ຫາຍຟ່ອງ: ເປັນຄັ້ງທຳອິດຈັດຕັ້ງງານບຸນ ວັດທະນະທຳພື້ນເມືອງໝູ່ເກາະທະເລຫວຽດນາມ

08:23 | 26/04/2023

ຍສໝ - ງານ​ບຸນວັດທະນະທຳພື້ນ​ເມືອງໝູ່ເກາະ​ທະ​ເລ​ຫວຽດ​ນາມ ​ແລະ ພິທີ​ເປີດ​ງານ​ບຸນ​ທະ​ເລ ໂດເຊີນ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 28 – 29 ເມສາ ຢູ່​ນະຄອນ ຫາຍ​ຟ່ອງ ດ້ວຍ​ບັນດາ​ລາຍການ​ພິ​ເສດ​ດ້ານ​ວິທະຍາສາດ, ກິລາ ​ແລະ ວັດທະນະທຳ, ຄາດ​ວ່າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ແລະ ມວນຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ມາຂົ້າຮ່ວມ.

ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ ຊາວຫວຽດນາມຢູ່ໄທ ມຸ່ງໄປສູ່ທະເລໝູ່ເກາະບ້ານເກີດເມືອງນອນ
ມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022 ມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022

ທ່ານ ເລ​ຄັ​ກ​ນາມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ ​ແລະ ທ່າ​ແຮງ​ພັດທະນາ​ເສດຖະກິດ​ຂອງ​ນະຄອນ ຫາຍ​ຟ່ອງ ​ໄປເຖິງ​ເພື່ອນ​ມິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຜ່ານນັ້ນ ກໍ່ເຊີດຊູ, ຮັກສາ​ບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ເຂດ​ທະ​ເລ.

ພ້ອມ​ກັນນັ້ນ ກໍ່ໄດ້​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຍຸດ​ທະ​ສາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ​ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະຊາຊົນ​ໃນ​ການ​ຂຸດ​ຄົ້ນ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ບົນ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ປະ​ເທດ.

ຫາຍຟ່ອງ: ເປັນຄັ້ງທຳອິດຈັດຕັ້ງງານບຸນ ວັດທະນະທຳພື້ນເມືອງໝູ່ເກາະທະເລຫວຽດນາມ

ຫາຍຟ່ອງ: ເປັນຄັ້ງທຳອິດຈັດຕັ້ງງານບຸນ ວັດທະນະທຳພື້ນເມືອງໝູ່ເກາະທະເລຫວຽດນາມ

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ລາຍການສະ​ແດງ​ສິລະ​ປະ ເຊິ່ງຈະ​ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ເມສາ ຢູ່​ສະໜາມ​ຫຼວງ​ເຂດ​ທ່ອງ​ທ່ຽວ​ສາກົນ Dragon Beach, ​ໂດ​ເຊີນ, ຫາຍ​ຟ່ອງ. ພິເສດ, ໃນນາທີສຸດທ້າຍ ຈະມີການຍິງບັ້ງໄຟດອກທີ່ເປັນເອກະລັກພິເສດ ເປັນເວລາ 10-15 ນາທີ

ຕາມ​ຂໍ້​ມູນ​ຂອງ​ຄະນະ​ຈັດ​ຕັ້ງ​ແລ້ວ, ງານ​ບຸນວັດທະນະທຳພື້ນ​ເມືອງໝູ່ເກາະ​ທະ​ເລ​ຫວຽດ​ນາມ ​ໄດ້​ດຶງ​ດູດ 10 ​ແຂວງ, ນະຄອນ​ແຄມ​ທະ​ເລ​ເຂົ້າ​ຮ່ວມ​ດ້ວຍ​ນັກ​ກິລາ 300 ກວ່າ​ຄົນ. ບັນດາ​ການ​ເຄື່ອນ​ໄຫວ​ກິລາພື້ນ​ເມືອງ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ໄດ້​ດຳ​ເນີນ​ໃນ​ງານ​ບຸນ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄວາມ​ງາມ​ແບບ​ດັ້ງ​ເດີມ​ຂອງ​ແຂວງ ຫາຍ​ຟ່ອງ, ພິ​ເສດ​ແມ່ນ​ວັດທະນະທຳ​ເຂດ​ທະ​ເລ, ໝູ່​ເກາະ​ຫວຽດນາມ ​ເວົ້າລວມ, ພ້ອມ​ກັນ​ນັ້ນ ກໍ່​ຊຸກຍູ້​ຈິດ​ໃຈ​ຝຶກ​ຝົນ​ກຳລັງ​ກາຍ​ເພື່ອ​ອອກແຮງງານ ແລະ ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົນ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.