ມອບສິດໃຫ້ປະຊາຊົນປະຕິບັດພາລະກຳປົກປັກຮັກສາ ແລະ ພັດທະນາວັດທະນະທຳ

22:08 | 08/01/2023

ເລື່ອງມອບສິດໃຫ້ປະຊາຊົນປະຕິບັດພາລະກຳປົກປັກຮັກສາ ແລະ ພັດທະນາວັດທະນະທຳ ແມ່ນໜ້າທີ່ສຳຄັນໃນວິວັດທະການພັດທະນາຂອງ ຫວຽດນາມ.

ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan
ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ
ມອບສິດໃຫ້ປະຊາຊົນປະຕິບັດພາລະກຳປົກປັກຮັກສາ ແລະ ພັດທະນາວັດທະນະທຳ
(ກອງປະຊຸມວັດທະນະທຳປີ 2022)

ພັກກອມມູນິດ ຫວຽດນາມ ໄດ້ກຳນົດເອົາການສ້າງວັດທະນະທຳ ແລະ ສ້າງມະນຸດໃຫ້ມີສາຍພົວພັນສະໜິດແໜ້ນນຳກັນ. ພັດທະນາວັດທະນະທຳແມ່ນເພື່ອປັບປຸງບຸກຄະລິກກະພາບຂອງມະນຸດ ແລະ ກໍ່ສ້າງມະນຸດໃຫ້ມີຄວາມສົມບູນ ເພື່ອຊຸກຍູ້ການພັດທະນາວັດທະນະທຳ. ຍ້ອນມະນຸດແມ່ນເຈົ້າກຳປະດິດຄິດສ້າງ, ໂຄສະນາ, ຊົມໃຊ້ວັດທະນະທຳ, ແມ່ນໃຈກາງຂອງຍຸດທະສາດພັດທະນາ, ສະນັ້ນ ເລື່ອງມອບສິດໃຫ້ປະຊາຊົນປະຕິບັດພາລະກຳປົກປັກຮັກສາ ແລະ ພັດທະນາວັດທະນະທຳ ແມ່ນໜ້າທີ່ສຳຄັນໃນວິວັດທະການພັດທະນາຂອງ ຫວຽດນາມ.

ຜ່ານການບັນດາໄລຍະປະຫວັດສາດ, ຊາວ ຫວຽດນາມ ລຸ້ນຕ່າງໆ ໄດ້ປະດິດສ້າງພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະ, ອຸດົມສົມບູນ, ເຂັ້ມຂຸ້ນດ້ວຍສີສັນຫຼາກຫຼາຍ. ບັນດາການປະດິດຄິດສ້າງນັ້ນ ຍາມໃດກໍ່ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍ, ເພີ່ມເຕີມຈາກລຸ້ນຕໍ່ໆໄປ, ພ້ອມທັງພັດທະນາຄຸນຄ່າໃໝ່ຕື່ມອີກ, ສ້າງເປັນສີສັນຊາດ, ສ້າງກຳລັງແຮງ, ກຳລັງໜູນທາງດ້ານຈິດໃຈ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຊ່ວຍຢືນຢັນທີ່ຕັ້ງຂອງປະເທດ ຫວຽດນາມ ໃນແຜນທີ່ໂລກ.

ວັດທະນະທຳແມ່ນກຳລັງແຮງພາຍໃນ, ກຳລັງໜູນພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ໃນພາລະກິດສ້າງພື້ນຖານວັດທະນະທຳ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ເນັ້ນໜັກເປັນພິເສດເຖິງບົດບາດຂອງປະຊາຊົນໃນການສ້າງພື້ນຖານວັດທະນະທຳຂອງຊາດ. “ໂຄງການວັດທະນະທຳ ຫວຽດນາມ” ປີ 1943 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຕື້ອງເຖິງລັກສະນະຂອງພື້ນຖານວັດທະນະທຳໃໝ່ ເຊິ່ງປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ ມຸ່ງໄປເຖິງການກໍ່ສ້າງ, ນັ້ນແມ່ນພື້ນຖານວັດທະນະທຳເຂັ້ມຂຸ້ນໄປດ້ວຍຈິດໃຈຊາດ, ມຸ່ງໄປເຖິງປະຊາຊົນ, ໂດຍປະຊາຊົນເປັນຜູ້ກໍ່ສ້າງ ແລະ ເພື່ອຊີວິດທີ່ປອດໂປ່ງ, ອຸດົມສົມບູນຂອງປະຊາຊົນ. ທີ່ກອງປະຊຸມວັດທະນະທຳປີ 2022, ວັນທີ 17 ທັນວາ, ດຳເນີນຢູ່ແຂວງ ບັກນິງ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເງັ້ຍ ໄດ້ຢ້ຳຄືນເນື້ອໃນສຳຄັນເຊິ່ງໄດ້ຍົກອອກໃນບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຄືໃນເອກະສານກອງປະຊຸມໃຫຍ່ຊຸດທີ XIII ຂອງພັກ, ໂດຍຢືນຢັນວ່າ ວັດທະນະທຳແມ່ນພື້ນຖານດ້ານຈິດໃຈທີ່ໝັ້ນຄົງເຂັ້ມແຂງຂອງສັງຄົມ, ແມ່ນ “ກຳລັງແຮງພາຍໃນ, ກຳລັງໜູນພັດທະນາ ແລະ ປົກປັກຮັກສາປະເທດຊາດ”. ຕາມນັ້ນແລ້ວ, ວັດທະນະທຳຕ້ອງເທົ່າທຽມກັບເສດຖະກິດ, ການເມືອງ, ສັງຄົມ. ການສ້າງ ແລະ ພັດທະນາວັດທະນະທຳແມ່ນພາລະກິດຂອງທົ່ວປວງຊົນ, ໂດຍພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ.

“ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ຢືນຢັນ ແລະ ຍົກສູງຖານະ, ບົດບາດສຳຄັນຂອງວັດທະນະທຳມະນຸດຕໍ່ການພັດທະນາຢ່າງໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະໃໝ່. ນັ້ນແມ່ນຕ້ອງປຸກລຸກນ້ຳໃຈຮັກຊາດຢ່າງແຮງ, ເຈດຈຳນົງສ້າຄວາມເຂັ້ມແຂງຊາດດ້ວຍຕົນເອງ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມຄາດຫວັງພັດທະນາປະເທດໃຫ້ຮຸ່ງເຮືອງສີວິໄລ, ຜາສຸກ, ເສີມຂະຫຍາຍປັດໄຈມະນຸດຢ່າງສຸດຂີດ, ຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ເປັນແຫຼ່ງກຳລັງສຳຄັນ, ເປັນເປົ້າໝາຍຂອງການພັດທະນາ.”

ມອບສິດໃຫ້ປະຊາຊົນປະຕິບັດພາລະກຳປົກປັກຮັກສາ ແລະ ພັດທະນາວັດທະນະທຳ

ພາຍຫຼັງໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ພ້ອມກັບຜົນງານໃນຂົງເຂດເສດຖະກິດ, ການເມືອງ, ສັງຄົມ, ຫວຽດນາມ ກໍ່ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນການສ້າງ ແລະ ພັດທະນາວັດທະນະທຳ. ຊີວິດວັດທະນະທຳ, ວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງ, ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ບົດບາດຂອງປະຊາຊົນໃນການປະດິດຄິດສ້າງ, ປະຕິບັດ, ມອບສິດ ແລະ ຊົມໃຊ້ວັດທະນະທຳນັບມື້ນັບໄດ້ຖືເປັນສຳຄັນ, ການເຂົ້າຮ່ວມຂອງວົງຄະນະຍາດໃນຂົງເຂດວັດທະນະທຳນັບມື້ນັບຫຼາຍຂຶ້ນ. ລະບົບກົດໝາຍ, ກົນໄກ, ນະໂຍບາຍກ່ຽວກັບວັດທະນະທຳເວົ້າລວມ ແລະ ບັນດາຂົງເຂດລະອຽດຂອງວັດທະນະທຳເວົ້າສະເພາະ ໄດ້ເພີ່ມເຕີ່ມ, ປັນປຸງໃຫ້ສົມບູນແບບເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງໄດ້ເປັນຢ່າງດີ. ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ, ເນັ້ນໜັກວ່າ:

“ໃນການສ້າງລະບອບລະບຽບການໃຫ້ສົມບູນແບບນັ້ນ ຕ້ອງເອົາໃຈໃສ່ເປັນພິເສດເຖິງການກຳນົດແຈ້ງບົດບາດຂອງບັນດາເຈົ້າກຳໃນການຊີ້ນຳ, ຄຸ້ມຄອງ, ພັດທະນາວັດທະນະທຳ ແລະ ໃນການເຄື່ອນໄຫວວັດທະນະທຳ. ລັດສ້າງ ແລະ ປັບປຸງກອບນິຕິກຳໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການພັດທະນາ, ນຳໃຊ້ບັນດາເຄື່ອງມືນະໂຍບາຍເພື່ອດັດສົມການພັດທະນາຂອງບັນດາຂົງເຂດວັດທະນະທຳ, ຮັບປະກັນສິດປະດິດຄິດສ້າງ ແລະ ຊົມໃຊ້ວັດທະນະທຳຂອງປະຊາຊົນທຸກຊັ້ນວັນນະ. ພັດທະນາວັດທະນະທຳຍາມໃດກໍ່ເລີ່ມຈາກປະຊາຊົນ”.

ໃນສະພາບການທີ່ ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ຊີວິດທາງດ້ານວັດຖຸ, ຈິດໃຈ ແລະ ລະດັບຄວາມເຂົ້າໃຈຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ, ບັນດາກົນໄກນະໂຍບາຍກ່ຽວຂ້ອງເຖິງວັດທະນະທຳນັບມື້ນັບໄດ້ເອົາໃຈໃສ່ຕໍ່ການມອບສິດໃຫ້ແກ່ປະຊາຊົນນັ້ນ ຍິ່ງສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນ, ດ້ວຍບົດບາດເປັນເຈົ້າກຳຕົ້ນຕໍ, ຕັ້ງໜ້າເຂົ້າຮ່ວມວິວັດການສ້າງວັດທະນະທຳຂອງຊາດກວ່າອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.