລະຫວ່າງ ຫວຽດນາມ - ອານເຊຣີ

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳອານເຊຣີ ​ແລ້ວ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ຕໍ່ສູ້ຍາດເອົາອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ຄົບຮອບ 61 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ ອານ​ເຊຣີ, ສະມາຄົມບັນດາ​ເພື່ອນ​ມິດ​ສາກົນຂອງການ​ປະຕິວັດອານເຊຣີ ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ການ​ອຸປະຖຳ​ຂອງ​ກະຊວງ​ນັກຮົບ​ເກົ່າ​ ແລະ ​ຜູ້​ມີ​ຄຸນງາມຄວາມດີ ອານ​ເຊຣີ.

ດ້ວຍ​ເປົ້າ​ໝາຍ​ຮອງຮັບ ​ແລະ ຮູ້​ບຸນ​ຄຸນ​ຕໍ່​ຄວາມ​ສາມັກຄີ, ການໜູນຊ່ວຍ ​ແລະ ການ​ເສຍສະຫຼະ​ເພື່ອ​ການ​ປະຕິວັດ ອານ​ເຊຣີ, ພ້ອມ​ກັນ​ນັ້ນ ກໍ່ປະກອບສ່ວນ​ເຜີຍ​ແຜ່​ຄຸນຄ່າ​ມະນຸດສາດ ແລະ ຊຸກຍູ້​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ສັນຕິພາບ​ຂອງ​ໂລກ, ສະມາຄົມ​ໄດ້​ເຕົ້າ​ໂຮມຜູ້​ແທນ 70 ຄົນ​ທີ່​ມາ​ຈາກ 30 ກວ່າ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ ມີ 2 ທ່ານ​ຜູ້​ແທນ​ທີ່​ມາ​ຈາກ​ຫວຽດນາມ, ທ່ານ ຫວໍຮົ່ງນາມ ​ແລະ ທ່ານ ເຈີ່ນວັນບິ່ງ.

ຫວຽດນາມ ເຂົ້າຮ່ວມຄະນະບໍລິຫານງານສະມາຄົມບັນດາເພື່ອນມິດສາກົນຂອງການປະຕິວັດ ອານເຊຣີ

ນະຄອນຫຼວງ​ Algiers

ຫວຽດນາມ ​ໄດ້ເຊີດຊູຢ່າງພິເສດ ຍ້ອນ​​ການ​ປະກອບສ່ວນ​​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປົດ​ປ່ອຍ​ຊາດ ​ເວົ້າ​ລວມ ​ແລະ ການ​ປະຕິວັດ ອານ​ເຊຣີ ​ເວົ້າ​ສະ​ເພາະ. ບັນດາ​ຜູ້​ແທນ​ສາກົນ ​ແລະ ​​ເພື່ອນ​ມິດອານ​ເຊຣີ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສ້າງຕັ້ງ​ສະມາຄົມ ​ລ້ວນ​ແຕ່​ສະ​ແດງ​ຄວາມເຄົາລົບ​ຕໍ່​ປະທານໂຮ່ຈີ​ມິນ, ພົນ​ເອກ ຫວໍ​ຫງວຽນ​ຢາ​ບ; ຖື ຫວຽດນາມ ເປັນແບບຢ່າງໃນການຕໍ່ສູ້ປົດປ່ອຍຊາດ ແລະ ພັດທະນາປະເທດຊາດ; ​ສະ​ແດງ​ຄວາມຫວັງ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ມີ​ບົດບາດ​ຕັ້ງໜ້າ​ກວ່າ​ອີກ​ໃນ​ການ​ຊຸກຍູ້​ສັນຕິພາບ ​ແລະ ຄວາມ​ກ້າວໜ້າ​ໃນ​ໂລກ.

ທ່ານ ຫວໍຮົ່ງນາມ ໄດ້ກ່າວ​ວ່າ, ປະຊາຊົນອານ​ເຊຣີ ມີ​ຄວາມຮັກແພງແຂກຄົນຫຼາຍ, ພິ​ເສດ​ແມ່ນ​ຄວາມ​ຮັກ​ແພງ​ຕໍ່​ປະທານ​ໂຮ່ຈີ​ມິນ, ພົນ​ເອກ ຫວໍ​ຫງວຽນ​ຢາ​ບ ​ແລະ ຕໍ່ກັບສົງຄາມ​ປົດ​ປ່ອຍ​ປະຊາຊົນ​ຫວຽດນາມ. ນັບແຕ່ປີ 1958, ພາຍຫຼັງໄດ້ຮັບໄຊຊະນະດ້ຽນບຽນຝູ, ບັນດາເພື່ອນມິດອານ​ເຊຣີ ກໍ່ໄປຫວຽດນາມ ເພື່ອຮ່ຳຮຽນປະສົບການກ່ຽວກັບສົງຄາມປົດປ່ອຍ, ເພື່ອມາປົດປ່ອຍ ແລະ ທຳລາຍລະບອບອານານິຄົມ, ຈາກນັ້ນໃນປີ 1962 ອານ​ເຊຣີ ກໍ່ກາຍເປັນປະເທດເອກະລາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.