ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ສິນຄ້າລະ​ຫວ່າງ ຫວຽດ​ນາມ - ບາເຣນ

15:52 | 14/02/2023

ຍສໝ - ໃນລະຫວ່າງວັນທີ 11 - 12 ກຸມພາ, ຢູ່ນະຄອນຫຼວງ Manama, ເນື່ອງໃນໂອກາດຢ້ຽມຢາມ ບາເຣນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ຮ່ວມເປັນປະທານຮ່ວມການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ຄັ້ງທີ 1 ກັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບາເຣນ ສົມເດັດ Abdulla bin Ahmed Al Khalifa.

ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ
ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ

ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ພົບປະກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສົມເດັດ Hamad bin Salman Al Khalifa ແລະ ທ່ານຮອງປະທານສະພາດຳເນີນທຸລະກິດ ອາຊຽນ - ບາເຣນ Feryal Abdullah Nass.

ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ແລະ ສົມເດັດ Abdulla bin Ahmed Al Khalifa ໄດ້ເຫັນດີເປັນເອກະພາບນຳກັນວ່າ ກະຊວງການຕ່າງປະເທດສອງປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາມາດຕະການ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ສົມທົບ ແລະ ສະໜັບສະໜູນກັນຢູ່ເວທີປາໄສ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ…

ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ສິນຄ້າລະ​ຫວ່າງ ຫວຽດ​ນາມ - ບາເຣນ
ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ແລະ ສົມເດັດ Abdulla bin Ahmed Al Khalifa. (ພາບ: baoquocte)

ທີ່ການພົບປະກັບສົມເດັດ Hamad bin Salman Al Khalifa, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ບາເຣນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງບາເຣນ ແລະ ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາຢູ່ ບາເຣນ.

ທີ່ກອງປະຊຸມກັບທ່ານຮອງປະທານສະພາດຳເນີນທຸລະກິດ ອາຊຽນ - ຣາເຣນ, ທ່ານຮອງລັດຖະມົນຕີ ຟ້າງກວາງຫ້ຽວ ສະເໜີ ໃຫ້ສະພາສືບຕໍ່ໜູນຊ່ວຍເຊື່ອມຕໍ່ວິສຫະກິດສອງປະເທດ, ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າໃນໄລຍະຈະມາເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.