ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ

16:25 | 06/01/2023

ຍ​ສ​ໝ - ດ້ວຍ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ມິ​ພົນ​ຊື່​ສຽງ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງ​ຢືນ, ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ຮ່ວມ​ໄລ​ສະ​ເຂົ້າ​ຮ່ວມ, ເຊື່ອມ​ຕໍ່​ເສດ​ຖະ​ກິດ​ສາ​ກົນ ດ້ວຍ​ທີ່​ຕັ້ງ​ບົດ​ບາດ​ໃໝ່, ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ທົ່ວ​ໂລກ ຕິດ​ພັນ​ກັບ​ການ​ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ​ເພື່ອ​ແນ​ໃສ່​ຍົກ​ສູງ​ທີ່​ຕັ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

ສະ​ຖານ​ທູດ UAE ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ບານ​ເຕະ​​ມິດ​ຕະ​ພາບ​ປີ 2022 ສະ​ຖານ​ທູດ UAE ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ບານ​ເຕະ​​ມິດ​ຕະ​ພາບ​ປີ 2022
ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ
ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ
ພາບ​ປະ​ກອບ

ດ້ວຍ​ການ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO) ຢ່າງ​ເປັນ​ທາງ​ການ​ໃນ​ປີ 2007, ມາ​ຮອດ​ປັດ​ຈຸ​ບັນ ຫວຽດ​ນາມ ມີ​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍກ່​ວາ 500 ສະ​ບັບ ​ໃນຫຼາຍ​ຂົງ​ເຂດ. ໃນ​ນັ້ນ ພວກ​ເຮົາ​ໄດ້​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) 17 ສະ​ບັບ, ສ້າງ​ການ​ພົວ​ພັນ​ເສດ​ຖະ​ກິດ​ກັບ 230 ປະ​ເທດ ແລະ ເຂດ​ແຄ້ວນ, ກໍ່​ຄື​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ 17 ປະ​ເທດ…

ດ້ວຍ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ມິ​ພົນ​ຊື່​ສຽງ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງ​ຢືນ, ຫວຽດ​ນາມ ພວມ​ກ້າວ​ເຂົ້າ​​ໄລ​ຍະ​ເຂົ້າ​ຮ່ວມ, ເຊື່ອມ​ຕໍ່​ເສດ​ຖະ​ກິດ​ສາ​ກົນ ດ້ວຍ​ທີ່​ຕັ້ງ​ບົດ​ບາດ​ໃໝ່, ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ທົ່ວ​ໂລກ ຕິດ​ພັນ​ກັບ​ການ​ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ​ເພື່ອ​ແນ​ໃສ່​ຍົກ​ສູງ​ທີ່​ຕັ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

ໄລ​ຍະ 2020 – 2022 ໄດ້​ເກີດ​ການ​ຜັນ​ແປຫຼາຍ​ຢ່າງ​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ມີ​ຄວາມ​ສ່ຽງ​ໄປຄຽວຄູ່ກັບການ​ຊຸດ​ໂຊມ ແລະ ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ແຕ່​ວ່າ, ຢູ່​ບົດ​ລາຍ​ງານກວດ​ກາ​ຄືນ​ການ​ສະ​ຖິ​ຕິ​ການ​ຄ້າ​ໂລກ ປີ 2020 ຂອງ WTO ໄດ້​ຢັ້ງ​ຢືນ​ວ່າ ໃນ​ຈຳ​ນວນ 50 ປະ​ເທດ​ມີ​ພື້ນ​ຖານ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ໃນ​ໂລກນັ້ນ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ມີ​ການ​ເຕີບ​ໂຕ​ໃຫຍ່​ທີ່​ສຸດ​ເມື່ອ​ເລື່ອນຈາກລຳດັບທີ 39 ໃນ​ປີ 2009 ຂຶ້ນ​ລຳ​ດັບທີ 20 (ໃນ​ປີ 2020) ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ໜ້າ​ກ່ຽວ​ກັບ​ການ​ຄ້າ​ສາ​ກົນ.

