ກອງ​ປະ​ຊຸມ​ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ: ການ​ທູດ​ປະ​ຊາ​ຊົນປະຈັນບານ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ຢ່າງ​ສຸດ​ຂ​ີດ

12:04 | 23/03/2023

ຍ​ສ​ໝ - ໃນ​ບົດ​ຂຽນ “ກອງ​ປະ​ຊຸມ​ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ - ສິ່ງຍອດ​ຍິ່ງ​ທາງ​ດ້ານ​ວິ​ທະ​ຍາ​ສາດ ແລະ​ ສິ​ລ​ະ​ປະ​ຂອງ​ການ​ທູດ​ປະ​ຊາ​ຊົນ​ໃນ​ຍຸກ​ສ​ະ​ໄໝ​ໂຮ່​ຈີ​ມິນ”, ທ່ານ ​ປ.ອ ຫງວຽນ​ບ໊າ​ເຊີນ ​ໃຫ້​ຮູ້​ວ່າ: ວຽກ​ງານ​ການ​ທູດ​ໃນ​ຊຸມ​ປີ​ທ້າຍ​ທົດ​ສະ​ວັດ ທີ 1950 ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ເຄັ່ງ​ຕຶງ ແລະ ເຂັ້ມ​ຂຸ້ນໄປ​ດ້ວຍ​ສີ​ສັນ​ຂອງ​ການ​ຕໍ່​ສູ້​ແບບ​ແນວຄວາມ​ຄິດ.

ວັນ​ບຸນ​ກາ​ເຟ: ສົ່ງ​ເສີມ​ການນຳ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ອອ​ກ​ສູ່​ໂລກ ວັນ​ບຸນ​ກາ​ເຟ: ສົ່ງ​ເສີມ​ການນຳ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ອອ​ກ​ສູ່​ໂລກ
ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ

ບົດ​ຮຽນ​ຈາກກອງ​ປະ​ຊຸມ ປາ​ຣີ ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນຫຼາຍ​ກໍ​ລະ​ນີ, ການ​ທູດ​ປະ​ຊາ​ຊົນ​ສາມາດນຳ​ໜ້າ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ​ຢ່າງ​ສຸດ​ຂ​ີດ, ຮັບ​ໃຊ້​ບັນ​ດາ​ເປົ້າ​ໝາຍ​ຂອງ​ປະ​ເທດ​ຊາດ ແລະ ຊົນ​ຊາດ​ໃນ​ແນວ​ໂຮມ​ການ​ຕ່າງ​ປະ​ເທດ​ໄດ້​ເປັນ​ຢ​່າງ​ດີ. ທ່ານ​ ປ.ອ ຫງວຽນ​ບ໊າ​ເຊີນ - ອະ​ດີດ​ປະ​ທານ, ສະ​ມາ​ຄົມ​ກົດ​ໝາຍ​ສາ​ກົນ ຫວຽດ​ນາມ, ອະ​ດີດ​ຫົວ​ໜ້າ​ກົມ​ກົດ​ໝາຍ ແລະ ສົນ​ທ​ິ​ສັນ​ຍາ​ສາ​ກົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໃຫ້​ຮູ້​ຄືແນວນັ້ນເມື່ອ​ໄຈ້​ແຍກ​ກ່ຽວ​ກັບ​ຍຸດ​ທະ​ສາດ ການ​ທູດ​ປະ​ຊາ​ຊົນ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ກອງ​ປະ​ຊຸມ​ປາ​ຣີ.

