ການສົ່ງເສີມດ້ານການຄ້າລະຫວ່າງ ຫວຽດນາມ - ອານເຊຣີ

10:25 | 14/07/2022

ຍສໝ-ໃນວັນທີ 13 – 14 ກໍລະກົດ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ສົມທົບກັບ ອົງການການຄ້າ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດຕັ້ງກອງປະຊຸມພົວພັນການຄ້າແບບທາງໄກ ກ່ຽວກັບການສົ່ງເສີມການຄ້າ ແລະ ການຮ່ວມມືວິສາຫະກິດ ຫວຽດນາມ - ອານເຊຣີ 2022.

ໂອ້ລົມສົນທະນາກັບພະນັກງານຂອງມະຫາວິທະຍາໄລສົງຄາມ ອານເຊຣີ  ກ່ຽວກັບການພັດທະນາແບບຍືນຍົງຂອງຫວຽດນາມ ໂອ້ລົມສົນທະນາກັບພະນັກງານຂອງມະຫາວິທະຍາໄລສົງຄາມ ອານເຊຣີ ກ່ຽວກັບການພັດທະນາແບບຍືນຍົງຂອງຫວຽດນາມ
ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ
ການສົ່ງເສີມດ້ານການຄ້າລະຫວ່າງ ຫວຽດນາມ - ອານເຊຣີ
ພາບປະກອບ (ພາບ: Tấn Đạt/TTXVN)

ເຫດການນອນຢູ່ໃນລາຍການລະດັບຊາດກ່ຽວກັບການສົ່ງເສີມການຄ້າປີ 2022 ແລະ ຄາດວ່າຈະມີວິສາຫະກິດ ຫວຽດນາມ ແລະ ອານເຊຣີ ຈໍານວນ 40 ຫົວໜ່ວຍຈະເຂົ້າຮ່ວມການພົວພັນການຄ້າແບບທາງໄກ.

ທີ່ກອງປະຊຸມ, ຕາງໜ້າຝ່າຍ ຫວຽດນາມ ແລະ ອານເຊຣີ ຈະແນະນຳກ່ຽວກັບສະພາບການຕະຫຼາດ, ຂໍ້ກຳນົດກ່ຽວກັບການນຳເຂົ້າສົ່ງອອກ ແລະ ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ. ນອກຈາກກອງປະຊຸມຄົບຄະນະແລ້ວ, ຄະນະຈັດຕັ້ງກໍຈະຈັດວາລະພົວພັນການຄ້າແບບທາງໄກລະຫວ່າງບັນດາວິສາຫະກິດ ເພື່ອໜູນຊ່ວຍວິສາຫະກິດຂອງສອງປະເທດໄດ້ເຊື່ອມຕໍ່, ຊອກຫາກາລະໂອກາດຮ່ວມມືເຮັດທຸລະກິດ.

Algeria ຕັ້ງ​ຢູ່​ໃນ ​ອາ​ຟຣິ​ກາ​ເຫນືອ ແລະ ​ເປັນ​ພື້ນຖານເສດ​ຖະ​ກິດ​ໃຫຍ່​ທີ 4 ຂອງ​ ອາ​ຟຣິ​ກາ​ ດ້ວຍຍອດຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ປີ 2020 ແມ່ນ 145.200.000.000 USD. Algeria ຍັງເປັນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອມໃຫ້ແກ່ສິນຄ້າ ຫວຽດນາມ ເພາະວ່າ ຕະຫຼາດແຫ່ງນີ້ມີຄວາມຕ້ອງການທີ່ຈະນໍາເຂົ້າບັນດາສິນຄ້າທີ່ເປັນທ່າແຮງຂອງຫວຽດນາມ ເຊັ່ນ ກາເຟ, ໝາກພິກໄທ, ແກ່ນໝາກມ່ວງຫິມະພານ, ອາຫານທະເລນ້ຳຈືດ.

ປີ 2021, ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດນີ້ຫາກໍບັນລຸໄດ້ 151.100.000 USD; ໃນ 5 ເດືອນຕົ້ນປີ 2022, ບັນລຸ 65.200.000 USD, ເພີ່ມຂຶ້ນ 17,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ເພາະສະນັ້ນ, ບັນດານັກຊ່ຽວຊານດ້ານການຄ້າຖືວ່າ ກອງປະຊຸມພົວພັນການຄ້າ ແລະ ການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ - ອານເຊຣີ 2022 ແມ່ນໂອກາດທີ່ດີ ເພື່ອກໍາໄດ້ບັນດາຂໍ້ມູນກ່ຽວກັບຕະຫຼາດ ກໍຄືວັດທະນະທໍາການເຮັດທຸລະກິດ. ຈາກນັ້ນ, ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ອານເຊຣີ ເວົ້າສະເພາະ ແລະ ຕະຫຼາດ ອາຟະລິກາ ເວົ້າລວມ.

ຫອມມາລາ

ເຫດການ
302 Found

Found

The document has moved here.