ຕາມ​ການ​ຕີ​ລາ​ຄາ ແລະ ຈັດ​ອັນ​ດັບ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ແລ້ວ, ໃນ​ໄລ​ຍະ 10 ປີ, ດັດ​ຊະ​ນີ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ທົ່ວ​ໂລກ (GCI) ຂອງ ຫວຽດ​ນາມ ໄດ້​ປັບ​ປຸງເລື່ອນຂຶ້ນ 13 ລຳ​ດັບ, ຈາກ 68/131 (ປີ 2007) ຂຶ້ນ 55/137 (ປີ 2017). ກ່ຽວ​ກັບ​ການ​ຄ້າ, ຖ້າ​ຫາກວ່າ​ໃນ​ປີ 2006 ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ຂອງ ຫວຽດ​ນາມ ບັນ​ລຸ​ພຽງ​ແຕ່ 84,7ຕ​ື້ USD (ໃນ​ນັ້ນ, ການ​ສົ່ງ​ອອກ​ບັນ​ລຸ 39,8 ຕື້ USD ແລະ ນຳ​ເຂົ້າ ແມ່ນ 44,9 ຕ​ື້ USD) ນັ້ນ, ມາຮອດ​ປີ 2022, ເປັນ​ຄັ້ງ​ທຳ​ອິດທີ່ຍອດ​ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ລື່ນ​ກາຍ​ລະ​ດັບ 700 ຕື້ USD, ບັນ​ລຸ​ກ່​ວາ 732,5 ຕ​ື້ USD, ເພີ່ມ​ຂຶ້ນ​ປະ​ມານ 9,5% ເມື່ອ​ທຽບ​ໃສ່​ປີ 2021 (668,5 ຕື້ USD). ໃນ​ນັ້ນ, ການ​ສົ່ງ​ອອກ​ບັນ​ລຸ​ປະ​ມານ 371,5 ຕ​ື້ USD ເພີ່ມ​ຂຶ້ນ​ປະ​ມານ 10,6% ລື່ນ​ກາຍ​ຄາດໝາຍແຜນ​ການ​ໂດຍ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານມອບ​ໝາຍ​ໃຫ້ (ແຜນ​ການ​ເພີ່ມ​ຂຶ້ນ 8%).

ພິ​ເສດ ​ດູນ​ການ​ຄ້າ ກໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຈະ​ແຈ້ງ, ນັບ​ແຕ່​ການ​ນຳ​ເຂົ້າ​ເກີດ​ດູນ​ໃນຫຼາຍ​ປີ​ຢ່າງ​ລຽນ​ຕິດ, ຈົນ​ຮອດ​ປີ 2016 ຍາມ​ໃດ​ກໍ່​ບັນ​ລຸການ​ສົ່ງ​ອອກ​ເກີນ​ດູນ​ດ້ວຍ​ລະ​ດັບ​ມູນ​ຄ່າ​ເພີ່ມ​ຜ່ານ​ແຕ່​ລະ​ປີ​ນັບ​ແຕ່ 1,77 ຕື້ USD (2016) ເພີ່ມ​ຂຶ້ນ 19 ຕື້ USD (ໃນ​ປີ 2020). ປີ 2020 ຢັ້ງ​ຢືນ​ແມ່ນ​ປີ​ທີ 7 ຢ່າງ​ລຽນ​ຕິດທີ່ ຫວຽດ​ນາມ​ມີ​ການ​ສົ່ງ​ອອກ​ເກີນ​ດູນ​ການ​ຄ້າ​ກ່​ວາ 11 ຕື້ USD, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຍົກ​ສູງ​ການ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ, ຮັກ​ສາ​ລະ​ດັບ​ແລກ​ເງິນຕາ​ ແລະ ບັນ​ດາ​ດັດ​ຊະ​ນີ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຕ່າງໆ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດເປັນ​ປົກ​ກະ​ຕິ.

ໄປ​ຄຽງ​ຄູ່​ກັນ​ນ້ນ, ການ​ສ້າງ​ໂຄງ​ປະ​ກອບ​ສິນ​ຄ້າ​ສົ່ງ​ອອກ​ກໍ​່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຕໍ່​ເນື່ອງ​ຕາມ​ທິດ​ຕັ້ງ​ໜ້າ​ເມື່ອຫຼຸດ​ການ​ສົ່ງ​ອອກວັດ​ຖຸ​ດິບ, ເພີ່ມການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ປຸງ​ແຕ່ງ, ອຸດ​ສາ​ຫະ​ກຳ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ສິນ​ຄ້າ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​​ຜະ​ລິດ ແລະ ສະ​ໜອງ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ. ຕາມ​ນັ້ນແລ້ວ, ມາດ​ຕາ​ຖ່ວງ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ໃນ​ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ໄດ້​ເພີ່ມ​ແຕ່ 80,3% (ປິ 2016) ຂຶ້ນ​ລະ​ດັບ 89,2% (2021). ຈຳ​ນວນ​ສິນ​ຄ້​າ​ບັນ​ລຸ​ວົງ​ເງິນ​ການ​ສົ່ງ​ອອກ​ກວ່າ 1ຕື້ USD ເພີ່ມ​​ແຕ່ 9 ປະ​ເພດ​ໃນ​ປີ 2006 ຂຶ້ນເປັນ 36 ປະ​ເພດ​ໃນ​ປີ 2022.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.