ໃນ​ບົດ​ຂຽນ “ກອງ​ປະ​ຊຸມ​ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ - ສິ່ງຍອດ​ຍິ່ງ​ທາງ​ດ້ານ​ວິ​ທະ​ຍາ​ສາດ ແລະ​ ສິ​ລ​ະ​ປະ​ຂອງ​ການ​ທູດ​ປະ​ຊາ​ຊົນ​ໃນ​ຍຸກ​ສ​ະ​ໄໝ​ໂຮ່​ຈີ​ມິນ”, ທ່ານ ​ປ.ອ ຫງວຽນ​ບ໊າ​ເຊີນ ​ໃຫ້​ຮູ້​ວ່າ: ວຽກ​ງານ​ການ​ທູດ​ໃນ​ຊຸມ​ປີ​ທ້າຍ​ທົດ​ສະ​ວັດ ທີ 1950 ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ເຄັ່ງ​ຕຶງ ແລະ ເຂັ້ມ​ຂຸ້ນໄປ​ດ້ວຍ​ສີ​ສັນ​ຂອງ​ການ​ຕໍ່​ສູ້​ແບບ​ແນວຄວາມ​ຄິດ. ການໂຄ​ສະ​ນາເຜີຍແຜ່​ກ່ຽວ​ກັບ​ການ​ຕໍ່​ສູ້​ເພື່​ອ​ສັນ​ຕິ​ພາບ, ທ້ອນ​ໂຮມເປັນ​ເອ​ກະ​ພາ​ບ ແລະ ເອ​ກະ​ລາດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ຍັງ​ບໍ່​ທັນ​ໄປ​ເຖິງປະ​ຊາ​ຊົນ ແລະ ຫາງ​ສຽງ​ສາ​ກົນ​ຢ່າງ​ກວ້າງ​ຂ​ວາງ​ໃນຫຼາຍ​ປະ​ເທດ​ໃນ​ໂລກ. ສົງ​ຄາມ ຫວຽດ​ນາມ ຍັງ​ຖືກຫຼາຍ​ຄົນເບິ່ງໃຕ້ປີຊຶມ (prism) ຂອງການ​ແກ້ງ​ແຍ້ງ​ລະ​ຫວ່າງ​ສອງ​ຝ່າຍ.

ກອງ​ປະ​ຊຸມ​ປາ​ຣີ ກ່ຽວ​ກັບ ຫວຽດ​ນາມ: ການ​ທູດ​ປະ​ຊາ​ຊົນປະຈັນບານ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ຢ່າງ​ສຸດ​ຂ​ີດ
ພາບ​ປະ​ກອບ

ໜ້າ​ທີ່​ຂອງ​ພື້ນ​ຖານ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃນ​ເວ​ລາ​ນັ້ນ​ຕ້ອງ​ຊອກ​ຫາ​ໄດ້​ວິ​ທີ​ການ​ນະ​ໂຍ​ບາຍ​ພັດ​ທະ​ນາ​ໃໝ່, ຊອກ​ຫາ​ວິທີຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຄິດ​ຜິດພາດ​ນີ້, ເປີດກວ້າງ​ບັນ​ດາ​ການ​ພົວ​ພັນ​ສາ​ກົນ​ເພື່​ອ​ສາມາດເປັນ​ມິດ​ກັບ​ທຸກ​ປະ​ເທດ, ບັນ​ດາ​ກຳ​ລັງ​ຮັກ​ຫອມສັນ​ຕິ​ພາບ, ສຸ້​ຊົນ​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ ແລະ ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖວ້ນ​ໃນ​ປະ​ຊາ​ຄົມ​ສາ​ກົນ.

ເພື່ອ​ທຳ​ລາຍ​ການ​ປິດ​ລ້ອມ ແລະ ພັດ​ທ​ະ​ນາ​ພື້ນ​ຖານ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ, ບັນ​ດາ​ກຳ​ລັງ​ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ທົ່ວ​ໂລກ​ເຂົ້າ​ໃຈ​ກ່ຽວ​ກັບ​ສົງ​ຄາມ​ຫວຽດ​ນາມ ແລະ ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ຫວຽດ​ນາມ ກວ່າອີກນັ້ນ, ຍຸດ​ທະ​ສາດ​ການ​ທູດ​ປະ​ຊາ​ຊົນ​ຂອງ​ພັກ​ແຮງ​ງານ​ຫວຽດ​ນາມ, ນຳ​ໜ້າ​ແມ່ນ​ປະ​ທານ​ໂຮ່​ຈີ​ມິນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ຍຸດ​ທະ​ສາດ​ນີ້​ໄດ້​ຖອດ​ຖອນ​ມາ​ຈາກ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ຂອງ​ພັກ​ຫວຽດ​ນາມ ​ໃນ​ຍຸກ​ສ​ະ​ໄໝ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ມິງ (ຊຸມ​ປີ 1940), ແນ​ວ​ໂຮມ​ສະ​ຫະ​ພັນ​ຫວຽດປະສົມ (1950)…

ຕາມ​ທ່ານ ​ປ.ອ ຫງວຽນ​ບ໊າ​ເຊີນ: ການ​ກຳ​ເນີດຂອງ​ແນວ​ໂຮມຊົນຊາດ​​ປົດປ່ອຍ​ພາກ​ໃຕ້ ຫວຽດ​ນາມ ໃນ​ວັນ​ທີ 20 ທັນ​ວາ 1960, ໂດນທ່ານ​​ທະ​ນາຍຄວາມ ຫງວຽນ​ຮຶວ​ເທາະ ເປັນ​ປະ​ທານ​ພ້ອມ​ກັບ​ບັນ​ດາ​ການ​ນຳ​ແນວ​ໂຮມ​ເຊິ່ງແມ່ນບຸກຄະລາກອນ​ປັນ​ຍາ​ຊົນ, ນາຍ​ທຶນ​ຊົນ​ຊາດ, ເຈົ້າ​ຂອງ​ທີ່​ດິນ, ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ… ທີ່ຮັກ​ຊາດ ອາດ​ຈະໄດ້ຮັບ​ຖື​ວ່າເປັນຈຸດ​ເລີ່ມ​ຕົ້ນ​ຂອງ​ພື້ນ​ຖານ​ການ​ທູດ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ປະ​ຕິ​ວັດ​ໃໝ່​ນີ້.

ໂດຍຍົກ​ສູງ​ທຸງ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ, ເອ​ກະ​ລາດ​ຊົນ​ຊາດ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ບັນ​ດາ​ເປົ້າ​ໝາຍທີ່​ເໝາະ​ສົມ​ກັບ​ທ່າ​ອ່ຽງ​ຂອງ​ຍຸກ​ສະ​ໄໝ, ແນວ​ໂຮມ​ປະ​ເທດ​ຊາດ​ປົດ​ປ່ອຍພາກ​ໃຕ້ ຫວຽດ​ນາມ ສາມາດຍາດ​ແຍ່ງ​ໄດ້​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຂອງ​ປະ​ຊາ​ຊົນ​ທີ່ຮັກ​ຫອມ​ສັນ​ຕິ​ພາບ​ຢູ່ຫຼາຍ​ປະ​ເທດ, ບໍ່​ວ່າ​ຄວາມ​ຄິດເຫັນທາງດ້ານການເມືອງຈະເປັນຄື​ແນວ​ໃດ. ກ່ຽວ​ກັບ​ດ້ານ​ການ​ທູດ, ແນວ​ໂຮມ​ໄດ້​ສ້າງ​ຕັ້ງ​ອົງ​ການ​ຕາງ​ໜ້າ​ຢູ່​ບັນ​ດາ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ສ້າງ​ອົງ​ການ​ຈັດ​ຕັ້ງ, ຖັນ​ແຖວ​ບັນ​ດາ​ນັກ​ການ​ທູດ​ປະ​ຊາ​ຊົນ ໄດ້​ໂດຍ​ໄວ.

ຈາກ​ນັ້ນ, ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ເຮົາ​ໄດ້​ກ້​າວ​ເຂົ້​າ​ສູ່​ໄລ​ຍະ​ໃໝ່, ສິ່ງ​ນີ້​ຮຽກ​ຮ້ອງ​ຕ້ອງ​ການ​ມີ​ເພີ່ມ​ເຕີມ, ດັດປັບ​​ຍຸດ​ທະ​ສາດການ​ທູດ​ປະ​ຊາ​ຊົນ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສະ​ພາບ​ການ. ໄລ​ຍະ 1960 – 1969 ແມ່ນ​ວິ​ວັດ​ການ​ກະ​ກຽມ​ກຳ​ລັງ ແລະ ກໍ່​ສ້າງ​ແຜນ​ການ​ໃຫ້​ແກ່​ພື້ນ​ຖານ​ການ​ທູດ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ອອກ​ສູ່​ໂລກ, ແບບ​ຫາບ​ບົດ​ບາດ​ໜ້າ​ທີ່​ປະ​ຫວັດ​ສາດ​ທ​ີ່​ສຳ​ຄັນ​ເຊິ່ງ​ຊົນ​ຊາດມອບ​ໝາຍ​ໃຫ້​ໃນ​ຈຸດ​ເວ​ລາ​ທີ່ເປັນ​ບາດ​ລ້ຽວ​ຂອງ​ສົງ​ຄາ​ມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.